ຈີນເປັນຜູ້ລົງທຶນຫຼາຍໃຫຍ່ ໃນລາວ


2014.01.30
ຈີນເປັນຜູ້ລົງທຶນຫຼາຍໃຫຍ່ ໃນລາວ
RFA

 

ທ່ານໄດ້ກ່າວ ຄຳປາສັຍ ດັ່ງກ່າວ ໃນງານສະແດງ ຮູບພາບ ກ່ຽວກັບ ຄວາມຮ່ວມມື ການຄ້າກັບ ສປປລາວ ທີ່ຈັດຂຶ້ນຮ່ວມກັນ ຣະຫວ່າງ ສະຖານທູດຈີນ ປະຈໍາລາວ ຫໍການຄ້າຈີນ ໃນລາວ ແລະ ຄນະກັມມະການ ຄວາມຮ່ວມມື ທາງດ້ານ ການຄ້າລາວ-ຈີນ. ຮູບພາບກວ່າ 80 ແຜ່ນໃນງານສະແດງໄດ້ ບົ່ງບອກໃຫ້ເຫັນ ເຖິງຫມາກ ຜົລຂອງຄວາມຮ່ວມມືທາງດ້ານການຄ້າ ແລະເສຖກິດທີ່ສອງປະເທດໄດ້ຮັບໃນຣະຍະ ທີ່ຜ່ານມາ.

ທ່ານ ກວນ ເວົ້າວ່າ ມາຮອດເດືອນ ພຶສຈິກາ ປີ 2013 ການລົງທຶນຂອງຈີນໃນລາວ ຖີບຕົວສູງຂຶ້ນເຖິງ 5 ຕື້ໂດລາ ຈີນກາຍເປັນຜູ້ລົງທຶນ ລາຍໃຫຍ່ໃນລາວໃນປີ 2013 ມູນຄ່າການຄ້າຣະຫວ່າງສອງປະເທດມີຢູ່ປະມານ 2 ຕື້ ກວ່າ ໂດລາ ເພີ້ມຂຶ້ນ ເກືອບຮອດ 29.62% ຂອງ ປີ 2012.

ທ່ານເວົ້າວ່າ ຮູບທີ່ເຫັນໃນງານສະແດງຮູບພາບ ເປັນການສະແດງ ອອກໃຫ້ ເຫັນເຖິງຜົລປໂຍດ ທີ່ສອງປະເທດໄດ້ຮັບ ຈາກຄວາມຮ່ວມມື ທາງດ້ານການຄ້າຣະຫວ່າງສອງປະເທດໃນຣະຍະທີ່ຜ່ານມາ. ຈີນເປັນຜູ້ລົງທຶນລາຍໃຫຍ່ ໃນລາວລອງລົງມາແມ່ນວຽດນາມແລະໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.