ເຂື່ອນປາກແບງຈະປະຕິບັດ ຂໍ້ຕົກລົງ 1995
2017.01.26
ໂຄງການເຂື່ອນປາກແບງ ຊຶ່ງເປັນເຂື່ອນ ແມ່ນໍ້າຂອງ ແຫ່ງທີ 3 ຂອງລາວ ທາງການລາວ ເວົ້າວ່າ ຈະປະຕິບັດ ຕາມຂໍ້ຕົກລົງ ສະບັບປີ 1995 ຢ່າງເຄັ່ງຄັດ. ກ່ຽວກັບ ເຄືອຂ່າຍ ແມ່ນໍ້າສາກົລ ອອກຖແລງການ ກັງວົນ ເຣື່ອງຜົລກະທົບ ຕໍ່ປະຊາຊົນ ທ້ອງຖິ່ນ ແລະ ສິ່ງແວດ ລ້ອມ ຮວມເຖິງ ຜົລກະທົບ ຂ້າມຊາຍແດນ ນັ້ນ ທ່ານ ດາວວົງ ພອນແກ້ວ ຫົວໜ້າກົມ ນະໂຍບາຍ ແລະ ແຜນພລັງງານ ກະຊວງພລັງ- ງານ ແລະບໍ່ແຮ່ ເວົ້າວ່າ ເປັນສິດ ຂອງຂະເຈົ້າ ແລະ ເມື່ອທາງ ຣັຖບານລາວ ຈັດກິຈກັມ ຫາລືເຣື່ອງ ຜົລກະທົບ ຈາກເຂື່ອນປາກແບງ ນັ້ນ ກໍຂໍໃຫ້ເພິ່ນ ເຂົ້າມາຮ່ວມນໍາ. ຊຶ່ງມາຮອດມື້ນີ້ ກໍມີແຕ່ ເຮັດຫົນທາງ ເຂົ້າຫາເຂື່ອນ. ຕາມຄໍາເວົ້າ ຂອງ ທ່ານ ດາວວົງ ຕໍ່ RFA ເມື່ອມໍ່ໆມານີ້:
"ເຮົາກະຕ້ອງປະຕິບັດ ຕາມສົນທິສັນຍາ 1995 ຫັ້ນນະ ຢ່າງເຄັ່ງຄັດ ຫລາຍໆໂຄງການ ມັນກະມີວຽກ ຢູ່ໜ້າດິນ ມັນກະແນ່ນອນ ລະກະ ຕ້ອງ ໄດ້ຕັ້ງແຄັມ ບ່ອນພັກອາສັຍ ວາງເຄື່ອງຂອງ ຕັ້ງຫຍັງເດ໊ ກະຕ້ອງມີ ການກະກຽມ ຍົກຍ້າຍ ຈັດສັນ ວ່າຊັ້ນຊະ ເຮົາກະຕ້ອງ ໄດ້ ເຮັດ ເສັ້ນທາງ ໄປບຸກເບີກ".
ກອງປະຊຸມ ຄັ້ງທໍາອິດ ທີ່ ນະຄອນຫຼວງວຽງຈັນ ເມື່ອວັນທີ 16 ມົກກະຣາ 2017 ດຣ. ດາວວົງ ບອກວ່າ ເປັນກອງປະຊຸມ ຄນະກັມມາ ທິການ ແມ່ນໍ້າຂອງ ຊຶ່ງ ປະກອບດ້ວຍ 4 ປະເທດ ສະມາຊິກ ລາວ ກັມພູຊາ ວຽດນາມ ແລະໄທ ເພື່ອ ພິຈາຣະນາ ເອກສານ ກ່ຽວກັບ ເຂື່ອນປາກແບງ ຊຶ່ງ ກໍເປັນສ່ວນນຶ່ງ ຂອງກອງປະຊຸມ ກ່ຽວກັບ ຂະບວນການ ແຈ້ງໃຫ້ຮູ້, ການປຶກສາຫາລື ລ່ວງໜ້າ ແລະ ຂໍ້ຕົກລົງ PNPCA ສໍາລັບ ໂຄງການ ເຂື່ອນປາກແບງ ທີ່ທາງຄນະ ກັມມາທິການ ແມ່ນໍ້າຂອງ ສປປລາວ ໄດ້ສົ່ງໃຫ້ ອົງການ ແມ່ນໍ້າຂອງ ສາກົລ ໄປແລ້ວນັ້ນ:
"ເປັນກອງປະຊຸມ ເປັນນຶ່ງໃນຂະບວນ prior consultation ຂະບວນການ PNPCA ຫັ້ນຫລະ ກະແມ່ນຫຍໍ້ ມາຈາກ 3 ຂະບວນການຫັ້ນ ມັນແມ່ນ ເຣື່ອງວາງແຜນ ຮ່ວມກັນ ສິມີຈັດ ກອງປະຊຸມ ຈັກເທື່ອ ຢູ່ໃສແດ່ ລະສິໄປ ຢ້ຽມຢາມ ຫັ້ນມື້ໃດ ມີພາກ ສ່ວນໃດ ໄປຈັ່ງໃດ ປຶກສາກັນ road map ນະ".
ທ່ານວ່າ ປະເທດ ສະມາຊິກ ຮວມທັງ ກໍາພູຊາ ແລະວຽດນາມ ຈະຕ້ອງເຜີຍແຜ່ ເອກສານ ກ່ຽວກັບໂຄງການ ເຂື່ອນປາກແບງ ພາຍໃນ ປະເທດຕົນ. ທາງການລາວ ກໍໄດ້ນໍາ ຂໍ້ມູນອອກ ໃນເວັບໄຊທ ຂອງຕົນແລ້ວ ເພື່ອ ໃຫ້ຜູ້ສົນໃຈ ປະກອບ ຄໍາເຫັນໄດ້.
ຂະບວນການ ປຶກສາຫາລືກັນ ລ່ວງໜ້າ ຕາມປົກຕິແລ້ວ ຈະປະຊຸມກັນ 4 ຄັ້ງ, ຄັ້ງຕໍ່ໄປແມ່ນ ເດືອນ ກຸມພາ ຊຶ່ງອາດຈັດຂຶ້ນ ຢູ່ເມືອງ ຫລວງພຣະບາງ ກໍເປັນໄປໄດ້ ແລະ ຈະມີການ ທັສນະສຶກສາ ເຂດສ້າງເຂື່ອນ ປາກແບງ ໃນເດືອນ ເມສາ ປີນີ້.