ຂ.ອຸດົມໄຊສ້າງໂຮງງານຢາງ ເພີ້ມອີກ
2014.04.18

ປັດຈຸບັນ ນັກ ລົງທຶນ ຈີນ ກໍາລັງ ເລັ່ງສ້າງ ໂຮງງານ ແປຮູບ ຢາງພາຣາ ຢູ່ແຂວງ ອຸດົມໄຊ ຕື່ມອີກ ແຫ່ງ 1 ເພື່ອ ຮັບຊື້ ນໍ້າ ຢາງ. ທັງ ບໍຣິສັດ ລາວ ແລະ ຈີນ ກໍາລັງຂໍ ອະນຸມັດ ສ້າງເພີ່ມ ອີກ 3 ແຫ່ງ. ດັ່ງ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ກ່າວວ່າ:
"4 ໂຮງງານ ຫັ້ນ ຈະ ອະນຸຍາດ ໃຫ້ ກໍ່ສ້າງ ແລ້ວ ລະກະບາງ ໂຮງງານ ກໍາລັງ ກໍ່ສ້າງ ລະກະບາງ ໂຮງງານ ກໍາລັງ ຢູ່ໃນ ຂັ້ນ ຕອນ ແລ່ນ ເອກກະສານ". .
ທ່ານກ່າວ ຕໍ່ໄປວ່າ ການ ກໍ່ສ້າງ ໂຮງງານ ແປຮູບ ຢາງ ພາຣາ 1 ແຫ່ງ ນັ້ນ ມີຄວາມ ຄືບໜ້າ ດີ ຄາດວ່າ ຈະສ້າງ ສໍາເຣັດ ແລະ ເປີດໃຊ້ ພາຍໃນ ເດືອນ ກໍຣະກະດາ ຫລື ເດືອນ ສິງຫາ 2014 ນີ້. ສ່ວນອີກ 3 ໂຮງງານ ກໍຄາດວ່າ ຈະໄດ້ເລີ່ມ ກໍ່ສ້າງ ໃນ ອີກ ບໍ່ດົນ ແລະ ຈະ ສາມາດ ເປີດໃຊ້ ໃນ ຣະຫວ່າງ ຕົ້ນປີ ຫລື ທ້າຍປີ 2015 ນີ້.
ທ່ານກ່າວ ອີກວ່າ ປັດຈຸບັນ ຢູ່ແຂວງ ອຸດົມໄຊ ມີໂຮງງານ ແປຮູບ ຢາງພາຣາ ແຫ່ງດຽວ ເປັນ ຂອງຈີນ ຊຶ່ງເປີດໃຊ້ ມາໄດ້ ປະມານ 2 ປີ ແລ້ວ. ທາງ ໂຮງງານ ບໍ່ສາມາດ ຮັບຊື້ ນໍ້າຢາງ ພາຣາ ທີ່ ປະຊາຊົນ ຜລິດໄດ້ ທັງໝົດ. ດັ່ງນັ້ນ ຈຶ່ງຕ້ອງການ ໃຫ້ມີ ໂຮງງານ ເພີ້ມອີກ.
ແຂວງ ອຸດົມໄຊ ມີເນື້ອທີ່ ປູກ ຢາງພາຣາ ປະມານ 28,000 ເຮັກຕາ ສ່ວນຫລາຍ ເປັນ ໂຄງການ ປູກໃນ ຮູບແບບ 2+3 ແລະ 1+4 ທີ່ ນັກລົງທຶນ ຈີນ ເຂົ້າມາ ສັນຍາ ເຮັດກັບ ຊາວບ້ານ. ນອກນັ້ນ ກໍເປັນ ສວນ ຢາງພາຣາ ຂອງ ປະຊາຊົນ ເອງ. ປັຈຈຸບັນ ທາງແຂວງ ໂຈະການ ໃຫ້ ສໍາປະທານ ທີ່ດິນ ປູກ ຢາງພາຣາ ແກ່ ນັກລົງທຶນ ຈີນ ແລ້ວ.