ຕໍາຣວດຍຶດໄມ້ຢູ່ດ່ານ ພູເກືອ ໄດ້ອີກ
2018.06.07

ເຈົ້າໜ້າທີ່ຕໍາຣວດ ທີ່ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັບຄົນຂັບຣົດໂດຍສານ ຊາວວຽດນາມ ພາຍຫລັງໄດ້ກວດພົບໄມ້ເຖື່ອນໜັກ 2 ຕັນ ທີ່ຖືກເຊື່ອງໄວ້ຢູ່ໃນຣົດ ເພື່ອສົ່ງອອກໄປວຽດນາມ ຊຶ່ງໃນຂນະນີ້ ຍັງຢູ່ໃນຂັ້ນຕອນ ການສືບສວນ ສອບສວນຢູ່. ດັ່ງເຈົ້າໜ້າທີ່ຜແນກ ກະສິກັມແລະປ່າໄມ້ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
"ໂອ ຂ້ອຍຍັງບໍ່ທັນຮູ້ລະອຽດເດີ ເພາະວ່າອ້າຍນ້ອງເຂົາກໍາລັງ ຢູ່ດ່ານພຸ້ນ ອື໊ຍັງບໍ່ທັນຮູ້ລະອຽດ."
ທ່ານວ່າ ໄມ້ ທີ່ເຈົ້າໜ້າທີ່ດ່ານຍຶດໄດ້ນັ້ນ ເປັນໄມ້ປະເພດຫວງຫ້າມ, ມີທັງໄມ້ດູ່, ໄມ້ແຕ້ ທີ່ທາງການຫ້າມບໍ່ໃຫ້ຂົນຍ້າຍ ອອກນອກປະເທສ ໂດຍບໍ່ໄດ້ຮັບອະນຸຍາດ. ນັບແຕ່ຕົ້ນປີນີ້ ເຈົ້າໜ້າທີ່ ດ່ານສາກົນພູເກືອ ສາມາດຈັບຍຶດໄມ້ທ່ອນ ເພື່ອຂົນໄປວຽດນາມ ໃນລັກສນະດຽວກັນ ໄດ້ຢ່າງໜ້ອຍ 2 ຄັ້ງແລ້ວ.
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວໃນມື້ເປີດກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ທີ່ກໍາລັງ ດໍາເນີນໄປ ຢູ່ໃນຂນະນີ້ວ່າ; ທາງການໄດ້ເອົາໃຈໃສ່ ປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ກ່ຽວກັບການຄວບຄຸມ ແລະກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸຣະກິດໄມ້ ໂດຍໄດ້ປິດໂຮງງານປຸງແຕ່ງໄມ້ ແລະທຸຣະກິດໄມ້ ທີ່ບໍ່ໄດ້ຮັບອະນຸຍາດ ທັງໝົດ ໃນທົ່ວປະເທສແລ້ວ 1,500 ປາຍແຫ່ງ ດັ່ງທ່ານກ່າວວ່າ:
"ຣັຖບາລໄດ້ຈັດຕັ້ງສືບຕໍ່ຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ມາຮອດປັດຈຸບັນ ສາມາດດັດສົມ ແລະຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸຣະກິດໄມ້ ຂນາດນ້ອຍ ທີ່ບໍ່ໄດ້ຮັບອະນຸຍາດ ແລະຜິດກົດໝາຍໄດ້ທັງໝົດ 1,545 ຫົວໜ່ວຍ ຈາກຈໍານວນທັງໝົດ 2,857 ຫົວໜ່ວຍ."
ພ້ອມກັນນັ້ນ ເຈົ້າໜ້າທີ່ກໍຍັງສາມາດກວດພົບເຫັນຜູ້ກະທໍາຜິດໄດ້ ທັງໝົດ 700 ຄົນ. ໃນນັ້ນມີພະນັກງານຣັຖ 421 ຄົນ, ພໍ່ຄ້າ 59 ຄົນ ແລະຊາວບ້ານທົ່ວໄປ 222 ຄົນ. ມີການປັບໃໝ ແລະລົງໂທດຜູ້ກະທໍາຜິດ ຕາມຣະບຽບກົດໝາຍ.