ຈີນ ສຳຣວດພັທນາແຫຼ່ງ ທ່ອງທ່ຽວ ນໍ້າງື່ມ 1
2019.03.19
ບໍຣິສັດ ຊິງຫາວຢູນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຂອງຈີນ ໄດ້ເຣີ່ມການສຳຣວດຄວາມເປັນໄປໄດ້ ຢູ່ບໍຣິເວນແຄມອ່າງນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ເພື່ອພັທນາເປັນແຫຼ່ງທ່ອງທ່ຽວ ພາຍຫລັງທີ່ ທາງການແຂວງວຽງຈັນ ໄດ້ລົງນາມເຊັນສັນຍາ ຮັບຮູ້ເມື່ອ ວັນທີ 11 ມິນາ ຜ່ານມາ, ເພື່ອມອບໂຄງການດັ່ງກ່າວໃຫ້ ບໍຣິສັດ ຊີງຫາວຢູນ ເຣິ່ມສຳຣວດເປັນເວລານຶ່ງປີ. ອີງຕາມເຈົ້າໜ້າທີ່ ເມືອງ ແກ້ວອຸດົມ ໄດ້ເວົ້າຕໍ່ນັກຂ່າວ RFA ໃນມື້ວານນີ້ວ່າ:
"ສຶກສາຄວາມເປັນໄປໄດ້ຍັງບໍ່ທັນໄດ້ພັທນາ ເພິ່ນເອົາຢູ່ໃນບໍຣິເວນ 20 ເຮັກຕ້າ ເຂົາເຈົ້າເອົາຢູ່ໃນຂອບເຂດຊາຍແດນຣະຫວ່າງ ເມືອງ ແກ້ວອຸດົມ ຂອງ ເມືອງທຸລະຄົມ ມັນຕໍ່ກັນ."
ເຈົ້າໜ້າທີ່ ເມືອງແກ້ວອຸດົມ ເວົ້າຕື່ມວ່າ ໂຄງການພັທນາແຫລ່ງທ່ອງທ່ຽວ ແຫ່ງນີ້ມີແຜນຈະພັທນາຫລາຍຢ່າງ ເປັນຕົ້ນສ້າງເຂດທີ່ພັກ ອາສັຍ, ໂຮງແຮມ, ສູນອາຫານ ແລະ ເຂດການຄ້າ-ການບັນເທີງຄົບວົງຈອນ ເພື່ອຮອງຮັບນັກທ່ອງທ່ຽວ ຕ່າງປະເທດ ແລະນັກທ່ອງທ່ຽວ ລາວ ແຕ່ຍັງບໍ່ຮູ້ຣາຍລະອຽດ ວ່າຈະເຣີ່ມພັທນາເມື່ອໃດ, ສຳເຣັດປີໃດແທ້ ແລະ ຈະໃຊ້ງົບປະມານ ໃນການລົງທຶນເທົ່າໃດ.
ໂຄງການນີ້ ມີພື້ນທີ່ເຂດສຳຣວດ ຢູ່ແຄມອ່າງນໍ້າງື່ມ 1 ໃນເນື້ອທີ່ທັງໝົດ 20 ເຮັກຕ້າ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄລຍະເວລາ ໃນການສຳຣວດ ນຶ່ງປີໃຫ້ ສຳເຣັດ ໂດຍໃຫ້ຮັບປະກັນ ຂໍ້ມູນຣະອຽດ ຂອງພື້ນທີ່, ການອອກແບບໂຄງການທັງໝົດ, ການສຶກສາຜົລກະທົບ ຕໍ່ສິ່ງແວັດລ້ອມ ແລະສັງຄົມ.