ການສໍ້ໂກງໃນລາວ ຍັງສືບຕໍ່ມູນເຊື້ອ
2013.04.18

friends/fb
ການສໍ້ຣາສ ບັງຫລວງ ໃນລາວ ຍັງບໍ່ຍອມ ເຫືອຫາຍ ມີຫລາຍຢູ່ ຕລອດມາ ຍ້ອນຂາດ ການບັງຄັບ ໃຊ້ກົດຫມາຍ ຕ້ານການ ສໍ້ຣາສ ບັງຫລວງ ຢ່າງຈິງຈັງ ຈາກ ຝ່າຍຣັຖບານ ຈຶ່ງເຮັດໃຫ້ ການສໍ້ໂກງ ກາຍເປັນ ໂຣຄຊຳເຮື້ຶອ ເທົ່າເຖິງ ທຸກມື້ນີ້. ຣາຍໄດ້ ຂອງ ຣັຖບານ 25% ໃນແຕ່ລະປີ ສູນເສັຽ ໄປຍ້ອນ ການຍັກຍອກ ແບບ ທ້າທາຍ ຕໍ່ກົດໝາຍ ສໍ້ຣາສ ບັງຫລວງ ແລະ ສປປລາວ ກໍຖືກຈັດ ຢູ່ໃນ ອັນດັບ ທີ 160 ໃນ ຈຳນວນ 174 ປະເທດ ທີ່ມີການ ສໍ້ຣາສ ບັງຫລວງ ລາຍ ໃຫຍ່ ໃນໂລກ.