ແຜນເສຖກິດພິເສດ ຂ.ບໍຣິຄຳໄຊ
2013.03.08
ແຜນການ ທີ່ ຈະສ້າງເຂດ ເສຖກິດ ພິເສດ ທີ່ ແຂວງ ບໍຣິຄຳໄຊ ຈະມີຜົລ ກະທົບຕໍ່ ຊາວບ້ານ ປະມານ 400 ຄອບຄົວ.
ເຈົ້າຫນ້າທີ່ ທ້ອງຖີ່ນ ທ່ານນຶ່ງ ທີ່ແຂວງ ບໍຣິຄຳໄຊ ກ່າວວ່າ ອຳນາດ ການປົກຄອງ ທ້ອງຖີ່ນ ມີແຜນການ ຈະສ້າງເຂດ ເສຖກິດ ພິເສດ ຂຶ້ນທີ່ ເມືອງຄຳເກີດ ໂດຍຈະໃສ່ ຊື່ວ່າ ເຂດເສຖກິດ ສະເພາະ ວຽງຄຳ ທ່າສະອາດ ທີ່ຕັ້ງຫ່າງ ຈາກ ສູນກາງ ແຂວງ ບໍຣິຄຳໄຊ ປະມານ 90 ກິໂລແມັດ ເປັນຈຸດ ເຊື່ອມຕໍ່ ຣະຫວ່າງ ເສັ້ນທາງ ເລກທີ 8 ກັບ ເສັ້ນທາງ ເລກທີ 13 ໃຕ້ ແລະ ສາມາດ ເຊື່ອມຕໍ່ ການຄົມມະນາຄົມ ຂົນສົ່ງ ທາງບົກ ກັບ ວຽດນາມແລະ ໄທ ທັງສອງ ປະເທດ ໂດຍ ແຂວງ ບໍຣິຄຳໄຊ ເປັນສູນກາງ ການເຊື່ອມຕໍ່.
ທ່ານກ່າວ ຕໍ່ໄປວ່າ ໃນປັດຈຸບັນ ບັນຫາ ທີ່ເກິີດຂຶ້ນ ໃນແຜນການ ດັ່ງກ່າວ ກໍແມ່ນ ການຄັດຄ້ານ ຈາກ ປະຊາຊົນ ໃນເຂດ ເມືອງຄຳເກີດ ທີ່ບໍ່ຢາກ ໂຍກຍ້າຍ ໄປບ່ອນອື່ນ ເນື່ອງຈາກ ຢ້ານວ່າ ເນື້ອທີ່ໃຫມ່ ທີ່ຣັຖບານ ຈະຈັດສັນ ໃຫ້ນັ້ນ ຈະບໍ່ ສາມາດ ເຮັດນາ ແລະ ປູກພືດ ໄດ້ແບບດຽວ ກັບພື້ນທີ່ ຂອງ ພວກຂະເຈົ້າ ມີຢູ່ ປັດຈຸບັນ.
ໂຄງການ ພັທນາ ເຂດເສຖກິດ ສະເພາະ ວຽງຄຳ ທ່າສະອາດ ຈະຕ້ອງ ມີການເວນຄືນ ທີ່ດິນ ໃຫ້ຊາວບ້ານ ແລ້ວໃຫ້ ໂຍກຍ້າຍ ອອກຈາກເມືອງ ຄຳເກີດ ປະມານ 400 ຄອບຄົວ ຫລື ປະມານ 2000 ກວ່າຄົນ. ປະຊາຊົນ ກຸ່ມນີ້ ໄດ້ຖືກ ໂຍກຍ້າຍ ມາກ່ອນແລ້ວ ຣະຫວ່າງ ປີ 1980 ຫາປີ 1985 ຍ້ອນ ໂຄງການ ພັທນາ ພູດອຍ ຂອງ ກອງທັບ ປະຊາຊົນລາວ ທີ່ໄດ້ບຸກເບີກ ຕັດໄມ້ ແລະ ສ້າງເມືອງໃຫມ່ ທີ່ຫລັກ 20 ໃນເຂດ ເມືອງຄຳເກີດ.