ຂ.ອຸດົມໄຊ ຂ.ຫຼວງນໍ້າທາ ບໍ່ເຫັນດີ ມ.ທັນສມັຍ

ສຸພັດຕາ
2021.02.17
ຂ.ອຸດົມໄຊ ຂ.ຫຼວງນໍ້າທາ ບໍ່ເຫັນດີ ມ.ທັນສມັຍ ທ່ານ ວິກົມ ກົມມະດິດ ປະທານບໍຣິສັດ ອັມມະຕະ ເຊັນສັນຍາ MOU ກັບ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ເມື່ອປີ 2019 ເພື່ອສໍາຣວດ ໂຄງການພັທນາ ເມືອງທັນສມັຍ,
ພາບປະກອບ: ນັກຂ່າວພົລເມືອງ

ບໍຣິສັດອໍາມະຕະ ປະເທດໄທຍ ຕຽມພັທນາກໍ່ສ້າງເມືອງທັນສມັຍ ຫຼື Smart & Eco City ໃນເນື້ອທີ່ 7,000 ເຮັກຕ່າຣ ຢູ່ແຂວງ ອຸດົມໄຊ ແລະ ແຂວງຫຼວງນໍ້າທາ ໃນມໍ່ໆນີ້, ແຕ່ຊາວບ້ານຫຼາຍຄົນ ບໍ່ເຫັນດີນໍາ ໂຄງການດັ່ງກ່າວ ເພາະກັງວົນໃນບັນຫາ ເຣື່ອງ ສິ່ງແວດລ້ອມ ຈະຖືກທໍາລາຍ ແລະ ບໍ່ມີດິນທໍາມາຫາກິນ, ດັ່ງຊາວບ້ານ ເມືອງນາໝໍ້ ແຂວງອຸດົມໄຊ ຜູ້ນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 17 ກຸມພາ ນີ້ວ່າ:

“ໂຕທີ່ວ່າ ຊິຫັນດິນປະຊາຊົນ ມາເປັນໂຮງຈັກໂຮງງານ ນີ້ຄືວ່າ ບໍ່ເຫັນ ມີຫຍັງເທື່ອ. ດັ່ງການຊົດເຊີຍ, ການເວນຄືນນີ້ກະຄືບໍ່ເຫັນ ຫຍັງເທື່ອນ່າ, ມັນຫຼາຍປັັດຈັຍນ່າ ໄດ້ເງິນຢູ່, ແຕ່ວ່າ ປະຊາຊົນມັນສ່ວນຫຼາຍ ຕິດພັນນໍາທັມມະຊາດ ໃນການທໍາການຜລິດເດ້ເນາະ, ຄັນວ່າ ເອົາດິນຂະເຈົ້າ ຂະເຈົ້າໄປລະ ມັນຊິບໍ່ມີບ່ອນ ທໍາການຜລິດຫັ້ນເນາະ.”

ຊາວບ້ານຜູ້ນີ້ເວົ້າອີກວ່າ ການສ້າງເມືອງທັນສມັຍ ແລະມີໂຮງຈັກໂຮງງານ ອຸດສາຫະກັມ ຂນາດໃຫຍ່ແບບນີ້ ມັນຍັງບໍ່ເໝາະສົມ ກັບວິຖີຊີວິດ ຂອງຄົນທ້ອງຖິ່ນປານໃດ. ເນື່ອງຈາກ ຊາວບ້ານສ່ວນຫຼາຍ ມີອາຊີບເຮັດໄຮ່, ເຮັດສວນ, ລ້ຽງສັດ ແລະຄ້າຂາຍ ເມື່ອປະຊາຊົນ ບໍ່ມີດິນທໍາການຜລິດ ກໍເທົ່າກັບ ການທໍາລາຍຊີວິດ, ທໍາລາຍອາຊີບ ຂອງປະຊາຊົນໄປລ້າໆ.

ຊາວບ້ານເມືອງນາໝໍ້ ແຂວງອຸດົມໄຊ ອີກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານສ່ວນໃຫຍ່ ບໍ່ເຫັນດີນໍາ ໂຄງການພັທນາ ເມືອງທັນສມັຍ ທີ່ເຕັມໄປດ້ວຍ ໂຮງຈັກໂຮງງານ ອຸດສາຫະກັມ ຍ້ອນເຫັນວ່າເປັນການພັທນາ ເພື່ອຫາຜົລປໂຍດ ຂອງຜູ້ທີ່ມີອໍານາດເທົ່ານັ້ນ, ແຕ່ຊາວບ້ານໃນພື້ນທີ່ ເຊິ່ງຫາຢູ່ຫາກິນມາຫຼາຍ 10 ປີ ຈະບໍ່ໄດ້ຜົລ ປໂຍດຫຍັງຈາກໂຄງການດັ່ງກ່າວ:

“ຄັນປະຊາຊົນຍິນຍອມ ລະກະບໍ່ມີບັນຫາ ອັນນີ້ ປະຊາຊົນຂະເຈົ້າບໍ່ຍິນຍອມເດ້, ເພາະວ່າ ມັນເຫັນສາເຫດ ເຫັນການຫຍຸ້ງຍາກ ຫຼາຍ ແນວຫັ້ນແຫຼະ, ເຫັນແຕ່ຜົລປໂຍດຂອງຂະເຈົ້າ ບໍ່ເບິ່ງປະຊາຊົນ ວ່າຊັ້ນສາ.”

ຊາວບ້ານເມືອງນາເຕີຍ ແຂວງຫຼວງນໍ້າທາ ຜູ້ນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ຮູ້ວ່າດິນຂອງຊາວບ້ານ ຈະຖືກ ຜົລກະທົບຫຼາຍໜ້ອຍປານໃດ, ແຕ່ຊາວບ້ານ ສ່ວນໃຫຍ່ ຈະບໍ່ຍອມຢ່າງແນ່ນອນ ຫາກບໍ່ໄດ້ຮັບເງິນຊົດເຊີຍ ທີ່ເໝາະສົມ ແລະ ຍຸຕິທັມ ເພາະເຫັນຜົລກະທົບມາແລ້ວ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ຊາວບ້ານ ສ່ວນຫຼາຍ ບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເໝາະສົມ:

“ປັດຈຸບັນ ສົມມຸດວ່າ ຕີຣາຄາ ສົມມຸດວ່າ ຊົດເຊີຍດ້າມເລັກ ດ້າມໜ້ອຍນີ້ ມັນບໍ່ຄຸ້ມຄ່າ, ດິນກະເປັນດິນປະຊາຊົນ ເຮັດມາແຫຼະ ດິນຣັຖດິນຫຼວງຫັ້ນແຫຼະເນາະ, ເຮັດມາຫຼາຍປີ ຫຼາຍເຊັ່ນຄົນແລ້ວ ຫັ່ນນ່າ ຊິມາໃຊ້ຊົດເຊີຍ ດ້າມ 10 ປາຍພັນນີ້ ເຂົາກະບໍ່ເຫັນດີ.”

Oudomxay.jpg
ໃນເຂດເທສບານ ແຂວງອຸດົມໄຊ

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການດັ່ງກ່າວ ມີເນື້ອທີ່ຫຼາຍສົມຄວນ ກວມເອົາ 2 ແຂວງ ຄື: ແຂວງ ອຸດົມໄຊ ແລະ ແຂວງຫຼວງນໍ້າທາ. ປັດຈຸບັນ ຍັງບໍ່ທັນ ອະນຸມັດ ໃຫ້ພັທນາເທື່ອ ຍ້ອນ ສະພາແຫ່ງຊາດ ຍັງບໍ່ອະນຸມັດ, ດັ່ງທ່ານກ່າວວ່າ:

“ໂອ້! ອັນນັ້ນ ມັນຍັງເວົ້າບໍ່ໄດ້ ເວົ້າບໍ່ໄດ້ ມັນເນື້ອທີ່ ມັນກວມເອົາຮອດຈຸດໃດໆ ຂະເຈົ້າມີແຕ່ວ່າ ສຶກສາຄວາມເປັນໄປໄດ້ຊື່ໆ ເພິ່ນຍັງ ບໍ່ໄດ້ອະນຸມັດເດ້ ວ່າຊິເຮັດຈັ່ງໃດໆຫັ້ນນ່າ, ມັນຕ້ອງຜ່ານ ຂຽນເປັນບົດວິພາກເສຖກິຈ ຜ່ານສະຜອກສະພາແມ່ນຫຍັງ ຢູ່ໃນຜູ້ຮັບຜິດຊອບ ສະພາຂັ້ນແຂວງ ສະພາແຫ່ງຊາດ ຈັ່ງໃດຈັ່ງໃດ ຢູ່ເສັ້ນນາໝໍ້ແດ່ ຢູ່ອັນເມືອງຮຸນແດ່ ອໍາມະຕະເຂົາເຈົ້າ ຊິມາສັມປະທານ.”

ດ້ານເຈົ້າໜ້າທີ່ ຕາງໝ້າບໍຣິສັດ ອໍາມະຕະ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການພັທນາເມືອງທັນສມັຍ ໃນລາວ ຍັງຄົງສືບຕໍ່, ແຕ່ດ້ວຍສະຖານະການ ການຣະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ເກີດຄວາມຫຼ້າຊ້າ ຄາດວ່າພາຍໃນທ້າຍປີ 2021 ນີ້ ຈະເດີນທາງໄປພົບກັບ ຣັຖບານລາວ ເພື່ອຫາລື ເຣື່ອງການກໍ່ສ້າງ ຫາກຣັຖບານ ລາວ ອະນຸມັດເຫັນດີ ກໍຈະເລີ້ມລົງມື ກໍ່ສ້າງໃຫ້ໄວທີ່ສຸດ:

“ທ່ານຜູ້ນີ້ ເວົ້າວ່າ ເຮັດໆ ກໍາລັງຕຽມການເນາະ ກະນີ້ແຫຼະ ຊ້ວງນີ້ແຫຼະ ໃກ້ໆແລ້ວ, ແຕ່ມັນຕິດໂຄວິດ ກໍໜ້າຈະພາຍໃນປີ  01 (ເດືອນຕຸລາ- ພຶສຈິກາ) ກໍໜ້າຈະໄດ້ແລ້ວ ເນື່ອງຈາກ ມັນຫຼ້າຊ້າ ຍ້ອນໂຄວິດ.”

ສ່ວນກໍຣະນີ ທີ່ມີຊາວບ້ານຫຼາຍພື້ນທີ່ ໃນລາວ ຄັດຄ້ານບໍ່ເຫັນດີນໍາໂຄງການ ພັທນາເມືອງທັນສມັຍນັ້ນ ເຈົ້າໜ້າທີ່ຂອງບໍຣິສັດ ອໍາມະຕະ ບໍ່ຂໍໃຫ້ຄວາມເຫັນໃດໆ.

ໂຄງການພັທນາ ເມືອງທັນສມັຍ ຫຼື Smart and Eco City ໂດຍບໍຣິສັດ ອໍາມະຕະປະເທດໄທຍ ໄດ້ລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ ກັບຣັຖບານລາວ ໃນມື້ວັນທີ 2 ເມສາ ປີ 2018, ເພື່ອສຶກສາຄວາມເປັນໄປໄດ້ ໃນພື້ນທີ່ເມືອງໄຊ, ເມືອງນາໝໍ້ ແຂວງອຸດົມໄຊ ແລະເມືອງນາເຕີຍ ແຂວງຫຼວງນໍ້າທາ ກວມເອົາເນື້ອທີ່ 7,000 ເຮັກຕ່າຣ.

ພາຍໃນເມືອງທັນສມັຍແຫ່ງນີ້ ຈະປະກອບມີ ສິ່ງອໍານວຍຄວາມສະດວກ ຄົບວົງຈອນ ເປັນຕົ້ນ: ໂຮງຈັກໂຮງງານ, ໂຮງຮຽນ, ເຮືອນພັກ, ສູນການຄ້າຂນາດກາງ, ນໍ້າປະປາ, ໄຟຟ້າ ແລະ ໂຮງໝໍຂນາດກາງ 100 ຕຽງ ສໍາລັບພະນັກງານ ໃນນິຄົມ ອຸດສາຫະກັມ ແລະ ຈະໄດ້ສັມປະທານທີ່ດິນ ຈາກ ຣັຖບານລາວ ເປັນເວລາ 50 ປີ ແລະ ຕໍ່ສັນຍາຕື່ມໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Any one
Feb 18, 2021 09:28 PM

It would be good project if 1. compensation is fair and just, 2. hire local people in the building process, 3. train and assist local people in maintain job with the company in the future, 4. share the benefit/profit with local people, 5. proper control/handle of local environmental impact, 6. 50 years contract is too long and the company should not mining of local areas national resources. NOTE: To the company representative that said the project will continue as plan pending COVID-19 condition because the company had already sign a contract with the government. Well, do you think that the contract that your company sign is fair to the local peoples and will the project benefit the people whose life depended on the land they currently occupied? As if you were saying it's ok to commit a crime so long that no one can't see you do it or kill someone because you were told to do so? Yes, I'm for the development and all that nice things the company trying to establish but at what cause and will the the project help the local people and surrounding environment?