ເຂື່ອນຈີນເຂື່ອນໄຊຍະບູຣີສ້າງ ກັງວົນ
2014.02.24

ການປ່ຽນແປງຂອງນໍ້າໃນແມ່ນໍ້າຂອງຕອນລຸ່ມພາຍຫລັງປະເທດຈີນໄດ້ສ້າງເຂື່ອນກັ້ນແມ່ນໍ້າຂອງຕອນເທິງສົ່ງຜົລກະທົບຕໍ່ປະຊາຊົນ ຫລາຍຢ່າງທັງການປູກຝັງ,ການປະມົງແລະການທ່ອງທ່ຽວ.ດັ່ງນັ້ນຊາວໄທຈຶ່ງມີຄວາມກັງວົນວ່າ ຫາກການສ້າງເຂື່ອນໄຊຍະບູຣີຂອງ ລາວສໍາເຣັດຈະມີຜົລກະທົບຕໍ່ຜູ້ຄົນທີ່ອາສັຍຢູ່ແຄມແມ່ນໍ້າຂອງ ຫລາຍກວ່າຜົນກະທົບຈາກເຂື່ອນຂອງຈີນ.ຕາມຄໍາເວົ້າຂອງຍານາງ ອ້ອມບຸນທິບສຸນາຕົວແທນເຄືອຂ່າຍປະຊາຊົນເຈັດແຂວງ ລຸ່ມແມ່ນໍ້າຂອງ ພາກອິສານຂອງໄທ:
"ຍານາງກ່າວວ່າ ຍອມຮັບກັນໄດ້ແລ້ວຫລືບໍ່ວ່າ ຜົລກະທົບຂ້າມຊາຍແດນ.ແຜນສ້າງເຂື່ອນໄຊຍະບູຣີບໍຣິສັດບອກວ່າຊໍການຊ່າງ ດຽວນີ້ຂໍປັບແຜນກ່ອນແລ້ວຈະສົ່ງໃຫ້ເບິ່ງ.ແຕ່ເຖິງປັດຈຸບັນຊາວບ້ານກໍຍັງບໍ່ເຫັນບໍ່ວ່າຂັ້ນໃດປານັ້ນຖືກປ່ຽນແປງໄປແນວໃດ ປາ ມັນຈະປີນຂັ້ນໄດ້ບໍ່,ເຮົາກໍຍັງບໍ່ທັນໄດ້ຮັບຄໍາຕອບ.ເຮົາເປັນຄົນ,ເຮົາມີສິດຮູ້,ຢ່າທໍາຮ້າຍກັນ.ລາວຈະບອກວ່າແມ່ນໍ້າຂອງທີ່ສ້າງ ເຂື່ອນຕັນນັ້ນຢູ່ໃນເຂດຂອງຕົວເອງນັ້ນບໍ່ໄດ້.ມັນເປັນແມ່ນໍ້າຂອງຄົນທຸກຊາດ ທີ່ແມ່ນໍ້ານັ້ນໄຫລຜ່ານ.ດັ່ງນັ່ນຈຶ່ງຕ້ອງເວົ້າກັນ ເຖິງການປ້ອງກັນ,ການປົວແປງ,ການມີສ່ວນຮ່ວມແລະຄວາມເທົ່າທຽມໃນການ ໃຊ້ນໍ້ານັ້ນ ນໍາດ້ວຍ".
ຊາວບ້ານທີ່ຢູ່ແຄມແມ່ນໍ້າຂອງໃນຫລາຍເຂດມີຄວາມເຫັນກົງກັນວ່າປີ 2013 ທີ່ຜ່ານມາເປັນປີທີ່ແມ່ນໍ້າຂອງບົກແລະແຫ້ງລົງຫລາຍ ທີ່ສຸດໃນຮອບ150ປີເຂື່ອນໃຫຍ່ໃນປະເທດຈີນເຮັດ ໃຫ້ການຂຶ້ນລົງຂອງນໍ້າຜິດປົກກະຕິ ໂດຍສະເພາະຊ່ວງເດືອນທັນວາ.ຣະດັບນໍ້າ ປ່ຽນແປງຄືນໍ້າຂຶ້ນເຖິງ7ແມັຕພາຍໃນມື້ດຽວ,ເຮັດໃຫ້ເກີດນໍ້າຖ້ວມຮົ້ວສວນຂອງຊາວບ້ານເປັນຈໍານວນຫລວງຫລາຍ.ປາໃນກະຊັງທີ່ ຊາວບ້ານລ້ຽງໃນແມ່ນໍ້າຂອງກໍຕາຍຍ້ອນນໍ້າໄຫລໄວ ຜິດປົກກະຕິ.ເຮືອແລະອຸປກອນຫາປາ ທີ່ຊາວບ້ານເອົາໄວ້ຢູ່ແຄມຂອງ ກໍຖືກ ນໍ້າພັດເອົາໄປເປັນຈໍານວນຫລວງຫລາຍ.
ຍານາງເວົ້າຕື່ມອີກວ່າຂນາດເຂື່ອນໃນປະເທດຈີນທີ່ຢູ່ຫ່າງໄກຈາກປະເທດໄທ 1 ພັນກວ່າຫລັກກິໂລແມັຕກໍຍັງມີຜົລກະທົບຂນາດ ນີ້;ແຕ່ໃນເມື່ອເຂື່ອນໄຊຍະບູຣີຊຶ່ງຕັ້ງຢູ່ຫ່າງປະເທດໄທພຽງ 200 ກວ່າຫລັກກິໂລແມັຕເທົ່ານັ້ນ ຈະສົ່ງຜົລກະທົບຫລາຍຂນາດໃດ.
ດັ່ງນັ້ນຈຶ່ງຢາກໃຫ້ຣັຖບານລາວແລະຣັຖບານໄທ ຊຶ່ງຖືວ່າມີສ່ວນໃນການກໍ່ສ້າງເຂື່ອນໄຊຍະບູຣີ ນັ້ນທົບທວນຄືນໃໝ່ເຖິງຜົລໄດ້ ແລະຜົລເສັຽທີ່ອາດຈະເກີດຂຶ້ນນັ້ນຕື່ມອີກ.
ເຂື່ອນໄຊຍະບູຣີຂອງລາວເປັນເຂື່ອນແຫ່ງທໍາອິດທີ່ກໍາລັງສ້າງກັ້ນແມ່ນໍ້າຂອງຕອນລຸ່ມ,ຈະມີກໍາລັງການຜລິດ1280ກວ່າແມັກກາວັດ, ເລີ່ມກໍ່ສ້າງເມື່ອທ້າຍປີ2012ໂຄງການນີ້ມີຊາວບ້ານ ໄດ້ຮັບຜົລກະທົບແລະຖືກໃຫ້ໂຍກຍ້າຍອອກຈາກບ້ານເດີມຂອງພວກເຂົາເຈົ້າ ໄປແລ້ວ2100ກວ່າຄົນຕາມກໍານົດຈະສ້າງໃຫ້ສໍາເຣັດໃນປີ 2019. ປັຈຈຸບັນສ້າງໄດ້ແລ້ວເກືອບຮອດ 30 ສ່ວນຮ້ອຍ.