ໝາກສາລີເມືອງແບງຕົກຣາຄາ
2013.09.19
ປັດຈຸບັນຊາວສວນສາລີ ຢູ່ເມືອງແບງ ແຂວງອຸດົມໄຊ ມີບັນຫາທີ່ພໍ່ຄ້າຄົນກາງ ຊື້ໝາກສາລີໃນຣາຄາຕໍ່າກວ່າປົກກະຕິ ໂດຍອ້າງວ່າ ໝາກ ສາລີ ຖືກນໍ້າຖ້ວມ ທັ້ງໆທີ່ບາງສວນກໍບໍ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ແລະຊາວສວນກໍບໍ່ສາມາດຕໍ່ລອງໄດ້. ຕາມຄໍາ ເວົ້າຂອງຊາວສວນ ສາລີ ໃນທ້ອງຖິ່ນ:
"ມີຄົນມາເກັບຊື້ ນັກທຸຣະກິດນ້ອຍ ຣົດຮຸນໄດ ເກັບຊື້ສູ່ມື້ນີ້ ກິໂລນຶ່ງ 900 ກີບ ຕົວນີ້ນີ່ຖືວ່າ ຫລຸດລົງກວ່າປີກາຍ ປີກາຍນີ່ ຍາມຣະດູຝົນ ແລ້ວກໍຕົ້ນປີແລ້ວນີ້ ກິໂລນຶ່ງ 1200 ແລ້ວ ມາຮອດທ້າຍປີນີ້ ກິໂລນຶ່ງ 2000 ປາຍ ແຕ່ວ່າຢູ່ເຂດໃຕ້ກໍຄືກັນ ຣາຄານີ໋ແມ່ນ ຊໍ່າດຽວກັນໝົດ ຢູ່ໃນເມືອງ ແບງນີ໋ ຣາຄາ 800-900 ຢູ່ຕລອດ ໄດ້ສົ່ງໄປໃຫ້ ສົ່ງແລ້ວລະ ເພິ່ນ ເຈົ້າໜ້າທີ່ກະສິກັມແລະປ່າໄມ້ກໍມາເກັບກໍາ ໄປໝົດແລ້ວ ໄດ້ເວົ້າແລ້ວ ເພິ່ນກໍຮັບຮູ້".
ການປູກໝາກສາລີ ຢູ່ເມືອງແບງ ໄດ້ຮັບການສົ່ງເສີມ ຈາກຜແນກກະສິກັມ ແລະ ປ່າໄມ້ແຂວງ ມາແຕ່ປີ 1998 ໂດຍການ ແຈກແນວພັນ ໃຫ້ຊາວບ້ານຄອບຄົວລະ 1 ກິໂລ ແລະທໍາອິດຊາວສວນຂາຽໜາກສາລີ ໃນຣາຄາ 1,300 ກີບ ຕໍ່ກິໂລ ແລະມີຄົນຫັນມາ ປູກຫລາຍຂຶ້ນ ເພື່ອສົ່ງຂາຍໃຫ້ ໂຮງງານແປຮູບຈີນ ຜ່ານພໍ່ຄ້າຄົນກາງ ທີ່ມາເກັບຊື້ ເຖິງບ້ານ.
ຊາວບ້ານເປີດເຜີຍຕື່ມອີກວ່າ ປັດຈຸບັນ ໄດ້ຣາຍງານບັນຫາທີ່ວ່ານັ້ນ ໃຫ້ເຈົ້າໜ້າທີ່ກະສິກັມ ເພື່ອມາເກັບກໍາຂໍ້ມູນຕາມບ້ານນັ້ນແລ້ວ ແຕ່ຍັງ ບໍ່ທັນໄດ້ຮັບ ຄໍາຕອບວ່າ ເພີ່ນຈະຊ່ວຽແກ້ໄຂບັນຫານີ້ ແນວໃດ. ເຖິງຢ່າງໃດກໍຕາມ ຊາວບ້ານ ກໍຍັງຫວັງວ່າ ຈະໄດ້ຮັບ ການຊ່ວຍເຫລືອ ຈາກ ທາງການ ໃນການແກ້ໄຂບັນຫາ ການປະກັນ ຣາຄາໝາກສາລີ ຊຶ່ງຄິດວ່າ ຣາຄາທີ່ເໝາະສົມໃນປັດຈຸບັນ ຄືປະມານ 1,300 ກີບ ຕໍ່ກິໂລ ແລະມີຣາຍງານ ຕື່ມອີກວ່າ ເມືອງນາໝໍ້ ກໍປະສົບກັບບັນຫານີ້ຄືກັນ.