ຈີນຈະລົງທຶນ ປູກກາເຟ
2013.03.27

ນັກລົງທຶນ ຈີນ ມີໂຄງການ ຈະມາເຮັດ ທຸຣະກິຈ ປູກກາເຟ ທີ່ ແຂວງ ຜົ້ງສາລີ.
ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ຜູ້ນຶ່ງ ເວົ້າວ່າ ນັກລົງທຶນ ຈີນ ສົນໃຈ ມາລົງທຶນ ປູກກາເຟ ທີ່ແຂວງ ຜົ້ງສາລີ ຊຶ່ງທາງການ ແຂວງ ຄາດວ່າ ຈະຊ່ອຍເຫລືອ ຊາວບ້ານ ໃນເຂດ ຊົນນະບົດ ແລະ ເຂດພູດອຍ ໃຫ້ມີລາຍໄດ້ ເພີ້ມຂຶ້ນ ຮ່ວມທັງການ ແກ້ໄຂ ບັນຫາ ຈູດປ່າ ເຮັດໄຮ່ ເລື່ອນລອຍ ຂອງ ຊາວບ້ານ ໃຫ້ປ່ຽນມາ ປູກກາເຟ ແທນ. ນາງເວົ້າວ່າ:
"ຂະເຈົ້າຊີ່ມາ ສົ່ງເສີມ ປູກກາເຟ ຄິດວ່່າ ເປັນທາງອອກ ອັນນຶ່ງ ເຮັດໃຫ້ ປະຊາຊົນ ມີອາຊີບ ຄົງທີ່ ຈະບໍ່ຖາງປ່າ ເຮັດໄຮ່ ແບບເລື່ອນລອຍ ປູກເຂົ້າ ຫລັງຈາກ ຂະເຈົ້າ ມາລົງທຶນ ໄດ້ ຜົລປູກ ຂະເຈົ້າກໍຊີ່ ເປັນຜູ້ເກັບຊື້ ເປັນແນວນັ້ນ".
ນາງເວົ້າ ຕໍ່ໄປວ່າ ການ ປູກກາເຟ ເປັນແບບດຽວ ກັບລັກສນະ ສອງບວກສາມ ຄືຊາວບ້ານ ຈະເປັນຜູ້ ອອກທີ່ດິນ ແລະ ແຮງງານ ສ່ວນນັກລົງທຶນ ຈະເປັນຜູ້ ອອກທຶນ ຊື້ເບັ້ຽ ແລະ ສິດສອນ ວິຊາການປູກ ຮ່ວມທັງການ ຕລາດຫລືເປັນຜູ້ ຊື້ກາເຟ ຈາກ ຊາວບ້ານເອງ ຫລັງຈາກ ເກັບກ່ຽວ.
ນາງວ່າ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຣາຍລະອຽດວ່າ ຈະມີຊາວບ້ານ ຈັກ ຄອບຄົວ ເຂົ້າຮ່ວມ ໃນໂຄງການ ດັ່ງກ່າວ ແລະ ຈະເລີ້ມປູກ ໃນເວລາໃດ ມີແຕ່ຮູ້ວ່າ ພື້ນທີ່ ທີ່ຈະປູກນັ້ນ ຕ້ອງເປັນດິນ ປູກຝັງມາກອ່ນ. ແຕ່ກໍຍັງ ເປັນຫວ່ງວ່າ ຊາວບ້ານ ທີ່ເຮັດໄຮ່ ເລື່ອນລອຍ ນັ້ນ ຈະສົນໃຈ ໃນໂຄງການນີ້ ຫລືບໍ ເພາະໃນ ປັດຈຸບັນ ຊາວເຜົ່າ 90% ແມ່ນເຮັດໄຮ່ ເລື່ອນລອຍ.
ແຂວງຜົ້ງສາລີ ເປັນແຂວງ ທີ່ນັກລົງທຶນ ຈີີນ ສົນໃຈ ເຂົ້າມາລົງທຶນ ຍ້ອນມີພື້ນທີ່ ກວ້າງຂວາງ, ທີ່ຜ່ານມາ ມີກຸ່ມ ນັກລົງທຶນ ຈີນ ເຂົ້າມາລົງທຶນ ປູກ ຢາງພາລາ ທີ່ ສ້າງບັນຫາ ຕໍ່ ສິ່ງແວດລ້ອມ ແລະ ແມ່ນ້ຳລຳທານ ທາງການ ກໍເຮັດຫຍັງ ບໍ່ໄດ້.