ຈີນ ເລີ້ມຂຸດທອງແດງຢູ່ ຍອດອູ
2016.03.09
ສອງ ບໍຣິສັດຈີນ ເລີ້ມຂຸດຄົ້ນ ບໍ່ແຮ່ ຢູ່ ເມືອງຍອດອູ ແຂວງ ຜົ້ງສາລີ ມາຕັ້ງແຕ່ ວັນທີ 9 ກຸມພາ 2016 ໂດຍ ຈະຂຸດຄົ້ນ ບໍ່ທອງແດງ ເປັນຫລັກ ເພາະເຫັນວ່າ ມີຫຼາຍ. ດັ່ງ ເຈົ້າໜ້າທີ່ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ຜົ້ງສາລີ ເວົ້າຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 8 ມິນາ ນີ້ວ່າ:
"ຈະຂຸດຄົ້ນ ປີນີ້ມີຈັກ ສອງ ບໍຣິສັດ ຍົງຊຸນ ມາຍນິງ ກັບ ຊີຊີໂອຊີຊີ ທັງໝົດ ຂອງຈີນໝົດ ສະເພາະ ປີນີ້ສິຂຸດຄົ້ນ ມີແຕ່ວ່າ ແຮ່ທອງ ຫັ້ນແຫຼະ ເປີດການ ຂຸດຄົ້ນແລ້ວ ວັນທີ 9 ເດືອນ 2".
ທ່ານກ່າວ ຕໍ່ໄປວ່າ 2 ບໍຣິສັດ ທີ່ວ່ານີ້ ໄດ້ ເຊັນສັນຍາ ສຳປະທານ ກັບ ທາງການລາວ ເມື່ອປີ 2015 ແຕ່ຍັງ ບໍ່ຮູ້ວ່າ ຣະຍະ ເວລາ ສຳປະທານ ນັ້ນມີ ກຳນົດ ຈັກປີ ແລະ ທອງແດງ ທີ່ວ່າ ຈະຂຸດຄົ້ນ ຫຼາຍນັ້ນ ຈະໄດ້ຈັກ ຕັນຕໍ່ປີ ແລະ ຈະສົ່ງໄປຂາຍ ໃຫ້ຈີນ ຫລືວ່າ ປະເທສ ໃດ.
ແຕ່ປີ 2006 ຮອດປີ 2015 ບໍຣິສັດ ນຶ່ງ ຂອງຈີນ ໄດ້ຂຸດຄົ້ນ ບໍ່ແຮ່ ຢູ່ ເມືອງຍອດອູ ຊຶ່ງ ເນື້ອທີ່ ຂຸດຄົ້ນ ນັ້ນ ກວມເອົາດິນ ຂອງ ປະຊາຊົນ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ, ຈົນຮອດ ດຽວນີ້ ພາກສ່ວນ ກ່ຽວຂ້ອງ ກໍຍັງແກ້ໄຂ ບໍ່ໄດ້:
"ສະເພາະ ບໍຣິສັດ ເກົ່າ ຫັ້ນນະ ປີ 2006 ເຖິງ 2014-15 ນີ້ກໍມີ ຜົລກະທົບ ພື້ນທີ່ ສໍາປະທານ ຂອງເພີ່ນ ຖືກນາ ຂອງຂະເຈົ້າ ນີ້ນະ ອົງການ ກ່ຽວຂ້ອງ ຂຶ້ນມາແກ້ໄຂ ກໍໄດ້ ສໍາເຣັດໄປ ປະມານ 70% ນີ້ແຫຼະ".
ທ່ານ ກ່າວອີກວ່າ ຍັງມີ ບໍຣິສັດຈີນ ອີກ 3 ບໍຣິສັດ ຈະເຂົ້າມາ ສຳປະທານ ຂຸດຄົ້ນ ບໍ່ທອງແດງ ແລະ ຖ່ານຫີນ ຢູ່ເມືອງນີ້ ອີກ. ປັດຈຸບັນ 3 ບໍຣິສັດ ດັ່ງກ່າວ ກຳລັງ ເຈຣະຈາ ເຮັດຂໍ້ຕົກລົງ ກັບ ທາງການລາວ ຢູ່ ຊຶ່ງຄາດວ່າ ຈະຕົກລົງ ກັນໄດ້ ແລະ ຈະເຂົ້າມາ ສຳຣວດ ໃນທ້າຍປີນີ້ ຫລືວ່າ ຕົ້ນປີໜ້າ ແລະວ່າ ທາງ ເຈົ້າໜ້າທີ່ ຕ້ອງ ໄດ້ຕິດຕາມ ການສຳຣວດ ແລະ ການຂຸດຄົ້ນ ນັ້ນ ເພື່ອບໍ່ໃຫ້ ເກີດບັນຫາ ໄປກວມເອົາດິນ ຂອງ ປະຊາຊົນ ດັ່ງທີ່ເຄີຍ ເປັນມາແລ້ວ.