ຜູ້ຄຸມສວນກ້ວຍປະກອບ ອາວຸດ
2016.02.05
ເຈົ້າຫນ້າທີ່ ທ້ອງຖິ່ນ ທີ່ ແຂວງ ດຸດົມໄຊ ກ່າວວ່າ ຄົນງານລາວ ທີ່ເຮັດວຽກ ຢູ່ສວນກ້ວຍ ຈີນ ບ້ານນ້ຳມຽງ ເມືອງຮຸນ ແຂວງ ອຸດົມໄຊ ມີຜູ້ຄຸມງານ ຄົນຈີນ ໃຊ້ປືນອາກາ ຄວບຄຸມ ການເຮັດວຽກ ເນື່ອງຈາກ ຢ້ານວ່າ ແຮງງານລາວ ຈະຕໍ່ຕ້ານ ຫລື ຂືນ ຄຳສັ່ງ ນາຍຈ້າງ ຈື່ງມີປືນ ໄວ້ປ້ອງກັນ ແຕ່ບໍ່ໄດ້ຂໍ ອະນຸຍາດ ຈາກ ທາງການ ລາວ. ດັ່ງ ທ່ານ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:
"ມີປືນອາກາ ຫັ້ນແຫລະ ໄປຄຸມງານນະ ຄຸມກັບຄົນລາວ ຫັ້ນແຫຼະ ຄົນຈີນ ເປັນຜູ້ແຕ່ງຕັ້ງ ແລ້ວເປັນປ້ອງກັນ ການຢູ່ຫັ້ນ ມີທັງ ປືນພ້ອມ ແຕ່ບໍ່ໄດ້ ຍິງ ຫຍັງເທື່ອ ແນ່ນອນ ແຫຼະເພິ່ນຕ້ອງ ມີແນວໃດ ແນວນຶ່ງຢ້ານ ແຕ່ເພິ່ນ ບໍ່ແຈ້ງໃຫ້ຊາບ ຊື່ໆດອກ".
ທ່ານກ່າວ ຕື່ມວ່າ ຢູ່ໃນສວນກ້ວຍ ແຫ່ງນີ້ ສ່ວນໃຫຍ່ແມ່ນ ຄົນງານລາວ ມາຈາກແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊື່ງ ເປັນແຂວງ ທີ່ທຸກຍາກ ມາເຮັດວຽກ ຫາລ້ຽງ ຄອບຄົວ ແຕ່ບໍ່ຮູ້ວ່າ ຈະພົບກັບ ສະພາບແບບນີ້.
ທ່ານວ່າ ການໃຊ້ອາວຸດ ສົງຄາມ ມາຄວບຄຸມ ຄົນງານ ໂດຍບໍ່ໄດ້ຮັບ ອະນຸຍາດ ຖືວ່າ ມີຄວາມຜິດ ພາກສ່ວນ ທີ່ກ່ຽວຂ້ອງ ຄວນໄປ ກວດກາ ທ່ານກ່າວ ເພີ້ມວ່າ:
"ເຮັດແບບນີ້ ບໍ່ໄດ້ ກົດຫມາຍລາວ ມີແຕ່ຕຳຣວດ ມີແຕ່ທະຫານ ຖືປືນໄດ້ ແຕ່ເຂົາ ມາແຕ່ງເອງ ຖືປືນດ້ວຍ ບໍ່ມີແຕ່ງຕັ້ງ ຈາກຂັ້ນເທິງ ແບບວ່າ ເຮົາມີເງີນແລ້ວ ເຮົາຊື້ປືນມາ ເຮົາຢາກແຕ່ງ ໃຫ້ຜູ້ໃດ ເປັນນາຍ ກໍແຕ່ງເອົາໂລດ".
ກ່ຽວກັບ ບັນຫານີ້ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງຫ້ອງການ ປ້ອງກັນ ຄວາມສງົບ ທີ່ເມືອງຮຸນ ເຈົ້າຫນ້າທີ່ ທ່ານນຶ່ງ ກ່າວສັ້ນໆວ່າ ບໍ່ໄດ້ຍິນຂ່າວ ນີ້ເທື່ອ ແຕ່ຈະອອກໄປ ກວດກາ.