ວຽດນາມແນະນໍາ ປູກເຂົ້າພັນໃໝ່


2013.07.01
F-rice-champasak ຮວງເຂົ້າທີ່ງົດງາມ ໃນທົ່ງນາ ແຂວງ ຈໍາປາສັກ
migikata

 

ນັກລົງທຶນ ວຽດນາມ ຈະ ສົ່ງເສີມ ປະຊາຊົນ ໃນ ເມືອງ ສຸຂຸມາ ແຂວງ ຈໍາປາສັກ ປູກເຂົ້າ ແນວພັນ ໃໝ່.

ນັກລົງທຶນ ວຽດນາມ ທີ່ ສໍາປະທານ ພື້ນທີ່ ເພື່ອປູກເຂົ້າ ຢູ່ ເມືອງ ສຸຂຸມາ ແຂວງ ຈໍາປາສັກ ນັ້ນ, ດຽວນີ້ ບໍ່ປູກແລ້ວ ມີແຕ່ວ່າ ຈະ ສົ່ງເສີມ ຊາວນາ ໃນ ເມືອງນັ້ນ ປູກເຂົ້າ ແນວພັນໃໝ່ ແນວພັນ ວຽດນາມ ຊຶ່ງເວລາ ນີ້ກໍາລັງ ຮິບໂຮມ ຂໍ້ມູນ ເພື່ອແຈກຢາຍ ແນວພັນ ໃຫ້ ສໍາລັບ ຜູ້ສມັກເຮັດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ປູກຝັງ ແຂວງ ຈໍາປາສັກ ໃນວັນທີ 1 ກໍຣະກະດາ 2013 ນີ້:

"ດຽວນີ້ ບໍຣິສັດ ວຽດນາມ ບໍ່ໄດ້ເຮັດ ມີແຕ່ເອົາ ແນວພັນ ເຂົ້າມາ ເອົາແນວພັນ ຂອງວຽດ ສິມາ ສົ່ງເສີມ ຊາວບ້ານ ລົງຫາ ຊາວບ້ານ ເກັບກໍາ ຂໍ້ມູນ ເກັບກໍາ ໂຕເລກ ເອົາແນວພັນ ມາແຈກຈ່າຍ ຜູ້ໃດ ອາສາສມັກ ເຮັດນໍາເພິ່ນ".

ທ່ານເວົ້າ ຕໍ່ໄປວ່າ ຂະນະນີ້ ຍັງບໍ່ຮູ້ ຈໍານວນ ຊາວບ້ານ ທີ່ຈະເຂົ້າ ຮ່ວມ ໂຄງ ການ ນີ້ເທື່ອ ແຕ່ກໍເຫັນວ່າ ຊາວບ້ານ ຫຼາຍຄົນດີໃຈ ແລະ ສົນໃຈ ເຂົ້າຮ່ວມ. ສ່ວນວ່າ ຈໍານວນ ແນວພັນເຂົ້າ ທີ່ ບໍຣິສັດ ວຽດນາມ ຈະໃຫ້ ນັ້ນ ແມ່ນຂຶ້ນຢູ່ ກັບຄວາມຕ້ອງການ ຂອງ ຊາວນາ ແຕ່ລະຄົນ ທີ່ຈະປູກ. ສ່ວນວ່າ ຜົລຜລິດ ແມ່ນ ບໍຣິສັດ ວຽດນາມ ຈະຮັບ ຊື້ເອົາ.

ກ່ອນໜ້ານີ້ ນັກລົງທຶນ ວຽດນາມ ໄດ້ ສໍາປະທານ ທີ່ດິນ ຂອງຣັຖ ໃນເມືອງ ນີ້ ປະມານ 600 ເຮັກຕາ ເພື່ອປູກເຂົ້າ ໃນ ຣະດູຝົນ ປີນີ້. ແຕ່ຍັງ ບໍ່ຮູ້ວ່າ ຈະເອົາຊາວ ວຽດນາມ ເຂົ້າມາປູກ ຫລື ວ່າຈະໃຫ້ ຊາວເມືຶອງ ສຸຂຸມາ ປູກ ແລະ ຈະປູກ ເດືອນ ໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.