ເມືອງຈີນນ້ອຍ ແຂວງບໍ່ແກ້ວ


2013.08.09
F-Bokeo-Chinatown ທາງການລາວ ຮ່ວມພິທີເປີດ ຊາຍນາທາວ China Town ທີ່ແຂວງບໍ່ແກ້ວ
RFA

 

ຕລາດການຄ້າ ຈີນ ຫລືເມືອງຈີນນ້ອຍ ທີ່ຕັ້ງຢູ່ໃຈກາງ ເຂດພັທນາການທ່ອງທ່ຽວສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເປີດແລ້ວ ຢ່າງເປັນທາງການໂດຍມີ ຮອງນາຍົກຣັຖມົນຕຣີ ທ່ານສົມສວາດ ເລັ່ງສວັດ ເປັນປະທານ ພິທີເປີດ ໃນວັນທີ່ 8 ສິງຫານີ້, ຕາມລາຍງານ ໜັງສືພິມ ຜູ້ຈັດການ.

ລາຍງານແຈ້ງວ່າ ເມືອງຈີນນ້ອຍ ຫລື ມັກເອີ້ນກັນວ່າ ຊາຍນາທາວ ຕັ້ງຢູ່ກາງ ຂອງໂຄງການ ຄາຊີໂນ ຄິງໂຣມັນ ທີ່ມີທັງ ດ່ານສາກົນ ທ່າເຮືອ ສະຖານທີ່ ບັນເທິງ ໂຮງແຮມ 5 ດາວ ແລະ 3 ດາວ ຫລາຍຫລັງ ຕລາດເຄື່ອງ ອຸປໂພກ ບໍຣິໂພກ ອາຄານໃຫ່ຽ ທີ່ປະກອບ ດ້ວຍ ຮ້ານຈໍາຫນ່າຍສິນຄ້າ ທຸກຊນິດ ລະຫ່ວາງ 50-70 ຮ້ານ. ຫ້າງຮ້ານຂາຍເຄື່ອງຕ່າງໆ ແມ່ນມາຈາກ ປະເທດໄທ ແລະ ປະເທດຈີນ ເປັນສ່ວນໃຫ່ຽ.

ການອອກແບບອາຄານ ມີລັກສນະ ປັຕຍາກັມ ຈີນ ມີທັງສະຖານທີ່ ພັກຜ່ອນ ຢ່າງກວ້າງຂວາງ ຢູ່ໃນພື້ນທີ່ 100 ໄຮ່ ຫລືປະມານ 16 ເຮັກຕາ. ເຈົ້າຂອງໂຄງການ ໄດ້ແກ່ທ່ານ ເຈົ້າເຫວີຍ ຜູ້ຈັດການ ບໍຣິຫານ ໂຄງການ ຄາຊີໂນ ຄິງໂຣມັນ. ທ່ານ ເຈົ້າເຫວີຍ ກ່າວວ່າ ຕລາດການຄ້າຈີນ ທີ່ວ່ານີ້ ເປັນສ່ວນນື່ງ ຂອງໂຄງການ ຄິງໂຣມັນ ພາກທີ່ນຶ່ງ ຊຶ່ງໄດ້ເລີ້ມພັທນາ ເຂດນີ້ໃຫ້ເປັນ ເຂດເສຖກິດພິເສດ ເລີ້ມແຕ່ປີ 2009 ເປັນຕົ້ນມາ ເພື່ອດຶງດູດ ນັກທ່ອງທ່ຽວ ການລົງທຶນ ແລະອໍານວຍ ຄວາມສະດວກ ໃນການຄ້າ.

ເຂດເສຖກິດພິເສດ ສາມຫລ່ຽມຄໍາ ນີ້ກວມເອົາພື້ນທີ່ 5,000 ກ່ວາໄຮ່ ຫລືປະມານ 800 ເຮັກຕາ ສັມປະທານໂດຍກຸ່ມທຸຣະກິດດອກງີ້ວຄໍາ ເປັນເວລາ 75 ປີ. ສະເພາະ ຕລາດການຄ້າຈີນ ທີ່ວ່ານີ້ ກຸ່ມທຸຣະກິດ ຄິງໂຣມັນ ໄດ້ລົງທຶນສ້າງ 300 ລ້ານໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.