ໂຄວິດ-19 ຣະບາດ ຊາວຄ້າຂາຍ ຮຽກຮ້ອງງົດພາສີ

ໄຊຍາ
2020.03.10
F-Boten ຮ້ານຄ້າຂາຍ ຢູ່ ບໍ່ເຕັນ ແຂວງຫຼວງນໍ້າທາ
RFA

ພຍາດ COVID-19 ຣະບາດໃນຈີນ ສົ່ງຜົລໃຫ້ການທ່ອງທ່ຽວ ທາງພາກເໜືອຂອງລາວ ເຂົ້າຊູ່ຂັ້ນວິກິດ ຜູ້ປະກອບການພາກບໍຣິການ ເຊັ່ນໂຮງແຮມ ຮ້ານອາຫານ ທາງພາກເໜືອຫລາຍແຫ່ງ ຣາຍຮັບຫລຸດລົງຢ່າງໜັກ ແບບບໍ່ເຄີຍມີມາກ່ອນ. ດັ່ງຜູ້ປະກອບການເຮືອນພັກ ແຂວງຫລວງນໍ້າທາ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 10 ມີນາ ວ່າ: ໃນແຂວງຫລວງນໍ້າທາ ຜູ້ປະກອບການກໍໄດ້ສເນີຢາກໃຫ້ ພາກຣັຖ ຫລຸດການເກັບພາສີອາກອນ ລົງໃນໄລຍະນີ້.

"ບັນດາບ້ານພັກຢູ່ແຂວງຫຼວງນໍ້າທາ ກໍພາກັນສເນີຢູ່ເຣື່ອງເກັບອາກອນ ຫັ້ນຢາກໃຫ້ເພີ່ນຫຼຸດໃຫ້ແດ່ຫັ້ນນ່າ ຫຼືວ່າງົດເກັບໄດ້ບໍ່ຊ່ວງນີ້ທີ່ ມັນມີໄວຣັສ ໂຄໂຣນາ ນີ້ມັນບໍ່ມີແຂກເລີຍຫັ້ນນ່າ ຄົນຕ່າງປະເທດບໍ່ມີເລີຍ ຖ້າຂ້າງຫລັງຂອງຫົກເດືອນ ກໍຢາກໃຫ້ຈ່າຍຜ່ອນນ້ອຍນຶ່ງ ບໍ່ຢາກໃຫ້ເກັບເຕັມໆເລີຍຫັ້ນນ່າ."

ສ່ວນຜູ້ປະກອບການຮ້ານອາຫານ ໃນແຂວງຫລວງນໍ້າທາ ກໍໄດ້ສະແດງຄວາມເຫັນວ່າ ປັດຈຸບັນໄດ້ຮັບຜົລກະທົບ ຢ່າງຮຸນແຮງລູກຄ້າ ໂດຍສະເພາະແມ່ນຄົນຈີນ ຫລຸດໜ້ອຍລົງສົ່ງຜົລເຖີງຣາຍຮັບ ກໍຫລຸດລົງຕໍ່າຫລາຍ. ຕໍ່ບັນຫານີ້ຕ້ອງການໃຫ້ ຣັຖບານມີມາຕການໃຫ້ການ ຊ່ອຍເຫລືອຫລຸດຜ່ອນ ການເກັບພາສີອາກອນ.

"ໄລຍະອັນເປັນພຍາດຖ້າຫາກເພິ່ນຫລຸດຜ່ອນ ເອີໂຍະຍານ ບໍ່ເກັບພາສີອາກອນ ນໍາຮ້ານຕ່າງໆກໍແຮງດີເນາະ ເປັນການດີໃຫ້ອັນພໍ່ຄ້າ ແມ່ຂາຍ ເພາະວ່າຣາຍຮັບມັນບໍ່ປົກກະຕິເດ້ເນາະ ແຕ່ກ່ອນເຂົາເຈົ້າມາກໍມາແວະກິນເນາະ ດຽວນີ້ບໍ່ເຫັນເຂົາເຈົ້າມາ."

ທາງດ້ານຜູ້ປະກອບການເຮືອນພັກ ແລະເຮືອທ່ອງທ່ຽວ ຂອງແຂວງຫລວງພຣະບາງ ກໍປະເຊີນກັບບັນຫາດຽວກັນ. ປັດຈຸບັນແຂກເຂົ້າ ມາພັກເຮືອນພັກຫລຸດລົງ ເຖິງຂັ້ນກັບເຈົ້າຂອງກິຈການ ກຳລັງພິຈາຣະນາ ວ່າຈະປິດກິຈການ ຫລືບໍ່ເພາະຣາຍຮັບ ເກືອບວ່າບໍ່ມີ.

"ກາມີຜົລກະທົບຫັ້ນແຫລະ ແຂກມັນໜ້ອຍລົງເກືອບຊໍ່າເດືອນ ເປັນໂລຊີຊັນ ແລ້ວເນາະເຮົາກະພິຈາຣະນາເນາະ ວ່າຈະຢຸດແລ່ນເຮືອບໍ່ ຈະເຮັດແນວໃດເດືອນນີ້ ເຮົາຈະຕ້ອງມີແຂກ 10-20 ຄົນຂື້ນໄປ ແຕ່ອັນນີ້ກໍມີແຕ່ສອງຄົນສາມຄົນ ພາກຣັຖນີ້ ບໍ່ຮູ້ວ່າເພີ່ນ ຈະຊ່ອຍໄດ້ ແນວໃດ ຣະດົມໃຫ້ຄົນລາວ ທ່ຽວລາວ ບໍ່ຄືຖ້າເປັນໄທ ກໍເປັນໄທທ່ຽວໄທ ປະມານນີ້."

ຢູ່ແຂວງບໍ່ແກ້ວຜົລກະທົບກໍໜັກເຊັ່ນກັນ ດັ່ງຜູ້ປະກອບການຮ້ານອາຫານ ແລະໂຮງແຮມໄດ້ກ່າວວ່າຕອນ ນີ້ໄດ້ປິດຮ້ານອາຫານໄປແລ້ວ 1 ຮ້ານໃນໄລຍະຕົ້ນເດືອນກຸມພາ. ສ່ວນເຮືອນພັກກໍບໍ່ມີແຂກ ຕໍ່ຜົລກະທົບ ທີ່ຕາມມາອີກຄື ຕ້ອງໄດ້ຈ່າຍພາສີ ອາກອນປີລະ 14 ລ້ານກີບ.

"ໄດ້ຮັບຜົລກະທົບຫຼາຍຢູ່ ມັນບໍ່ມີລູກຄ້າຫັ້ນນ່າປີນີ້ ກໍຢາກໃຫ້ຫຼຸດລົງແຫຼະພາສີອາກອນ ເນາະບັດນີ້ຮ້ານຂ້ອຍມີຫຼາຍຮ້ານເດ້ ມີບ້ານພັກ ມີຮ້ານຄາຣາໂອເກະ ມີຮ້ານອາຫານສອງຮ້ານ ຮ້ານກາງຄືນຂ້ອຍປິດໄດ້ເດືອນນຶ່ງແລ້ວ ຫັ້ນນ່າພາສີອາກອນ ປີນຶ່ງ 14 ລ້ານ ຄັນເປັນ ຈັງຊີ້ຂ້ອຍກາບໍ່ມີເງິນສິໃຫ້ຊັ້ນສະ."

ຕໍ່ຜົລກະທົບທີ່ເກີດຂຶ້ນ ເຈົ້າໜ້າທີ່ທ່ອງທ່ຽວຂອງແຂວງຫລວງພຣະບາງ ໄດ້ຢັ້ງຢືນວ່າທາງການຈະມີການປະຊຸມ ເພື່ອຫາລືແກ້ໄຂບັນຫາ ຊ່ອຍຜູ້ປະກອບການ ທີ່ໄດ້ຮັບຜົລກະທົບ.

"ຜູ້ປະກອບການກາຢູ່ໄດ້ເພາະວ່າຣັຖມີ ນະໂຍບາຍໃຫ້ບໍ່ວ່າຈະເປັນການຫລຸດຜ່ອນ ອັດຕຣາພາສີລົງນະ ຫລືວ່າຈະມາເວົ້າກັນ ຫລື ເອັນເກັສເມັນ ກັນເອົານັ່ງຄຸຍກັນວ່າ ຈະເປັນແນວໃດ."

ການປະເຊີນໜ້າກັບສະພາບການດັ່ງກ່າວຊື່ມວນຊົນໃນລາວ ໄດ້ຣາຍງານເມື່ອບໍ່ດົນມານີ້ວ່າ ທ່ານ ສຸນ ມະນີວົງ ຫົວໜ້າກົມພັທນາການ ທ່ອງທ່ຽວ ໄດ້ອອກມາຊີ້ແຈງວ່າປັດຈຸບັນ ທາງພາກຣັຖກຳລັງປະເມີນຜົລກະທົບ ຈາກການແຜ່ຣະບາດຂອງ COVID-19 ເພື່ອເກັບກຳ ຂໍ້ມູນເພື່ອເລັ່ງຊ່ອຍເຫລືອຜູ້ປະກອບການ ທີ່ໄດ້ຮັບຜົລກະທົບ.

ນອກຈາກນີ້ສະພາອຸດສາຫະກັມແຫ່ງຊາດລາວ ກໍໄດ້ຈັດກອງປະຊຸມ ເມື່ອວັນທີ 09 ມີນາ ຜ່ານມາ ເພື່ອປະເມີນເຖີງຜົລກະທົບ ຂອງຜູ້ ປະກອບການພາກຕ່າງໆ ໃນການເກັບກຳຂໍ້ມູນ ເພື່ອຊ່ອຍເຫລືອຜູ້ປະກອບການ ທັງໄລຍະສັ້ນ ແລະ ໄລຍະຍາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.