ງານອະນຸຮັກ ຂຍາຍພັນຊ້າງ

ອະວາຣີ
2017.08.15
f-elephants ບໍຣິສັດລົງທຶນ ພັທນາການທ່ອງທ່ຽວ ຊີໂນ-ລາວ ຈັດງານສລອງວັນຊ້າງສາກົນ ເມື່ອວັນທີ່ 12 ເດືອນສິງຫາ ປີ 2017 ທີ່ ເມືອງ-ແຂວງ ໄຊຍະບຸຣີ
RFA/PN

ບໍຣິສັດລົງທຶນ ພັທນາການທ່ອງທ່ຽວ ຊີໂນ-ລາວ ຊຶ່ງເປັນຣັດວິສາຫະກິດ ຂອງຣັຖບານຈີນ ຈັດງານສລອງວັນຊ້າງສາກົນ ຄັ້ງທຳອິດໃນ ລາວ ເມື່ອວັນທີ່ 12 ເດືອນສິງຫາ ປີ 2017 ທີ່ເມືອງໄຊຍະບຸຣີ ຈະສ້າງສູນອະນຸຮັກ ແລະຂຍາຍພັນຊ້າງ ໃນເມືອງໄຊຍະບຸຣີ ພາຍໃນ ທ້າຍປີນີ້. ທ່ານ ມູຢຽນຢູນ ຜູ້ບໍຣິຫານ ໂຄງການສ້າງ ສູນອະນຸຮັກ ແລະຂຍາຍພັນຊ້າງ ກ່າວເປີດພິທີວັນຊ້າງ ເທື່ອນີ້ຕອນນຶ່ງວ່າ:

“ວັນຊ້າງສາກົນ ໃນສະຖາບັນຮັກສາສິ່ງແວດລ້ອມ ສ້າງຕັ້ງໃນວັນທີ່ 12 ສິງຫາ ປີ 2012 ຕໍ່ໄປທຸກໆປີ ເອົາວັນນີ້ມາຈັດກິຈກັມ ເພື່ອ ສະແດງໃຫ້ຄົນເຮົາ ຮັກສາຊ້າງ ແລະຮັກສາ ສະພາບການເປັນຢູ່ ຂອງຊ້າງ”.

ບໍຣິສັດຊີໂນ-ລາວເຊົ່າຊ້າງ 50 ໂຕ ຈາກໄຊຍະບຸຣີ ສະແດງໃນງານ ຊຶ່ງມີປະຊາຊົນລາວ ມາເບິ່ງມາຊົມປະມານ 500 ຄົນ. ນາຍແປ ພາສາ ຂອງບໍຣິສັດ ຊີໂນ-ລາວ ອະທິບາຍວ່າ ບໍຣິສັດ ຈະລົງທຶນເຖິງ 40 ລ້ານ ໂດລາ ສະຫະຣັດ ເພື່ອສ້າງສູນອະນຸຮັກ ແລະຂຍາຍ ພັນຊ້າງ ໃນຍາມແລ້ງ ຈະມາເຖິງນີ້; ປັດຈຸບັນ ໄດ້ສັມປະທານທີ່ດິນ ຈາກແຂວງໄຊຍະບຸຣີ ແລ້ວເປັນເວລາ 50 ປີ:

“ບໍຣິສັດລົງທຶນພັທນາ ການທ່ອງທ່ຽວ ຊີໂນ-ລາວ ນີ້ແຫລະ ປີນີ້ຮອດຣະດູຮ້ອນ ຣະດູແລ້ງ ພວກເຮົາຈະລົງມືເຮັດ ສູນເລີຍ; ດິນນີ້ໄດ້ແລ້ວ ກວ້າງຮ້ອຍປາຍເຮັກຕາ 50 ປີ; ພາຍໃນສອງປີ ພວກເຮົາຈະເຮັດເຮືອ ບາລູນ ແລະມີການສະແດງຊ້າງ; ຜູ້ລົງທຶນ ຈະແມ່ນ ຣັຖບານຈີນ ເພາະວ່າເຮົາ ແມ່ນຣັດວິສາຫະກິດ ຢູ່ຈີນ”

ສ່ວນເຈົ້າໜ້າທີ່ ແຂວງໄຊຍະບຸຣີ ທ່ານນຶ່ງ ຢືນຢັນວ່າ ບໍຣິສັດຈີນ ດັ່ງກ່າວ ຈະສ້າງສູນຊ້າງ ໃຫ້ເປັນແຫລ່ງທ່ອງທ່ຽວ ໃນເມືອງໂຊຍະບຸຣີ:

“ເຂົາຈະເຮັດແຫລ່ງທ່ອງທ່ຽວ ຢູ່ໄຊຍະນີ້ ໄກຈາກນີ້ສອງ ກິໂລແມັດ ເປັນທຸຣະກິດໃຫຍ່ໄດ໋; ຈີນເປັນຜູ້ລົງທຶນ ເລິ້ມໂຄສະນາ ແລ້ວເດ໋ ຫາກຳໄຣໝົດ ແຫລະ ທຸກຢ່າງເປັນ ທຸຣະກິດ ໝົດແລ້ວ ດຽວນີ້ ເຂົາເອົາເງິນ ມາໃຫ້ຊ້າງກິນ ໂຕນຶ່ງ 7 ລ້ານສອງ ຫລື 900 ໂດລາ ຕໍ່ເດືອນຕໍ່ໂຕ”.

ຊາວເມືອງໄຊຍະບຸຣີ ຜູ້ນຶ່ງ ທີ່ມາຮ່ວມງານຊ້າງ ສາກົນເທື່ອນີ້ ໃຫ້ຄຳຄິດຄຳເຫັນ ກ່ຽວກັບ ໂຄງການ ຂອງຈີນວ່າ:

“ຈີນມາເຮັດທຸຣະກິດ ບ້ານເຮົາ ໃຫ້ຄົນຮັບຮູ້ ການຮັກສາອະນຸຮັກຊ້າງ; ອັນນີ້ ກໍເປັນຊ້າງ ລາວເຮົາໝົດ; ຂະເຈົ້າ ຈະບໍ່ເອົາໄປຈີນ ໂຕນີ້ ຂອງລາວ ເຮົາໝົດ ຢູ່ສູນອະນຸຮັກ ທີ່ເຂົາເຈົ້າ ມີຄວາມສາມາດ ໃນການຝຶກຊ້າງໄດ້”.

ເຈົ້າໜ້າທີ່ແຂວງໄຊຍະບຸຣີ ແລະບໍຣິສັດລົງທຶນ ພັທນາ ການທ່ອງທ່ຽວ ຂອງຈີນ ເປີດເຜີຍວ່າ ຊ້າງໃນປະເທດລາວ ມີຈຳນວນຫຼຸດໜ້ອຍ ຖອຍລົງ ເລື້ອຍໆ ປັດຈຸບັນ ຍັງມີ ຊ້າງທັງໝົດ ໃນທົ່ວປະເທດ ປະມານ 850 ໂຕ ໃນນັ້ນເຄີ່ງນຶ່ງ ເປັນຊ້າງບ້ານ ຢູ່ສະເພາະ ແຂວງ ໄຊຍະບຸຣີ ຍັງມີຊ້າງບ້ານ 250 ໂຕ ແລະ ຊ້າງປ່າ 150 ໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.