ຂົວນໍ້າອູ ເລີ້ມສ້າງຄືນໃໝ່

ຈໍາປາທອງ
2017.03.13
f-nam-ou ຕົວຢ່າງຂອງຂົວ ທີ່ໃຊ້ຢູ່ເມືອງຂົວ ແຂວງຜົ້ງສາລີ ຂົວນີ້ໃຊ້ສະເພາະແຕ່ ສໍາລັບຄົນຍ່າງຂ້າມ ແລະຣົດສອງລໍ້ ເທົ່ານັ້ນ
Screen captured Biking Lao video

ການກໍ່ສ້າງ ຂົວຂ້າມນໍ້າອູ ຢູ່ເມືອງສັມພັນ ແຂວງຜົ້ງສາລີ ຊຶ່ງແມ່ນ ບໍຣິສັດ ຣັຖວິສາຫະກິດ ກໍ່ສ້າງ ຄົມມະນາຄົມ ເປັນຜູ້ຮັບເໝົາ ຕາມ ສັນຍາ ເມື່ອເດືອນ ມິຖຸນາ ປີ 2013 ໄດ້ຢຸດຊະງັກ ໄປລະຍະນຶ່ງ ເຮັດໃຫ້ວຽກງານ ການກໍ່ສ້າງ ຊັກຊ້າໄປນັ້ນ ຈະເລີ້ມຄືນໃໝ່ໃນໄວໆນີ້. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງຜົ້ງສາລີ:

"ແມ່ນແລ້ວເດືອນນີ້ເພິ່ນສິເລີ້ມ ເພິ່ນຕໍ່ສັນຍາອີກປີນຶ່ງ ມັນກ່າມີສະພາບແວດລ້ອມ ຫລາຍອັນ ທີ່ເຮັດໃຫ້ ເຮົາຫລ້າຊ້າ ຫັ້ນນະ ວັສດຸ ຂອງ ເຮົາກໍເອົາມາແຕ່ ຕ່າງແຂວງ ຕ່າງປະເທດ ເຂົາເຈົ້າເຮັດ ເຂື່ອນຢູ່ເທິງ ນໍ້າກໍບໍ່ປົກກະຕິ ແບບເຮົາເຮັດວຽກ ບໍ່ໄດ້ເຕັມໜ່ວຍ ຫັ້ນນະ ແລະ ກ່າບວກໃສ່ ງົບປະມານ ທີ່ທາງຣັຖບານ ອະນຸມັດໃຫ້ ມັນບໍ່ໄດ້ ເຕັມເມັດເຕັມຫນ່ວຍ ຫັ້ນແຫລະ ຈຶ່ງຄ່ອຍຫລ້າຊ້າ".

ຕາມຂໍ້ມູນຂອງກະຊວງ ໂຍທາທິການ ແລະຂົນສົ່ງ, ມາຮອດປັດຈຸບັນ ຂົວແຫ່ງນີ່ ສ້າງໄດ້ແລ້ວ ປະມານ 47%. ຕາມສັນຍາ ຕໍ່ອີກນຶ່ງປີ ຊຶ່ງມີຜົນບັງຄັບໃຊ້ ນັບແຕ່ເດືອນມິນາ ນີ້ເປັນຕົ້ນໄປ, ຜູ້ຮັບເໝົາກໍ່ສ້າງຮັບວ່າ ຈະສ້າງຂົວ ເບຕົງເສີມເຫຼັກ ແຫ່ງນີ້ ໃຫ້ແລ້ວກ່ອນ ຣະດູ- ຝົນ ປີນີ້, ສ່ວນວຽກອື່ນໆ ຈະໃຫ້ແລ້ວ ພາຍໃນ 12 ເດືອນ ຕາມເວລາ ທີ່ໄດ້ຕໍ່ ອອກໄປນັ້ນ.

ເຈົ້າໜ້າທີ່ແຂວງຜົ້ງສາລີ ເວົ້າວ່າຫາກຂົວ ຂ້າມນໍ້າອູນີ້ ຖືກສ້າງສໍາເຣັດແລ້ວ ຈະເຮັດໃຫ້ການເດີນທາງ ຂອງປະຊາຊົນ ຣະຫ່ວາງ ເມືອງ ສັມພັນ ກັບເມືອງອື່ນໆ ພາຍໃນ ແຂວງ ແລະໄປມາແຂວງອື່ນ ຈະໃຊ້ເວລາ ສັ້ນລົງ ເພາະວ່າ ຂົວນໍ້າອູ ຈະໄປຕໍ່ໃສ່ ຖນົນດິນແດງ ທີ່ ມີຄວາມຍາວ ປະມານ 50 ປາຍ ກິໂລແມັດ ທີ່ໄປເຊື່ອມໃສ່ ຖນົນຫລວງ ບີ-1 ທາງແວ່ ບ້ານພີເຈີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.