ຈີນຈະສ້າງເຂື່ອນໄຟຟ້າ ນ້ຳໄຜ່
2014.03.03
ເຈົ້າຫນ້າທີ່ ຈາກ ກະຊວງ ພລັງງານ ແລະບໍ່ແຮ່ ທ່ານນື່ງ ເວົ້າວ່າ ໃນວັນທີ 28 ກຸມພາ ປີ 2014 ທາງການລາວ ໄດ້ເຊັນ ສັນຍາ ກັບ ບໍຣິສັດ ໄຟຟ້າ ຈີນ ໃຫ້ ສ້າງເຂື່ອນ ນ້ຳໄຜ່ ຂນາດ 84 ເມກາວັດ ໃນແຂວງ ໄຊສົມບູນ. ການ ກໍ່ສ້າງ ຈະເຮັດໃຫ້ ປະຊາຊົນ ໄດ້ຮັບ ຜົລກະທົບ ປະມານ 3 ບ້ານ.
"ເມືອງພູນເກົ່າ ແລ້ວ ກໍແມ່ນ ບ້ານຫນອງປູ ທີ່ຖືກ ຜົລກະທົບ ໂດຍກົງນີ້ ແມ່ນ 2 ບ້ານ ນີ້ເນາະ ບ້ານຮ່ອງແສນ ກໍເປັນ ບ້ານນຶ່ງ ທີ່ຢູ່ ໃກ້ຄຽງ ກໍມີບ່ອນ ຖືກດິນ ຂອງ ຂະເຈົ້າເນາະ ດິນນາ ດິນໄຮ່ ດິນສວນ ເຂົາຫັ້ນ ແຫລະ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ ໄດ້ມີການ ໂຍກຍ້າຍ ຊາວບ້ານ ອອກໄປແລ້ວ 2 ບ້ານ ປະມານ 160-170 ຄອບຄົວ ດັ່ງບ້ານ ພູນເກົ່າ ແລະ ບ້ານຫນອງປູ ໃນຂນະ ດຽວກັນ ປະຊາຊົນ ໃນບ້ານ ຮ່ອງແສນ ກໍຄາດວ່າ ຈະໄດ້ ຮັບ ຜົລກະທົບ ຈາກ ນ້ຳຖ້ວມ ຖ້າສ້າງ ເຂື່ອນແລ້ວ ຊື່ງທາງການ ຈະໃຫ້ ຄ່າຊົດຊີຍ ຕາມຫລັງ.
ເຂື່ອນນ້ຳໄຜ່ ຕັ້ງຢູ່ເຂດ ເມືອງພູນ ແຂວງ ໄຊສົມບູນ ໃກ້ກັບເຂື່ອນ ນ້ຳງື່ມ ສາມ. ຈະມີ ກຳລັງ ຜລີດໄຟຟ້າ ປະມານ 84 ເມກາວັດ ເຂື່ອນນີ້ ຈະເປັນເຂື່ອນ ທີ່ມີ ອ່າງ ເກັບນ້ຳ ຂນາດໃຫຍ່ ມູນຄ່າ ການກໍ່ສ້າງ ຍັງບໍ່ທັນ ເປີດເຜີຍ ເທື່ອ.
ທ່ານວ່າ ເຂື່ອນນ້ຳໄຜ່ ຈະເປັນເຂື່ອນ ທີ່ເຮັດໃຫ້ ເສຖກິດ ທີ່ແຂວງ ໄຊສົມບູນ ມີການ ເຕີບໂຕ ຈະເລີ້ມ ກໍ່ສ້າງ ໃນປີນີ້ ແລະ ຈະໃຫ້ ສຳເຣັດ ໃນປີ 2018 ສ່ວນການ ຊົດເຊີຍ ຊາວບ້ານ ຜູ້ທີ່ ຈະໄດ້ຮັບ ຜົລກະທົບ ນັ້ນຍັງ ບໍ່ຖືກ ເປີດເຜີຍເທື່ອ ວ່າຈະເຮັດ ແນວໃດ.