ຈີນຕຣຽມເຈຣະຈາການ ລົງທຶນ
2014.04.15

ເຈົ້າໜ້າທີ່ ຜແນກ ແຜນການ ແລະ ການລົງທຶນ ແຂວງ ບໍຣິຄໍາໄຊ ກ່າວວ່າ ບໍຣິສັດ ຈີນ 2 ບໍຣິສັດ ຕຣຽມ ເຂົ້າມາ ເຈຣະຈາ ກັບ ທາງການ ແຂວງ ບໍຣິຄໍາໄຊ ເຣື່ອງ ການ ລົງທຶນ ຢູ່ເຂດຈຸ ດສຸມ ວຽງຄໍາ ທ່າສະອາດ ຊຶ່ງ ເປັນເຂດ ເສຖກິດ ພິເສດ ຂນາດ ໃຫຍ່ ຂອງແຂວງ:
"ແມ່ນແຫລະ ຄົນຈີນ ກໍາລັງ ມາປຶກສາ ຢູ່ ຫລັງ ປີໃໝ່ ເຂົາຈຶ່ງສິ ເຂົ້າມາ ມາເຈຣະຈາ ກັນ ໄທເຮົາ ໃຫ້ພັທນາ ກ່ອນ 100 ກວ່າ ເຮັກຕາ ກ່ອນ".
ທ່ານກ່າວ ຕື່ມວ່າ ນັກລົງທຶນ ຈີນ ທີ່ ຈະເຂົ້າມາ ເຈຣະຈາ ນັ້ນ ຈະເວົ້າ ເຖິງ ແຜນການ ລົງທຶນ ໃນ ອະນາຄົດ ຮວມໄປເຖິງ ການຈັບ ຈອງ ທີ່ດິນ ໃນເຂດ ດັ່ງກ່າວ ແບບເປັນ ຮູບ ເປັນຮ່າງ ຫລັງຈາກ ທີ່ ພວກເຂົາເຈົ້າ ໄດ້ຕິດຕໍ່ ໄວ້ນານ ແລ້ວ ແລະ ຄາດວ່າ ນັບຕັ້ງແຕ່ ກາງປີນີ້ ເປັນຕົ້ນໄປ ນັກລົງທຶນ ຈາກຈີນ ແລະ ຈາກ ປະເທດອື່ນໆ ຈະສົນໃຈ ເຂົ້າມາ ລົງທຶນ ຫລາຍຂຶ້ນ.
ໃນປີ 2012 ມີຂ່າວວ່າ ນັກລົງທຶນ ຈີນ ສົນໃຈ ທີ່ ຈະເຂົ້າມາ ສໍາປະທານ ໂຄງການ ເສຖກິດ ພິເສດ ແຫ່ງນີ້. ແຕ່ມາ ຮອດ ປັດຈຸບັນ ກໍຍັງບໍ່ທັນ ມີຄວາມ ຄືບໜ້າ ຫຍັງ ຫລາຍເທື່ອ ແຕ່ທາງ ເຈົ້າໜ້າທີ່ ລາວ ກໍຍັງເວົ້າວ່າ ພວກເຂົາເຈົ້າ ຍັງມີ ຄວາມສົນໃຈ ທີ່ ຈະເປັນຜູ້ ສໍາປະທານ ນັ້ນຢູ່.
ໂຄງການ ເຂດ ເສຖກິດ ພິເສດ ຈຸດສຸມ ວຽງຄໍາ ທ່າສະອາດ ຢູ່ ໃນພື້ນ ທີ່ດິນ ຂອງຣັຖ ທັງໝົດ, ໃນເນື້ອທີ່ ປະມານ 1,000 ກວ່າ ເຮັກຕາ ຫາ 2,000 ເຮັກຕາ. ປັຈຈຸບັນ ພື້ນທີ່ ດັ່ງກ່າວ ສ່ວນໃຫຍ່ ເປົ່າວ່າງ, ໄດ້ເລີ່ມ ຕັດເສັ້ນທາງ ເຂົ້າ ຫາແລະ ມີການ ກໍ່ສ້າງ ໄປແລ້ວ ແລ້ວ ຈໍານວນ ນຶ່ງ.