ການຂຸດບໍ່ຫີນຢູ່ວຽງຈັນ ແບບງຽບໆ


2015.02.26
F-Stone ການຂຸດຄົ້ນ ບໍ່ຫີນ ຢູ່ບ້ານປຸ່ງ ເມືອງກາສີ ແຂວງວຽງຈັນ ທີ່ ຍັງບໍ່ມີໃຜແຈ້ງ ວ່າ ເປັນຫີນຊນິດໃດ
Citizen Journalist

ການ ຂຸດຄົ້ນ ບໍ່ຫີນ ຢູ່ ບ້ານປຸ່ງ ເມືອງ ກາສີ ແຂວງ ວຽງຈັນ ໂດຍມີ ເຈົ້າໜ້າທີ່ ບໍ່ແຮ່, ອຳນາດ ການ ປົກຄອງ ຂັ້ນ ເມືອງ ແລະ ແຂວງ ຮ່ວມມື ກັບ ບໍຣິສັດ ຕ່າງ ປະເທດ ແຕ່ ກໍຍັງ ບໍ່ມີ ການ ຣະບຸ ວ່າ ເປັນ ຫີນ ຊນິດໃດ ແທ້.

ແຫລ່ງຂ່າວ ທີ່ ໃກ້ຊິດ ກັບ ເຈົ້າໜ້າທີ່ ຂະແໜງ ການ ບໍ່ແຮ່ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ ການ ຂຸດຄົ້ນ ບໍ່ແຮ່ ດຳເນີນ ມາໄດ້ 2 ປີ ແລ້ວ ຊຶ່ງ ແມ່ນ ບໍຣິສັດ ວຽດນາມ ເປັນ ຜູ້ ຂຸດຄົ້ນ ແລະ ບໍຣິສັດ ຈີນ ເປັນ ຜູ້ ຮັບຊື້, ນອກຈາກ ນີ້ ການ ສຳປະທານ ຂຸດຄົ້ນ ນັ້ນ ບໍ່ໄດ້ຜ່ານ ຄນະ ຣັຖບານ. ບໍຣິສັດ ທີ່ ຂຸດຄົ້ນ ແມ່ນ ບໍຣິສັດ ຕັງນາຍ ມາຍນິງ ເປັນຜູ້ ຂຸດຄົ້ນ ແຕ່ ຣາຍ ຣະອຽດ ໃນການ ຂຸດຄົ້ນ ນັ້ນ ບໍ່ມີການ ຣາຍງານ ອອກ ໃຫ້ ສາທາຣະນະ ໄດ້ ຮັບຮູ້ ນໍາເລີຍ.

ການຂຸດຄົ້ນ ບໍ່ແຮ່ ໂດຍ ບໍ່ໄດ້ຮັບ ອະນຸຍາດ ຈາກ ຣັຖບານ ໂດຍ ອຳນາດ ການ ປົກຄອງ ອະນຸຍາດ ໃຫ້ ບໍຣິສັດ ດຳເນີນ ການ ເອງ ແລະ ເປັນ ບັນຫາ ທີ່ ເກີດຂຶ້ນ ຢູ່ ຫລາຍບ່ອນ ເຊັ່ນ: ການ ຂຸດຄົ້ນ ຄຳ ຢູ່ ແຂວງ ຊຽງຂວາງ, ການຂຸດ ຄົ້ນ ຄຳ ຢູ່ ແຂວງ ຫລວງ ພຣະບາງ ແລະ ເຂດ ເມືອງ ສັງທອງ ນະຄອນ ຫລວງ ວຽງຈັນ ຊຶ່ງ ມັນເປັນ ສ້າງ ຜົນ ກະທົບ ຕໍ່ ແມ່ນ້ຳ ລຳທານ ແລະ ຊີວະ ນາໆ ພັນ ຈົນ ຣັຖບານ ຕ້ອງມີ ສຳສັ່ງ ໃຫ້ ຢຸດ ເຊົາ ການ ຂຸດຄົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.