ມີການກວດສອບງົປແປງທາງ ຂ.ບໍ່ແກ້ວ
2015.08.25
ເມື່ອ ບໍ່ດົນ ມານີ້, ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ອອກ ແຈ້ງການ ໄປຫາ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ບໍ່ແກ້ວ, ໃຫ້ ງົດໃຊ້ ງົບປະມານ ຈາກ ການເສັຽ ຄ່າທາງ ແລະ ຜ່ານຂົວ ມາ ສ້ອມແປງ ເສັ້ນທາງ, ຍ້ອນວ່າ ຂັດຕໍ່ ດໍາຣັດ 09/ນຍ ວ່າດ້ວຍ ກອງທຶນ ທາງ.
ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຈຶ່ງ ໄດ້ຮູ້ວ່າ, ຜແນກ ໂຍທາ ທິການ ແຂວງ ບໍ່ແກ້ວ, ຈະຕ້ອງ ນໍາໃຊ້ເງິນ ທີ່ ມາຈາກ ງົບປະມານ ກອງທຶນ ທາງຫຼວງ ແຫ່ງຊາດ ເທົ່ານັ້ນ, ແຕ່ ບໍ່ສາມາດ ໃຊ້ ງົບປະມານ ຈາກ ການເກັບຄ່່າ ທາງ ແລະ ຜ່ານຂົວ ມາສ້ອມແປງ ເສັ້ນທາງ ໄດ້.
ເຈົ້າໜ້າທີ່ ຍັງ ກ່າວອີກວ່າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ບໍ່ແກ້ວ ໄດ້ໃຊ້ ງົບປະມານ ຈາກ ຄ່າທໍານຽມ ທາງ ແລະ ຈາກ ຄ່າຜ່ານຂົວ ແຂວງ ບໍ່ແກ້ວ ມາໃຊ້ຈ່າຍ ສ້ອມແປງ ເສັ້ນທາງ ມູນຄ່າ ປະມານ 20 ຕື້ ກີບ ໃນ 15 ໂຄງການ. ແຕ່ວ່າ ເຈົ້າໜ້າທີ່ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ບໍ່ແກ້ວ ຊີ້ແຈງວ່າ, ບໍ່ແມ່ນ ການສັ່ງໂຈະ ແຕ່ເປັນການ ກວດກາ ທາງດ້ານ ເຕັກນິກ ເທົ່ານັ້ນ, ແລະ ງົບປະມານ ສ່ວນນຶ່ງ ໃນ ການສ້ອມແປງ ແມ່ນໃຊ້ ງົບປະມານ ຂອງ ແຂວງ, ຊຶ່ງບໍ່ໄດ້ ມີບັນຫາ ຫຍັງ.
ດັ່ງ ທ່ານ ໂຈ ໄຊສົງຄາມ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ບໍ່ແກ້ວ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ເອີບໍ່ແມ່ນ ສັ່ງໂຈະ ເຮັດແລ້ວຫມົດ ແລ້ວ ມີແຕ່ເພິ່ນ ກວດກາ ເບິ່ງວ່າ, ຟາກເຮົາ ໄດ້ ເຮັດສໍາເຣັດບໍ່, ທາງດ້ານ ເຕັກນິກ ເຂົາກະມາ ກວດເບິ່ງ, ພວກເຮົາ ກະໄດ້ເຮັດ ສໍາເຣັດ ກໍໍບໍ່ໄດ້ ມີບັນຫາ ຫຍັງ, ເຮົາກະໄດ້ ໃຊ້ ງົບປະມານ ຂອງ ແຂວງ ເຮົານີ້ ຈໍານວນ ນຶ່ງ, ຈໍານວນ ນຶ່ງ ກະ ຂອງກະຊວງ ທີ່ ແກ້ໄຂ ວຽກ ສຸກເສີນ ຫັ້ນ, ກະເຮົາ ກະໄດ້ ໃຊ້ ງົບປະມານ ປົກກະຕິ ທີ່ ເກັບຄ່າດ່ານ, ຄ່າຂົວ, ຂຶ້ນແຜນ ປົກກະຕິ ຂອງ ງົບປະມານ ຂອງແຂວງ ທີ່ ຜ່ານ ສະພາ ແຫ່ງຊາດ".
ມີການ ແຕ່ງຕັ້ງ ຄນະ ກັມມະການ ຈາກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ແລະ ແຈ້ງໃຫ້ ເຈົ້າແຂວງ ບໍ່ແກ້ວ ຮັບຊາບ ວ່າ, ການເອົາ ເງິນ ງົບປະມານ ທີ່ ເກັບໄດ້ຈາກ ການເສັຽຄ່າ ທາງ ແລະ ຜ່ານຂົວ ໄປໃຊ້ຈ່າຍ ແມ່ນ ບໍ່ຖືກຕ້ອງ ຕາມ ຣະບຽບການ.