ໜ່ວຍງານສະເພາະກິດ ຂ.ອັດຕະປື ຍຶດໄມ້ ໄດ້ອີກ
2018.03.30

ໃນຣະຫວ່າງວັນທີ 21 ແລະ 22 ມິນາ 2018 ນີ້ ຄນະກັມການ ໜ່ວຍງານສະເພາະກິດ ພາກສນາມເມືອງພູວົງ ແຂວງອັດຕະປື ຍຶດໄມ້ ຫວງຫ້າມໄດ້ ຕື່ມອີກຈໍານວນນຶ່ງ ແຕ່ຍັງບໍ່ຮູ້ຈໍານວນ ວ່າມີຈັກແມັດກ້ອນກັນແທ້. ປັດຈຸບັນກໍາລັງ ມີການກວດສອບກັນຢູ່, ດັ່ງເຈົ້າໜ້າທີ່ ເມືຶອງພູວົງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ມິນາ ນີ້ວ່າ:
"ມີການລັກລອບຂຸດຄົ້ນນະ ມີຄນະກັມການ ບ່ອນໃດມີການຣາຍງານ ຂອງປະຊາຊົນ ຂະເຈົ້າກະລົງໄປກວດກາເຄື່ອນໄຫວ ສະກັດກັ້ນ ຕາມປົກກະຕິຢູ່ໃນຂອບເຂດ ພື້ນທີ່ຂອງເມືອງ ເປັນວຽກປົກກະຕິ ຂອງເມືອງຂະເຈົ້າ.
ທ່ານກ່າວຕື່ມວ່າ ຕາມຂໍ້ມູນເບື້ອງຕົ້ນ ໄມ້ທີ່ຍຶດໄດ້ໃນເທື່ອນີ້ ເປັນໄມ້ທີ່ຊາວບ້ານທ້ອງຖິ່ນລັກຕັດ. ແຕ່ຍັງບໍ່ຮູ້ວ່າ ພວກເຂົາເຈົ້າຈະເອົາໄປ ຂາຍ, ເອົາໄປປຸກເຮືອນ ຫລືສິ່ງປຸກສ້າງອື່ນໆ ຊຶ່ງຂນະນີ້ຄນະກັມການສະເພາະກິດ ກໍາລັງ ສືບສວນສອບສວນຢູ່.
ທ່ານເວົ້າວ່າ ການລັກຕັດໄມ້ຢູ່ເມືອງພູວົງ ເປັນເຣຶ່ອງທີ່ສະກັດກັ້ນໄດ້ຍາກ ຍ້ອນຢູ່ເຂດຫ່າງໄກສອກຫລີກ ຍັງມີການ ລັກຕັດກັນຢູ່ ເຖິງວ່າ ຈະມີຄໍາສັ່ງ ຫ້າມບໍ່ໃຫ້ຕັດເດັດຂາດ ແລ້ວກໍຕາມ ຍ້ອນຊາວບ້ານໃນແຖບນັ້ນ ບໍ່ມີວຽກອື່ນເຮັດ ເປັນອາຊີບ.
ເມື່ອເດືອນກຸມພາ ຜ່ານມາ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະເຈົ້າໜ້າທີ່ປ້ອງກັນ ຄວາມສງົບແຂວງອັດຕະປື ຍຶດໄມ້ທີ່ຖືກລັກຕັດ ໄດ້ 33 ແມັດກ້ອນ ຢູ່ເຂດນໍ້າຊວນ-ພະຍາງ ເມືອງພູວົງ ທີ່ຢູ່ຕິດກັບຊາຍແດນວຽດນາມ ແລະກໍາພູຊາ ແລະຈັບຜູ້ຕ້ອງຫາໄດ້ 4 ຄົນ, ຍຶດຣົດໄຖ ທີ່ໃຊ້ລາກໄມ້ໄດ້ 3 ຄັນ.
ແລະເມື່ອເດືອນມົກກະຣາ 2018 ຄນະກັມການສະເພາະກິດເມືອງນີ້ ກໍໄດ້ຍຶດໄມ້ຕັບ ແຕ່ບໍ່ເປີດເຜີຍຈໍານວນ ແລະ ເມື່ອເດືອນ ທັນວາ ປີກາຍ ເຈົ້າໜ້າທີ່ກໍກວດພົບໄມ້ຕັບ ຜິດກົດໝາຍ 180 ແມັດກ້ອນ ທີ່ຖືກຝັງໄວ້ ຢູ່ບໍຣິເວນຊາຍແດນ ລາວ-ວຽດນາມ ຢູ່ຫລັກໝາຍ 770 ແລະ 766.
ແລະເມື່ອປີກາຍ ຢູ່ບໍຣິເວນດ່ານຊາຍແດນພູເກືອ ຊາຍແດນ ລາວ-ວຽດນາມ ເຈົ້າໜ້າທີ່ກໍຍຶດໄມ້ ທີ່ກຽມຂົນໄປວຽດນາມ ໄດ້ເປັນຈໍານວນ ຫລວງຫລາຍ ຢູ່ໃນຣົດບັນທຸກ 27 ຄັນ ຊຶ່ງໃນນັ້ນໄດ້ ປະມູນໄປແລ້ວ 1,394 ແມັດກ້ອນ ເມື່ອເດືອນຕຸລາ ຜ່ານມາ.