ຣັຖບານບໍ່ມີງົປຈ່າຍຄ່າ ກໍ່ສ້າງ

ສົມເນ
2015.05.03
f-image ຣັຖບານ ບໍ່ມີ ງົບປະມານ ຈ່າຍ ບໍຣິສັດ ກໍ່ສ້າງ
RFA

ເມື່ອ ບໍ່ດົນ ມານີ້ ກຸ່ມ ທຸຣະກິຈ ກໍ່ສ້າງ ຂົວ-ທາງ ຂນາດ ກາງ ແລະ ຂນາດ ນ້ອຍ ໃນລາວ ຜູ້ນຶ່ງ ໄດ້ ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ວ່າ ປະຈຸບັນ, ກຸ່ມ ທຸຣະກິຈ ພວກຕົນ ບໍ່ກ້າ ຈະຮັບ ໂຄງການ ກໍ່ສ້າງ ຂົວ-ທາງ ທີ່ ເປັນ ເງິນ ງົບປະມານ ຂອງ ຣັຖ ເນື່ອງ ຈາກວ່າ ໂຄງການ ຕ່າງໆ ທີ່ ເປັນ ຂອງ ຣັຖບານ ນັ້ນ ມັກຈະມີ ການ ເບີກຈ່າຍ ຊ້າ ແລະ ທັງ ແກ່ຍາວ ໄປ ຫລາຍ ເດືອນ, ບາງຄັ້ງ ກໍກິນ ເວລາ ຫລາຍປີ ຈຶ່ງ ສາມາດ ເບີກ ຄ່າ ໃຊ້ຈ່າຍ ໃຫ້ ບໍຣິສັດ ຮັບເໝົາ ໄດ້ ຫລັງຈາກ ທີ່ ການ ກໍ່ສ້າງ ແລ້ວໄປ ຕັ້ງ ດົນນານ. ດັ່ງ ນັກ ທຸຣະກິຈ ກໍ່ສ້າງ ຂົວທາງ ຜູ້ ຂໍສງວນ ຊື່ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 30 ເມສາ 2015 ນີ້ວ່າ:

“ແມ່ນແລ້ວ ກະບໍ່ກ້າ ຮັບແຫຼະ ຍ້ອນວ່າ ມັນ ກະແລ້ວແຕ່ ຫັ້ນນ່າ ຄັນວ່າ ເງິນງົປ ຂອງ ຣັຖ ລະບໍ່ກ້າ ຮັບ ປານໃດ. ຄັນເງິນ ຊ່ວຍເຫຼືອ ຂອງ ຕ່າງ ປະເທດ ຄື ຍີ່ປຸ່ນ ຫຼື ວຽດນາມ ເຮົາ ຮັບໄດ້ ຢູ່. ແຕ່ວ່າ ຄັນເງິນ ງົປ ຂອງ ຣັຖບານ ນີ້ ມັນ ແບບວ່າ ມັນ ອອກເງິນ ຄັນເຮົາ ເຮັດແລ້ວ 2 ປີ 3 ປີ ຈັ່ງໄດ້ ເງິນ".

ທ່ານກ່າວ ຕື່ມວ່າ ສໍາລັບ ໂຄງການ ຂອງ ຣັຖບານ ນີ້ ເຖິງວ່າ ຈະມີການ ເບີກຈ່າຍ ຕາມ ກຳນົດ ກໍຕາມ, ແຕ່ລະຄັ້ງ ກໍ່ ບໍ່ງ່າຍ ເພາະ ຕ້ອງໄປ ຕິດຕໍ່ ຫລາຍບ່ອນ ຫລາຍ ກະຊວງ, ເຊັ່ນ ເຈົ້ານາຍ ຫລາຍຄົນ ແລະ ກວ່າ ຈະໄດ້ ເງິນ ກໍ່ ຫລ້ອຍຫລໍ ໄປຫລາຍ ແລ້ວ, ສຸດທ້າຍ ກໍ່ບໍ່ໄດ້ ກຳໄຣ ຫຍັງ ເສັຽ ເວລາ ໄປຊື່ໆ.

ເມື່ອ ທ້າຍປີ 2014 ທີ່ ຜ່ານມາ ນີ້, ຣັຖບານ ລາວ ຂາດ ງົບປະມານ ສໍາລັບ ກໍ່ສ້າງ ໂຄງຮ່າງ ພື້ນຖານ. ຣັຖບານ ຕ້ອງໄດ້ ຕັດ ສິນໃຈ ໂຈະ ໂຄງການ ພັທນາ ຂນາດໃຫ່ຍ ຫລາຍ ໂຄງການ. ຍ້ອນ ບັນຫາ ນີ້ເອງ, ຈຶ່ງ ເຮັດໃຫ້ ບັນດາ ບໍຣິສັດ ກໍ່ສ້າງ ຂົວທາງ ຂນາດ ກາງ-ນ້ອຍ ຈຳນວນ ຫລາຍ ບໍ່ກ້າຮັບ ໂຄງການ ພັທນາ ທີ່ ເປັນ ງົບປະມານ ຂອງ ຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.