ຖົງເກັບພາສີ "ຮົ່ວ"


2013.03.04

ຜູ້ປະກອບ ທຸຣະກິດ ແລະ ເຈົ້າຫນ້າທີ່ ພາສີ ສົມຮູ້ ຮ່ວມຄິດກັນ ໃນການ ກະທຳຜິດ ເພື່ອຫລີກລ່ຽງ ການເສັຽ ພາສີ.

ນັກທຸຣະກິດ ທ່ານນຶ່ງ ເວົ້າວ່າ ບັນຫາ ການຮົ່ວໄຫລ ຂອງ ລາຍຮັບ ດ້ານພາສີ ຂອງຣັຖບານ ສາເຫດ ເກີດມາຈາກ ເຈົ້າຫນ້າທີ່ ພາສີ ສົມຮູ້ ຮ່ວມຄິດກັບ ເຈົ້າຂອງ ທຸຣະກິດ ຫ້າງຮ້ານ ເພື່ອຫລີກລ່ຽງ ການເສັຽພາສີ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ສ່ວນຫລາຍ ມັນກໍມີ ບັນຫາຢູ່ ເພາະວ່າ ຖ້າວ່າ ຜູ້ປະກອບການ ກັບ ເຈົ້າຫນ້າທີ່ ຫາກມັນ ສນິດສນົມ ກັນ ມັນກໍຈະມີ ບັນຫາ ຜູ້ປະກອບການ ສ່ວນຫລາຍ ມັນກໍບໍ່ຢາກ ເສັຽພາສີ ຫລາຍແລະ ດຽວນີ້ ເງິນເດືອນ ຂອງເຈົ້າຫນ້າທີ່ ພວກເຮົາ ກໍບໍ່ສູ່ໄດ້ ຫລາຍ ເຕັມເມັດ ເຕັມຫນ່ວຍ ທຳໃຫ້ ທັງສອງຝ່າຍ ຜູ້ປະກອບການ ກັບ ເຈົ້າຫນ້າທີ່ ລ້ວນແລ້ວ ມີແຕ່ປໂຍດ ທັງສອງ ຈະເຮັດໃຫ້ ລາຍຮັບ ຂອງຣັຖຕົກຕໍ່າ".

ເຈົ້າຫນ້າທີ່ ຂັ້ນສູງ ຈາກ ກະຊວງ ການຄັງ ຂອງລາວ ກໍຍອມຮັບວ່າ ການປະຕິບັດ ໜ້າທີ່ ຂອງ ເຈົ້າຫນ້າທີ່ ພາສີ ໃນປັດຈຸບັນ ກາຍເປັນຈຸດ ບົກພ່ອງ ເພີ້ມຂຶ້ນ ດ້ວຍຄວາມ ບໍ່ໂປ່ງສັຍ ແລະ ການຮັບສິນບົນ ເພື່ອແລກກັບ ການຊ່ອຍເຫລືອ ໃນການຫລົບຫລີກ ເສັຽພາສີ ໃຫ້ຣັຖ ຂອງ ບັນດາກຸ່ມ ທຸຣະກິດ ທັງຫລາຍ ການກະທຳ ດັ່ງກ່າວ ເປັນການທຸຈຣິດ ຂອງ ເຈົ້າຫນ້າທີ່ຣັຖ ທີ່ສ້າງຄວາມ ເສັຽຫາຍ ຕໍ່ລາຍຮັບ ຂອງຊາດ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ເວົ້າຊື່ໆວ່າ ເຣື້ອງຣະບຽບ ກົດຫມາຍນີ້ ພວກເຮົາຂຽນ ຮັດກຸມທີ່ສຸດ ເພື່ອບໍ່ໃຫ້ມີ ຊ່ອງວ່າງ ເວົ້າຊື່ໆ ມັນກໍບໍ່ເປັນນຳ ເຈົ້າຫນ້າທີ່ ຝ່າຍດຽວ ເປັນການສົມຮູ້ ຮ່ວມຄິດ ຣະຫວ່າງ ຜູ້ປະກອບການ ເຮົາຊີ່ຖິ້ມໃສ່ ເຈົ້າຫນ້າທີ່ ຝ່າຍດຽວບໍ່ໄດ້ ສົມມຸດວ່າ ດຽວນີ້ ກົດຫມາຍ ເພີ່ນກຳນົດວ່າ ພາສີ ໂຕນີ້ ຕ້ອງເສັຽຢູ່ 1 ແສນບາດ ທີ່ນີ້ບໍ່ຢາກເສັຽ ນຶ່ງແສນບາດ ຕ້ອງຫາວິທີ ທີ່ວ່າບໍ່ຢາກເສັຽ ນຶ່ງແສນບາດ ໃຫ້ໄດ້ ມັນເປັນການ ສົມຮູ້ ຮ່ວມຄິດກັນ".

ທ່ານເຊື່ອວ່າ ຣັຖບານ ຍັງຈະສາມາດ ປາບປາມ ຜູ້ກະທຳຜິດ ພາຍໃນ ຫ້ອງການ ພາສີ ໄດ້ໃນ ອະນາຄົດ ຊຶ່ງໃນ ປັດຈຸບັນ ບັນຫາ ດັ່ງກ່າວ ແມ່ນເກີດຂຶ້ນ ກັບ ພະນັກງານຣັຖ ຂັ້ນພື້ນຖານ ເທົ່ານັ້ນ ຈຶ່ງບໍ່ມີການ ປາບປາມ ພໍເທົ່າໃດ ແຕ່ຖ້າຫາກ ບັນຫາ ດັ່ງກ່າວ ລາມໄປ ໃນຫລາຍພາກສ່ວນ ຂອງ ການປົກຄອງ ທາງການ ຈະເພີ້ມມາຕການ ເຂັ້ມງວດ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.