ພາຍຫຼັງຄົນງານລາວ ປະມານ 300 ຄົນ ຮວມຕົວກັນປະທ້ວງ ໂຮງງານຕັດຫຍິບ Lao Comfort Garment ຂອງຈີນຍ້ອນບໍ່ຈ່າຍເງິນ ເດືອນມິນາ 2020 ໃຫ້ຕາມກໍານົດ ຄືວັນທີ 10 ເມສາ 2020 ຊຶ່ງທາງ ໂຮງງານບອກວ່າ ຈະຂໍເລື່ອນຈ່າຍອອກໄປເປັນວັນທີ 21 ເມສາ ແຕ່ບາດຮອດມື້ມາ ກໍຍັງບໍ່ຍອມຈ່າຍ, ອີງຕາມຄໍາເວົ້າຂອງ 1 ໃນຈໍານວນຄົນງານລາວ ເຫລົ່ານັ້ນ ຕໍ່ RFA ໃນມື້ວັນທີ 15 ພຶສພາ ນີ້.
ນາງເວົ້າວ່າ ທາງໂຮງງານຍອມຈ່າຍເງິນເດືອນ ໃຫ້ຄົນລາວທຸກຄົນແລ້ວເມື່ອ 5 ມື້ກ່ອນ ແລະໃຫ້ຄົນງານລາວ ທຸກຄົນກັບເຂົ້າໄປເຮັດວຽກ ເປັນປົກຕິຄືເກົ່າ:
“ກັບໄປວັນທີ 8 ພຶສພາ ນີ້ນ່າ ເຂົາກະຈ່າຍແຕ່ວັນທີ 10 ເລີຍ ແລ້ວກະຖືວ່າ ເອີ! ເງິນເດືອນປົກກະຕິ. ເຂົາກະມີເວົ້າກັນເດ໊ ເຂົາກະຈ່າຍ ເພາະວ່າ ຜູ້ທີ່ຂີ້ກົງມັນກະໜີໄປແລ້ວ, ແລ້ວໂຄວິດເຂົາ, ເຂົາບໍ່ໃຫ້ມາ ເລີຍເດ໊ ຜູ້ທີ່ວ່າບໍ່ຢາກຈ່າຍເງິນຫັ້ນ ບັກເຟິ້ງຫັ້ນ.”
ຄົນງານລາວຜູ້ນີ້ ເວົ້າວ່າ ຜູ້ຈັດການໂຮງງານ ຊື່ ເຟີ່ງ ຊຶ່ງເປັນຄົນຈີນ ເປັນຜູ້ດູແລຄົນງານລາວ ແລະ ເຣື່ອງການຈ່າຍເງິນເດືອນໃຫ້ຄົນ ງານລາວໃນແຕ່ລະເດືອນ ແລະ ມາເກີດການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ໃນເດືອນມິນາ ເຮັດໃຫ້ຄົນຊື່ ເຟີ່ງ ກັບປະເທດຈີນ ໂດຍທີ່ບໍ່ຈ່າຍເງິນ ເດືອນໃຫ້ຄົນງານລາວ ຕາມກໍານົດຈົນເກີດການປະທ້ວງ.
ກ່ຽວກັບເຣື່ອງນີ້ ຜູ້ຕາງໜ້າໂຮງງານຕັດຫຍິບ Lao Comfort Garment ກ່າວຕໍ່ RFA ໃນມື້ດຽວກັນໂດຍຍອມຮັບວ່າ ເກີດບັນຫາ ເຣື່ອງການຈ່າຍເງິນເດືອນ ໃຫ້ຄົນງານລາວ ຈົນເກີດເຫດປະທ້ວງນັ້ນແທ້ ຊຶ່ງກໍຍ້ອນບັນຫາພາຍໃນ ໂຮງງານເອງ ແລະຂໍບໍ່ເປີດເຜີຍ ໃຫ້ຮູ້ແຕ່ທາງໂຮງງານ ກໍໄດ້ຈ່າຍເງິນເດືອນມິນາ ແລະ ເມສາ ທີ່ຄ້າງຈ່າຍນັ້ນ ໃຫ້ຄົນງານລາວໝົດທຸກຄົນແລ້ວ ແລະໃຫ້ກັບມາເຮັດ ວຽກເປັນປົກຕິ:
“ຕອນທີ່ປະທ້ວງຫັ້ນ ວັນທີ 10 ເມສາ ຈ່າຍແລ້ວ ຂະເຈົ້າມາເຮັດວຽກເປັນປົກຕິແລ້ວ ເຮັດບໍ່ເຕັມກະບໍ່ໄດ້ເງິນ. ຖ້າເຮັດເຕັມເດືອນຈັ່ງ ໄດ້ເງິນ, ເຖິງເຈົ້າຈະເຮັດ 20 ປາຍມືື້ຫຼື 10 ປາຍມື້ກະຢ່າ ບໍ່ໄດ້ເງິນເດືອນ.”
ທ່ານເວົ້າວ່າ ຄົນງານລາວ ທີ່ຈະໄດ້ຮັບເງິນເດືອນປົກຕິ ຈະຕ້ອງໄດ້ເຮັດວຽກ ເຕັມເດືອນຈຶ່ງຈະໄດ້ເງິນເດືອນ ເຕັມຈໍານວນຈາກໂຮງງານ. ສ່ວນຄົນງານລາວ ຄົນໃດກໍຢ່າທີ່ເຮັດວຽກບໍ່ເຕັມເດືອນ ບໍ່ເຕັມຊົ່ວໂມງ ເຊັ່ນວ່າ ເຮັດວຽກໃຫ້ໂຮງງານ ໄປແລ້ວ 20 ມື້ ຫລື 25 ມື້ ໂຮງ ງານກໍຈະບໍ່ ຈ່າຍເງິນເດືອນ ໃຫ້ເລີຍ ຈົນກວ່າຈະເຮັດວຽກຄົບ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າທ່ານນຶ່ງ ກ່າວຄໍ່ RFA ວ່າ ຄົນງານລາວຈໍານວນນຶ່ງ ບໍ່ໄດ້ເງິນເດືອນຕາມ ກໍານົດແທ້ ແຕ່ບໍ່ແມ່ນການປະທ້ວງ ຊຶ່ງຕໍ່ມາທາງໂຮງງານກໍໄດ້ຊີ້ ແຈງວ່າຈະຈ່າຍເງິນເດືອນ ໃຫ້ຄົນງານປົກຕິຢູ່ ແຕ່ຍ້ອນເກີດເຊື້ອໂຄວິດ -19 ຣະບາດ ຈຶ່ງຫລ້າຊ້າ:
“ໂຕນັ້ນ ແມ່ນຂຶ້ນກັບຫ້ອງວ່າການ ສໍານັກງານນາຍົກ ກະໄດ້ມີແຕ່ຮັບຂໍ້ມູນບາງອັນຊື່ໆ ຖືວ່າທາງໂຮງງານກະຢາກສືບຕໍ່ ເພື່ອໃຫ້ມັນສິ້ນ ເດືອນວ່າຊັ້ນຊະ ແລ້ວຈັ່ງສິຈ່າຍເງິນເດືອນ ບາງເທື່ອໄປລໍຖ້າ ສາຍຕາ ທາງອື່ນລະເຂົ້າໃຈວ່າປະທ້ວງ.”
ທ່ານເວົ້າວ່າ ໂຮງງານຕັດຫຍິບ Lao Comfort Garment ຂອງຄົນຈີນ ເປີດແຕ່ປີ 2015 ເພື່ອຫຍິບເສື້ອ ໂສ້ງ ແລະຜ້າແພສົ່ງອອກໄປ ຈີນ, ເບື້ອງຕົ້ນມີ 2 ໂຮງງານ ຄືຢູ່ເຂດເສຖກິດພິເສດໂນນທອງ ແລະ ຢູ່ເຂດເມືອງນາຊາຍທອງ ຊຶ່ງ ຄະນະເລຂາຣັຖບານ ສໍານັກງານ ນາຍົກຣັຖມົນຕຣີ ເປັນຜູ້ເບິ່ງແຍງ.
ສ່ວນກະຊວງອຸດສາຫະກັມ ແລະການຄ້າ, ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ມີໜ້າທີ່ກວດກາ ແລະ ຣາຍງານຜົລ, ເມື່ອເກີດບັນຫາ ບໍ່ສາມາດເຂົ້າໄປກ້າວກ່າຍກິຈການພາຍໃນ ຂອງ ໂຮງງານໄດ້ ຍົກເວັ້ນຄະນະເລຂາຣັຖບານ.
ທ່ານກ່າວອີກວ່າ ເພື່ອເປັນການແກ້ໄຂບັນຫາ ໃນໄລຍະສັ້ນ ແລະໄລຍະຍາວ ເຣື່ອງປ້ອງກັນການໂກງເງິນເດືອນ ຫລືຈ່າຍເງິນເດືອນຊ້າ ຈ່າຍບໍ່ຕາມ ກໍານົດ ຣັຖບານ ຄວນກໍານົດ ໃຫ້ບໍຣິສັດ ແລະໂຮງງານ ທຸກແຫ່ງໃນລາວ ຈ່າຍເງິນເດືອນຜ່ານຣະບົບ ທະນາຄານ. ແຕ່ຍ້ອນ ຣະບົບຄວາມປອດພັຍ ເທັກນິກຕ່າງໆຂອງ ທະນາຄານຍ່ອຍ ໃນປະເທດລາວ ຍັງບໍ່ມີຄວາມພ້ອມ ຈຶ່ງເຮັດໃຫ້ບໍຣິສັດ ໂຮງຈັກໂຮງງານ ຈ່າຍເງິນເດືອນ ເປັນເງິນສົດ ຢູ່ໃນປັດຈຸບັນ:
“ດຽວນີ້ໄທເຮົາ ກະຢາກຫັນໄປແນວນັ້ນແຫລະ ແຕ່ວ່າດຽວນີ້ສ່ວນຫລາຍ ກັມກອນຢາກເຮັດເປັນເງິນສົດໂລດ ບາດນີ້ຄວາມໝັ້ນຄົງຄວາມ ເຂົ້າໃຈ ທາງດ້ານເທັກນິກ ທະນາຄານຍ່ອຍ ທາງເຮົາກະຍັງບໍ່ທັນ ກວາ້ງຂວາງປານນັ້ນ ມັນກະຕ້ອງແລ່ນເຂົ້າໄປ ໃນຕົວເມືອງພຸ້ນເຂົາ ກະເລີຍມີຄວາມຈໍາກັດ ເປັນເງິນສົດຫັ້ນນ່າ.”
ຜ່ານມາ ຄົນງານລາວທີ່ເຮັດວຽກໃນໂຮງງານ Lao Comfort Garment ເຄີຍປະທ້ວງໂຮງງານມາແລ້ວ ເທື່ອນຶ່ງເມື່ອປີ 2017 ກໍຣະນີ ບໍ່ຈ່າຍ ເງິນເດືອນຂັ້ນຕໍ່າ 1 ລ້ານ 1 ແສນກີບ ຕາມຄໍາສັ່ງຂອງ ຣັຖບານ ນັ້ນແລ້ວຍັງມາຕັດເງິນດຸໝັ່ນ 5 ແສນກີບຕໍ່ເດືອນຕໍ່ຄົນ ຊຶ່ງ ເຮັດໃຫ້ຄົນງານບໍ່ພໍໃຈ ແລະລາອອກຈໍານວນນຶ່ງ ຕໍ່ມາໂຮງງານນັ້ນ ກໍຍອມຈ່າຍເງິນເດືອນ ຂັ້ນຕໍ່າໃຫ້ຄົນງານທຸກຄົນ ຕາມຣະບຽບການ.