ຊາວບ້ານ ຄັດຄ້ານ ຈີນປູກກ້ວຍ ຢູ່ບໍຣິຄຳໄຊ

ໄຊ​ຍາ
2019.08.09
F-bolikhamxay-banana ສວນປູກກ້ວຍ ຂອງຈີນ ຢູ່ ແຂວງບໍລິຄໍາໄຊ ທີ່ມີຢູ່ແລ້ວ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນ 8 ບ້ານ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ບໍ່ພໍໃຈ ທີ່ຣັຖບານ ອະນຸມັດ ດິນ 683 ເຮັກຕາ​ຣ໌ ໃຫ້ບໍຣິສັດ ພຸດທະວັນ ຂອງຈີນ ເຂົ້າມາ ສັມປະທານ ປູກກ້ວຍ ຍ້ອນວ່າ ຕອນດິນດັ່ງກ່າວ ເປັນດິນ ທີ່ເຂົາເຈົ້າ ຂໍນໍາໃຊ້ ກັບຣັຖບານ ມາດົນແລ້ວ, ດັ່ງເຈົ້າໜ້າທີ່ ເຂດບ້ານດັ່ງກ່າວ ໄດ້ກ່າວຕໍ່ ອາ​ຣ໌ ແອັ​ຟ ເອ (RFA) ໃນວັນທີ 8 ສິງຫາ ວ່າ:

“ໂຕດິນສວນກ້ວຍ 600 ປາຍເຮັກຕາ​ຣ໌ ເຂົາເຮັດ ຢູ່ບ້ານຊົມຊື່ນ ຂະເຈົ້າ ດຳເນີນ ຢູ່ດຽວນີ້ ເຂົາເຈົ້າ ປູກກ້ວຍແລ້ວ ກ້ວຍຫັ້ນປູກ ໂອ້… ມັນຢາກເກືອບ ສິຮອດປີແລ້ວໃດ ນີິນ່າ 7-8 ເດືອນແລ້ວນະ ເຂົາເຮັດຢູ່ ມັນມີ ບ້ານນໍ້າປາ, ບ້ານສອງຄອນ, ບ້ານຊົມຊື່ນ ແລະ ບ້ານຄຽງດີ.

ທ່ານກ່າວຕື່ມວ່າ ທີ່ດິນ 683 ເຮັກຕາ​ຣ໌ ທີ່ວ່ານັ້ນ ເມື່ອກ່ອນເຄີຍ ເປັນດິນເປົ່າວ່າງ ຂອງຣັຖບານ ແຕ່ພາຍຫຼັງ ໄດ້ມີປະຊາຊົນ ໃນ 8 ບ້ານ ເປັນຕົ້ນ ບ້ານນໍ້າປາ, ບ້ານສອງຄອນ, ບ້ານຊົມຊື່ນ, ບ້ານຄຽງດີ ແລະ ບ້ານພູຮົ່ມໄຊ ຮວມແລ້ວ 100 ຄອບຄົວ ມາຂໍນໍາໃຊ້ ທຳການຜລິດ ດ້ານກະສິກຳ ກັບຣັຖ ໂດຍເສັຽພາສີ ເປັນລາຍປີ.

ແຕ່ເດືອນມົກຣາປີ 2019 ຫຼັງຈາກ ທີ່ປະຊາຊົນ ຜູ້ຂໍເຊົ່າດິນນໍ ຣັຖຍັນລັກເອົາດິນ ທັງໝົດ ໄປສເນີ ປ່ອຍເຊົ່າ ໃຫ້ແກ່ ບໍຣິສັດ ຍຸວະດີ ເອກເຊັບ ຂອງໄທ ເຂົ້າມາສັມປະທານ ເຮັດແຫຼ່ງທ່ອງທ່ຽວ ໂດຍບໍ່ແຈ້ງ ທາງການເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຂອງແຂວງ ຈຶ່ງລົງມາ ຢຶດດິນ ທັງໝົດຄືນ ຈາກປະຊາຊົນ ແລ້ວນໍາໄປໃຫ້ ບໍຣິສັດ ພຸທະວັນ ຂອງຈີນ ເຊິ່ງກຳລັງ ຫາພື້ນທີ່ ປູກກ້ວຍ ຢູ່ໃນເວລານັ້ນ ເຂົ້າມາສັມປະທານ ໃນເດືອນກຸມພາ 2019 ຜ່ານມາ.

ກ່ຽວກັບ ເຣື່ອງນີ້ ປະຊາຊົນ ທີ່ເຄີຍຂໍເຊົ່າດິນນາຣັຖນັ້ນ ບໍ່ພໍໃຈຫຼາຍ ແລະ ຕັ້ງຄຳຖາມວ່າ ເປັນຫຍັງ ພວກເຂົາເຈົ້າ ຈຶ່ງເອົາດິນ ໃຫ້ນັກລົງທຶນເຊົ່າ ພ້ອມທັງ ເອົາດິນຕອນດັ່ງກ່າວ ປູກກ້ວຍ ເຊິ່ງປະຊາຊົນ 8 ບ້ານ ບໍ່ພໍໃຈ.

“ເພິ່ນກໍມາ ຢູ່ເຣື່ອງປັນຫາ ເຣື່ອງຜົລກະທົບ ອີສັງຕ່າງໆ ກໍພະນັກງານ ເພິ່ນກໍໝັ່ນລົງມາຢູ່ ແຕ່ວ່າ ແນ່ນອນແລ້ວ ອັນນັ້ນ ເຮົາຖືວ່າ ເຮົາບໍ່ຮັບເດ້ ອັນນີ້ ໄທເຮົາ ບໍ່ຮັບ ຄັນວ່າ ຂະເຈົ້າ ມາລົມ ເຣື່ອງປູກກ້ວຍນີ້ ໄທເຮົາ ບໍ່ຮັບ ຄັນມາເຣື່ອງປັນຫາອື່ນ 8 ບ້ານນີ້ ໄທເຮົາ ກໍລົມນໍາໄດ້ຢູ່.”

ຕໍ່ບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ທັນ ໄດ້ອອກມາຊີ້ແຈງວ່າ ຍ້ອນສາເຫດໃດ ຈຶ່ງເອົາຕອນດິນ ດັ່ງກ່າວ ໃຫ້ບໍຣິສັດ ຈີນປູກກ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.