ຊາຈີນສີ່ຮ້ອຍປີຢູ່ແຂວງ ຜົ້ງສາລີ
2014.02.06
ພໍ່ຄ້າຊາວຈີນ ສົ່ງເສີມໃຫ້ຊາວລາວຢູ່ແຂວງຜົ້ງສາລີ ປູກຊາຕົ້ມກິນ ແລ້ວຮັບຊື້ໃນຣາຄາ ຖືກໆ ຊາວລາວ ບໍ່ສາມາດ ທັກທ້ວງແນວໃດ ເພາະ ບໍ່ຮູ້ ຣາຄາ ໃນຕລາດ. ເຈົ້າໜ້າທີ່ ຂັ້ນສູງ ແຂວງ ຜົ້ງສາລີ ທ່ານນຶ່ງ ເປີດເຜີຍວ່າ ນັກທຸຣະກິດຈີນລົງມາສົ່ງເສີມ ໃຫ້ຊາວ ກະສິກອນ ປູກຊາ ທີ່ມີຄຸນນະພາບ ດີທີ່ສຸດ ໃນໂລກ ເອີ້ນວ່າ ຊາ 400 ປີ ເມື່ອປະມານ ສິບປີກ່ອນ. ທາງເຈົ້າໜ້າທີ່ ແຂວງຜົ້ງສາລີ ກໍສນັບສນູນແລະໃຫ້ຄວາມ ສະດວກສະບາຍ ຢ່າງເຕັມທີ່ ເພື່ອ ຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:
“ຂົງເຂດກະສິກັມປ່າໄມ້ນີ້ ຕົ້ນຕໍ ກໍແມ່ນສ້າງເງື່ອນໄຂ ໃຫ້ແກ່ນັກລົງທຶນ ນີ້ລົງທຶນເຂົ້າສູ່ ການຜລິດຊາ ຊຶ່ງວ່າມາຮອດ ປັດຈຸບັນນີ້ເນື້ອທີ່ສວນ ຊາ ທັງໝົດ ປະມານ 3,000 ກວ່າເຮັກຕາຣ໌ ຢູ່ໃນນັ້ນ ກໍແມ່ນຊາ 400 ປີ ລະແມ່ນ 70 ກວ່າເຮັກຕາຣ໌; ສະນັ້ນເວົ້າເຖິງ ຜລິຕພັນຊາ ກະ ເປັນສິນຄ້າ ສຳຄັນ ເພື່ອແກ້ໄຂ ຄວາມທຸກຍາກ ໃຫ້ ປະຊາຊົນ.”
ເຈົ້າໜ້າທີ່ ແຂວງຜົ້ງສາລີ ທ່ານນີ້ເວົ້າອີກວ່າ ປັດຈຸບັນ ຕົ້ນຊາເຫລົ່ານັ້ນ ໃຫຍ່ແລ້ວ; ປະຊາຊົນ ເກັບຂາຍໄດ້ແລ້ວ ແຕ່ບັນຫາມີຢູ່ວ່າຕ້ອງຂາຍ ໃຫ້ແກ່ ພໍ່ຄ້າ ຊາວຈີນນັ້ນ ຜູ້ດຽວ. ເຖິງວ່າ ປະຊາຊົນລາວ ຈະບໍ່ຮູ້ ຣາຄາຂອງຊາ ຢູ່ໃນຕລາດ ໂລກດີ ແຕ່ພໍຮູ້ວ່າ ຣາຄາຊາ 400 ປີ ນັ້ນ ແພງຫລາຍ ເພາະເປັນ ຊາ ທີ່ໄດ້ຮັບ ຄວາມນິຍົມ ສູງຢູ່ຈີນ ສະຫະພາບ ຢູໂຣບ ແລະ ສະຫະຣັຖ ອະເມຣິກາ.
ແຕ່ຊາວສວນຊາ ຢູ່ແຂວງຜົ້ງສາລີ ກໍຍັງຈຳເປັນ ຕ້ອງຂາຍຊາ ຂອງຕົນ ໃຫ້ແກ່ພໍ່ຄ້າຈີນ ໃນຣາຄາຖືກໆ ຕລອດມາ; ພວກເຂົາ ບໍ່ສາມາດທັກ ທ້ວງ ແນວໃດໄດ້. ອີກຢ່າງນຶ່ງ ນັກລົງທຶນ ຕ່າງປະເທດອື່ນໆ ກໍບໍ່ສາມາດ ເຂົ້າມາລົງທຶນ ປູກຊາ 400 ປີ ນີ້ຢູ່ແຂວງ ຜົ້ງສາລີ ໄດ້ ເພາະ ພວກພໍ່ຄ້າຈີນ ຈາກ ແຂວງ ສີສວນ ໃຕ້ຂອງຈີນ ເປັນຜູ້ຜູກຂາດ ແຕ່ຝ່າຍດຽວ.
ປັດຈຸບັນ ຊາວຈີນ ລົງມາປູກພຶດ ອຸດສາຫະກັມ ການຄ້າ ຫລາຍຢ່າງຢູ່ລາວ ໂດຍສະເພາະ ຢູ່ ພາກເໜືອ ຊຶ່ງມີທັງ ການປູກ ຢາງພາຣາ ເຂົ້າ ສາລີ ຖົ່ວ ແລະຊາ.