ບໍ່ຖ່ານຫີນຢູ່ແຂວງເຊກອງ ຈະ ຂຸດແລ້ວ

ອະວາຣີ
2014.04.17
F-default ບໍ່ຖ່ານຫີນຢູ່ແຂວງເຊກອງ ຈະຖືກຂຸດຄົ້ນແລ້ວ
RFA

 

ກຸ່ມ ບໍຣິສັດ ພອນສັກ ຈະ ຂຸດຄົ້ນ ບໍ່ ຖ່ານຫີນ ຢູ່ ແຂວງ ເຊກອງ ໃນປີນີ້ ເພື່ອຂາຍ ໃຫ້ ໂຮງງານ ໄຟຟ້າ ຖ່ານຫີນ ທີ່ ຈະຖືກສ້າງ ຂື້ນ ໃນໄວໆ ນີ້. ເຈົ້າໜ້າທີ່ ກະຊວງ ພະລັງ ງານ ແລະ ບໍ່ແຮ່ ຂອງລາວ ໃຫ້ ຣາຍຣະອຽດ ກ່ຽວກັບ ເຣື່ອງນີ້ ຕື່ມວ່າ:

“ເຊກອງ ກະລືມ ນີ່ມັນ ກໍຖືວ່າ ເຂົາໄດ້ ສຳຣວດ ອອກແບບ ໄປ ແລ້ວ ມູນຄ່າ ປະມານ 60-70 ຕື້ ກີບ ສຳຣັບ ເຊກອງ ນີ່ ເຮົາ ສາມາດ ດຸ່ນເດື່ອງ ໄປໄດ້ ຢູ່ໃນ ແຂວງ ເຊກອງ ແລ້ວ ກໍສົ່ງອອກ ໄປຕ່າງ ແຂວງ ຕື່ມ.”

ຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ ທ່ານນີ້ ບໍຣິສັດ ພອນສັກ ໄດ້ ສັມປະທານ ທີ່ດິນ ປະມານ 1 ແສນ ເຮັກຕາຣ໌ ເພື່ອ ຂຸດຄົ້ນ ບໍ່ ຖ່ານຫີນ ຢູ່ ບໍຣິເວນ ເມືອງ ກະລືມ ແຂວງ ເຊກອງ, ໄດ້ ສຶກສາ ສຳຣວດ ນັບແຕ່ ປີ 2009 ເປັນ ຕົ້ນມາ ແລະ ຄາດວ່າ ຈະລົງມື ຂຸດຄົ້ນ ໃນປີນີ້. ບໍຣິສັດ ພອນສັກ ໄດ້ ສັມປະທານ ຂຸດຄົ້ນ ເປັນ ເວລາ 25 ປີ ຄືນັບແຕ່ ປີ 2014 ນີ້ ຈົນເຖິງ ປີ 2038.

ບໍຣິສັດ ພອນສັກ ຄາດວ່າ ບໍ່ຖ່ານຫີນ ເມືອງ ກະລືມ ຈະມີ ຖ່ານຫີນ ເຖິງ 200 ລ້ານຕັນ. ສຳຣັບ ຜົນກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ນັ້ນ ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ເວົ້າວ່າ ຈະມີຜົນ ກະທົບ ຢ່າງ ແນ່ນອນ; ແຕ່ ປັດຈຸບັນ ຍັງບໍ່ທັນ ເວົ້າໄດ້ວ່າ ປະຊາຊົນ ຫລາຍ ເທົ່າໃດ ຈະໄດ້ຮັບ ຜົນ ກະທົບ ແລະ ຈັກຄົນ ຫລື ຈັກບ້ານ ຈະ ຈຳເປັນຕ້ອງ ໂຍກຍ້າຍ ທີ່ຢູ່ ອາໄສ. ເວັບໄຊຕ໌ ຂອງ ບໍຣິສັດ ພອນສັກ ແຈ້ງວ່າ ກຸ່ມ ບໍຣິສັດ ພອນສັກ ເປັນ ບໍຣິສັດ ໃຫຍ່ ຢູ່ລາວ ລົງທຶນ ເຮັດ ທຸຣະກິດ ຫລາຍຢ່າງ ເຊັ່ນ ຂຸດຄົ້ນ ບໍ່ແຮ່ ສ້າງ ໂຮງງານ ໄຟຟ້າ ແລະ ເປັນເຈົ້າຂອງ ໂຮງເລື່ອຍ ໄມ້ ຫລາຍແຫ່ງ.

ປັດຈຸບັນ ບໍຣິສັດ ພອນສັກ ໄດ້ ສັມປະທານ ທີ່ ດິນກວ່າ 1,800 ຕາຕະລາງ ກິໂລແມັດ ທີ່ ບໍຣິເວນ ໄກ ຈາກ ບ້ານຫລັກ ຊາວ ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ ປະມານ 22 ກິໂລແມັດ ແລະ ປັດຈຸບັນ ກຳລັງ ຂຸດຄົ້ນ ບໍ່ຄຳ ຢູ່ ທີ່ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.