ບໍຣິສັດຈີນຢາກເຊົ່າດິນ ເພີ້ມອີກ

ສິດນີ
2014.03.04
F-banana ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງ ຜົ້ງສາລີ. ຮູປຖ່າຍ 2012. ໃນເດືອນ ພຶສພາ ປີ 2013 ທາງການແຂວງ ອຸດົມໄຊ ກໍໄດ້ຢຸດ ອອກອະນຸຍາດ ໃຫ້ເຮັດ ສວນກ້ວຍ ລະຍະສອງປີ ເມື່ອພົບວ່າ ມັນທໍາລາຍ ສິ່ງແວດລ້ອມ.
laolandissues.org

 

ເຈົ້າຫນ້າທີ່ ແຂວງ ອຸດົມໄຊ ເວົ້າວ່າ ປັດຈຸບັນ ບໍຣີສັດ ຈີນ 4 ບໍຣີສັດ ສົນໃຈ ຢາກເຊົ່າ ທີ່ດິນ ຊາວບ້ານ ຢູ່ເມືອງແບງ ແຂວງ ອຸດົມໄຊ ເພື່ອລົງທຶນ ປູກກ້ວຍ ເພີ້ມຕື່ມ ຍ້ອນວ່າ ເມືອງແບງ ມີດິນ ເຫມາະສົມ ສຳລັບ ການປູກຝັງ ຊື່ງບາງລາຍ ກໍໄດ້ ເຈຣະຈາ ກັບ ເຈົ້າຫນ້າທີ່ ແລ້ວ ໂດຍໃຫ້ ຄ່າເຊົ່າ ສູງເຖີງ 12 ລ້ານ ກີບຕໍ່ ນຶ່ງເຮັກຕາ ແຕ່ທາງການ ຍັງບໍ່ທັນ ເຊັນ ເອກສານ ໃຫ້ເທື່ອ ເພາະຕ້ອງ ຜ່ານການ ກວດກາ ຕາມຣະບຽບ ກອ່ນ:

"ຂໍເຊົ່າດິນ ຈາກ ປະຊາຊົນນີ້ ທາງຣັຖເຮົາ ກໍຍັງ ບໍ່ທັນ ເຊັນໃຫ້ເທື່ອ ເຂົາກໍເຊົ່າ ຣາຄາ ສູງ 12 ລ້ານ ຕໍ່ ເຮັກຕາເດ ດຽວນີ້".

ທ່ານກ່າວ ຕໍ່ໄປວ່າ ທາງການ ແຂວງ ກໍຕ້ອງ ມີການ ກວດກາ ຄົ້ນຄວ້າ ຜູ້ທີ່ຈະມາ ເຊົ່າທີ່ດິນ ຈາກ ປະຊາຊົນ ໃຫ້ຣະອຽດ ກ່ອນ ເພື່ອ ປ້ອງກັນ ບໍ່ໃຫ້ ເກີດບັນຫາ ຄວາມຂັດແຍ່ງ ການ ເຊົ່າທີ່ດິນ ຣະຫວ່າງ ປະຊາຊົນ ກັບ ນັກລົງທຶນ ຕາມມາທີຫລັງ ເຖີງແມ່ນວ່າ ປະຊາຊົນ ຈະຍິນດີ ໃຫ້ ນັກລົງທຶນ ເຊົ່າ ກໍຕາມ.

ທ່ານວ່າ ກ່ອນຫນ້ານັ້ນ ກໍມີ ບໍຣິສັດ ຈາກຈີນ 5 ບໍຣິສັດ ເຂົ້າມາເຊົ່າ ທີ່ດິນ ຈາກ ຊາວບ້ານ ເພື່ອປູກກ້ວຍ ມາກອ່ນແລ້ວ ໃນເນື້ອທີ່ ທັງ ຫມົດ 580 ເຮັກຕາ ໃນນັ້ນ ເນື້ອທີ່ ສ່ວນໃຫຍ່ ຍັງບໍ່ທັນ ຫມົດສັນຍາ ເຊົ່າ ເຫລືອຢູ່ອີກ ປະມານ 3-4 ປີ ມີເນື້ອທີ່ ບາງແຫ່ງຫມົດ ສັນຍາ ແລ້ວ ແຕ່ຊາວບ້ານ ເອົາຄືນ ມາປູກ ຫມາກສາລີ ແທນ ບໍ່ຕໍ່ສັນຍາ ໃຫມ່ໃຫ້. ກ້ວຍ ສ່ວນໃຫຍ່ ທີ່ຜລິດ ໃນສວນ ຄົນຈີນ ຈະສົ່ງ ໄປຂາຍ ໃນຈີນ ແຕ່ສຳລັບ ກ້ວຍ ທີ່ບໍ່ງາມ ຈະຖືກຂາຍ ໃນຕລາດ ທ້ອງຖີ່ນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.