ຂ.ຫົວພັນກວດຂັນຄົນງານ ຕ່າງດ້າວ
2015.03.10

ແຂວງ ຫົວພັນ ເພີ້ມ ມາຕການ ກວດກາ ແຮງງານ ຕ່າງດ້າວ ຫລາຍຂຶ້ນ ໂດຍ ສະເພາະ ຊາວຈີນ ແລະ ຊາວ ວຽດນາມ ທີ່ ເຂົ້າມາ ອອກ ແຮງງານ ໃນ ແຂວງ ຫລາຍກວ່າ ຫມູ່. ດັ່ງທ່ານ ກ່າວວ່າ:
"ສ່ວນຫລາຍ ກໍ ວຽດນາມ ມີ ວຽດນາມ ມີ ຈີນ ຈີນ ປະມານ 200 ເນາະ ເທົ່າໃດ ນີ້ແຫລະ ເຂົ້າມາ ກະໄດ້ ຄຸ້ມຄອງ ກະໄດ້ ອອກ ບັດ ອອກຫຍັງ ໃຫ້ເຂົາ ຈຳນວນ ນຶ່ງ ກໍເຂົ້າມາ ຢູ່ນຳ ບໍຣິສັດ ກະເຂົາ ຊອກເຮືອນ ໃຫ້ຢູ່ ຈຳນວນ ນຶ່ງ ກະທາງ ບໍຣິສັດ ເພີ່ນ ກະຊອກ ເຊົ່າເຮືອນ ເຊົ່າຫຍັງ ເປັນ ຂອງ ບໍຣິສັດ ຫັ້ນ ກໍໄດ້ຢູ່ ໄປແນວນັ້ນ ກໍເລີຍລົງ ຕິດຕາມ".
ທ່ານກ່າວ ຕື່ມວ່າ ແຮງງານ ຈີນ ແລະ ແຮງງານ ວຽດນາມ ທີ່ ເຂົ້າມາ ນັ້ນ ສ່ວນໃຫຍ່ ຈະເປັນ ແຮງງານ ກັມມະກອນ ເຂົ້າມານຳ ໂຄງການ ກໍ່ສ້າງ ຕ່າງໆ ທັງ ຂອງຣັດ ແລະ ຂອງ ເອກຊົນ, ພວກນີ້ ເຂົ້າມາ ແບບ 3 ເດືອນ 6 ເດືອນ ຫລື 1 ປີ ຕາມ ແຕ່ລະຄົນ ໄດ້ແຈ້ງກັບ ກົມ ແຮງງານ. ດັ່ງນັ້ນ ທາງການ ຈຶ່ງ ກວດກາ ພວກ ຂະເຈົ້າ ເລື້ອຍໆ ຫາກບັດ ເຮັດວຽກ ຫມົດ ອາຍຸ ກໍໃຫ້ໄປ ຕໍ່ ໃຫມ່ ຫລື ບາງກຸ່ມ ກໍໃຫ້ກັບ ປະເທດ.
ຕາມ ຂໍ້ມູນ ຈາກ ຜແນກ ແຮງງານ ແລະ ສວັດດີການ ແຂວງ ຫົວພັນ ປັດຈຸບັນ ມີ ແຮງງານ ຕ່າງດ້າວ ໃນ ແຂວງ ຫົວພັນ ປະມານ 2,011 ຄົນ ໃນນັ້ນ ມີ ແຮງງານ ວຽດນາມ 1,750 ຄົນ ແຮງງານ ຈີນ 259 ຄົນ ສ່ວນເຫລືອ ສອງຄົນ ແມ່ນ ແຮງງານ ໄທ ແລະ ອອສເຕຣເລັຽ.