ເຂດກໍ່ສ້າງບຶງທາຕຫຼວງ ຄືບໜ້າ
2013.11.06

ນັກລົງທຶນຈີນ ຈະເລີ້ມສ້າງສູນການຄ້າ ແລະຕຶກອາຄານ ໃນເຂດເສຖກິດສະເພາະ ບຶງທາຕຫລວງແລ້ວ. ເຈົ້າໜ້າທີ່ກະຊວງແຜນການແລະ ການລົງທຶນ ຂອງລາວທ່ານນຶ່ງໃຫ້ຄວາມກະຈ່າງແຈ້ງກ່ຽວກັບ ເຣື້ອງນີ້ວ່າ:
“ມີ ໂຕນີ້ແມ່ນຊິ່ສ້າງ ມັນຈະມີ 2 ຣາຍການເນາະ ເປັນສູນການຄ້າໃຫຍ່ ອີກອັນນຶ່ງແມ່ນເປັນ ອະພາທເມັ້ນ ເພາະວ່າເຂດບຶງທາດຫລວງນີ້ ຜູ້ພັທນາຜູ້ສັມປະທານຊິ່ເປັນຄົນຈີນ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຍັງບໍ່ສາມາດບອກໄດ້ວ່າ ນັກລົງທຶນຈີນຈະລົງມືສ້າງສູນການຄ້າ ແລະຕຶກອະພາທເມັ້ນນັ້ນມື້ໃດແທ້ ຮູ້ພຽງແຕ່ ວ່າຈະສ້າງຂນາດໃຫຍ່ທີ່ມີທັງຮ້ານຄ້າ ຫ້ອງການ ແລະການບໍຣິການ ຄົບວົງຈອນ ພ້ອມທັງບ່ອນຢູ່ອາສັຍ ຢ່າງກວ້າງຂວາງ.
ການກໍ່ສ້າງໃນເຂດບຶງທາດຫລວງ ໄດ້ດຳເນີນໄປແດ່ແລ້ວ ເຊັ່ນປັບປຸງໜ້າດິນ ຕິດຕັ້ງຣະບົບນໍ້າປະປາ ຕໍ່ໄຟຟ້າເຂົ້າສໍາເຣັດແລ້ວ. ປັຈຈຸບັນ ກໍາລັງມີການສ້າງທາງຈາກຖນົນໃຫຍ່ ເຂົ້າຫາເຂດໂຄງການ. ຣັຖບານລາວ ເຊັນສັນຍາໃຫ້ສັມປະທານ ໂຄງການເສຖກິດສະເພາະບຶງທາຕ ຫລວງ ໃຫ້ແກ່ນັກລົງທຶນຈີນເມື່ອປີ 2011.
ໃນການກໍ່ສ້າງ ບໍຣິສັດຈີນ ຈະລົງທຶນເຖິງ 1 ຕື້ 600 ລ້ານ ດອນລາ ສະຫະຣັຖ ຈະສ້າງໃຫ້ສຳເຣັດພາຍ ໃນປີ 2030 ແລະ ສັມປະທານ ເຊົ່າ ທີ່ດິນເປັນເວລາ 99 ປີ. ເຂດເສຖກິດບຶງທາດຫລວງ ກວ້າງປະມານ 356 ເຮັກຕາຣ໌ ຄາດວ່າຄົນຈີນຈະລົງມາເຮັດ ທຸຣະກິດການຄ້າ ແລະຢູ່ອາສັຍຫລາຍໝື່ນຄົນ.