ແຮງງານລາວຊອກວຽກຍາກ ຢູ່ລາວ
2014.03.25
ປັດຈຸບັນ ຫລາຍ ໂຄງການ ສ້າງສາ ຕ່າງໆ ໃນແຂວງ ອຸດົມໄຊ ທີ່ ບໍຣິສັດ ຕ່າງປະເທດ ເປັນ ເຈົ້າຂອງ ນັ້ນ ເຂົາບໍ່ຄ່ອຍ ຈະຮັບເອົາ ຄົນ ງານລາວ ໂດຍ ໃຫ້ ເຫດຜົນວ່າ ຄຸນນະພາບ ຕໍ່າ ບໍ່ມີ ປະສົບການ ເຮັດວຽກ ໃນໂຮງຈັກ ໂຮງງານ ມາກ່ອນ, ດັ່ງ ເຈົ້າໜ້າທີ່ ລາວ ເວົ້າວ່າ:
"ທຸກມື້ນີ້ ເຮົາກໍາລັງ ເຮັດຖນົນ ຫົນທາງ ຢູ່ໃນ ເທສບານ. ຕ້ອງການ ແຮງງານ ເຂົາເຈົ້າກ່າ ຢາກໄດ້ ແຮງງານ ແຕ່ບ້ານໃດ ໄປສມັກ ເຂົາກ່າ ບໍ່ເອົາ ມັນ low ເຣື້ອງ qualify".
ເຈົ້າໜ້າທີ່ວ່າ ໂຄງການ ທີ່ຈີນ ແລະ ວຽດນາມ ເປັນເຈົ້າຂອງ ນັ້ນ ເຂົາກໍ ພຍາຍາມ ຂໍໜັງສື ເພື່ອ ຂໍ ອະນຸຍາດ ເອົາແຮງງານ ຈາກ ປະເທດ ຂອງເຂົາ ເຂົ້າມາ ແຕ່ທາງແຂວງ ກໍບໍ່ສາມາດ ອະນຸມັດ ໃຫ້ເພາະ ມັນບໍ່ ຖືກຕ້ອງກັບ ກົດໝາຍ ແຮງງານ ທີ່ ອະນຸຍາດ ໃຫ້ພຽງແຕ່ 10% ຂອງ ແຮງງານ ທັງໝົດ ຂອງ ໂຄງການ.
ສິ່ງທີ່ເປັນຫ່ວງ ຫລາຍທີ່ສຸດ ເຣຶື້ອງ ແຮງງານ ນີ້ ທ່ານວ່າ ໃນເວລາ ທີ່ລາວ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ, ຊາວ ວຽດນາມ ແລະ ຊາວຈີນ ແລະ ຊາວ ຕ່າງຊາຕ ອື່ນໆ ຍິ່ງຈະເຂົ້າ ມາເຮັດວຽກ ໃນລາວ ຫລາຍຂຶ້ນ ເພາະວ່າ ເມື່ອ ເຖິງເວລາ ນັ້ນແລ້ວ ການນໍາເຂົ້າ ແຮງງານ ມີຄວາມ ເສຣີ ຫລາຍຂຶ້ນ, ແຮງງານ ລາວ ກໍຈະຫາ ວຽກເຮັດ ງານທໍາ ຍາກຂື້ນ ເພາະ ມີການ ຈໍາແນກ ແຮງງານ ລາວແລ້ວ.
ເຖິງແມ່ນວ່າ ທາງແຂວງ ມີໂຄງການ ຝຶກແອບ ແຮງງານ ແລະ ທາງແຂວງ ຊຽງຮາຍ ຂອງໄທ ກໍໃຫ້ການ ຊ່ວຍເຫລືອ, ແຕ່ ຜ່ານມາ ສາມາດ ຜລິດ ຄົນງານ ໄດ້ພຽງແຕ່ 500 ຄົນ ເທົ່ານັ້ນ ຊຶ່ງມັນ ບໍ່ພໍກັບ ຄວາມຕ້ອງ ການຂອງ ບໍຣິສັດ.