ຂ.ອັດຕະປື ຈະຊື້ຣົດໃໝ່ ປະຊາຊົນ ບໍ່ເຫັນດີ

ໄຊຍາ
2021.02.17
ຂ.ອັດຕະປື ຈະຊື້ຣົດໃໝ່ ປະຊາຊົນ ບໍ່ເຫັນດີ ໂຕຢ່າງ: ຣົດຫຼູຂອງຜູ້ນຳລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ທັງໝົດ 14 ຄັນ ໄດ້ຖືກປະມູນຂາຍ ໃນວັນທີ 28 ກຸມພາ ປີ 2019, ຍ້ອນຣັຖບານ ວ່າຢາກປະຢັດ ຄ່າໃຊ້ຈ່າຍ.
File photo: RFA

ຫ້ອງວ່າການແຂວງອັດຕະປື ອອກຂໍ້ຕົກລົງຕຼຽມ ອະນຸມັດງົບປະມານ ຊື້ພາຫະນະ ໃຫ້ຄະນະປະຈຳພັກແຂວງ, ຄະນະກັມມະການ ແຂວງ ເມື່ອວັນທີ 22 ມົກຣາ 2021 ຜ່ານມາ. ຮວມມູນຄ່າງົບປະມານ ການຕຽມຈັດຊື້ປະມານ 2 ລ້ານ ໂດລາ ສະຫະຣັຖ ຫຼື ປະມານ 20 ຕື້ກີບ. ຕໍ່ການຈັດຊື້ ພາຫະນະດັ່ງກ່າວ ປະຊາຊົນບໍ່ເຫັນດີ. ເພາະວ່າຄວນນຳເອົາ ງົບປະມານດັ່ງກ່າວໄປສ້າງ ຖນົນຈະດີກວ່າ. ດັ່ງປະຊາຊົນ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 17 ກຸມພາ ວ່າ:

"ຄືວ່າບໍ່ສົມຄວນດອກ ເພາະວ່າຣົດເຂົາກໍມີຂີ່ຢູ່ແລ້ວ, ເຈົ້າບໍ່ຊື້ໃຫ້ເຂົາກໍຊື້ເອງຢູ່ແລ້ວ ຄົນມີເງິນຢູ່ແລ້ວ ພວກເຈົ້າໜ້າທີ່ຕຳແໜ່ງໃຫຍ່ ເອົາເງິນສ່ວນນັ້ນມາໄວ້ບໍຣິຫານ ປູທາງໃຫ້ ປະຊາຊົນ ແຕ່ລະເຂດພື້ນທີ່ພໍໄດ້ທຽວແລ່ນ ແມ່ນສະດວກບໍ່ດີກ່ວາບໍ່."

ການຊື້ພາຫະນະໃຫ້ການນຳ ຂອງແຂວງອັດຕະປື ທີ່ມີມູນຄ່າສູງ. ໃນຂນະທີ່ການນຳ ຢູ່ຫ້ອງວ່າການປົກຄອງແຂວງສ່ວນຫຼາຍກໍມີຣົດ ໃຫຍ່ຂີ່ຢູ່ແລ້ວ. ຫາງສຽງສ່ວນຫຼາຍບອກວ່າ ບໍ່ເໝາະສົມ ດັ່ງປະຊາຊົນ ຊາວແຂວງອັດຕະປື ອີກທ່ານນຶ່ງໄດ້ກ່າວວ່າ:

"ບໍ່ຈຳເປັນຕ້ອງຊື້ດອກ ບໍ່ຈຳເປັນຕ້ອງຊື້, ເພາະສ່ວນຫຼາຍຄົນ ທີ່ໄດ້ຕຳແໜ່ງໃໝ່ ມັນກໍຄົນທີ່ຢູ່ບ່ອນເກົ່າຫັ້ນແຫຼະ ເຂົາກໍມີຣົດຂີ່, ຫາງສຽງສ່ວນຫຼາຍເຂົາກໍບໍ່ຢາກໃຫ້ຊື້ ມັນມີຄຳສັ່ງ ຂອງນາຍົກເກົ່າເຣື່ອງຊື້ຣົດ ໃຫ້ເໝາະສົມ."

ການອະນຸມັດ ງົບປະມານ ຕຽມຈັດຊື້ພາຫະນະ ຂອງ ຫ້ອງວ່າການແຂວງອັດຕະປື ທາງເຈົ້າໜ້າຫ້ອງວ່າການ ກໍໄດ້ອອກມາ ປະຕິເສດວ່າ, ນີ້ເປັນພຽງແຕ່ແຜນການ ຫຼືນິຕິກັມເທົ່ານັ້ນ ຍັງບໍ່ໄດ້ຈັດຊື້ຫຍັງເທື່ອ. ດັ່ງເຈົ້າໜ້າທີ່ຫ້ອງວ່າການແຂວງໄດ້ກ່າວວ່າ:

"ບໍ່ທັນໄດ້ຊື້, ເປັນເອກກະສານ ເປັນນິຕິກັມຊື່ໆ, ເພິ່ນກຳລັງສິລົບລ້າງ ຣັຖບານເພິ່ນໃຫ້ລົບລ້າງ, ເປັນແຜນຊື່ໆ ແຕ່ບໍ່ທັນໄດ້ຊື້, ສິລົບລ້າງ ເພາະວ່າສັງຄົມເພິ່ນແຊວຫຼາຍ."

ຕາມເອກກະສານ ຂໍ້ຕົກລົງສະບັບເລກທີ 119 ລົງວັນທີ 22 ມົກຣາ 2021 ວ່າດ້ວຍການອະນຸມັດຈັດຊື້ ພາຫະນະຣົດໃຫຍ່ໃຫ້ ຄະນະປະຈຳພັກແຂວງ ແລະ ກັມມະການພັກແຂວງ ເນື້ອໃນຣະບຸວ່າ ການຈັດຊື້ພາຫະນະຣົດໃຫຍ່ ປະກອບມີ ຣົດໂຕໂຢຕ້າ ແລນກຣຸເຊີ ຈຳນວນ 8 ຄັນ ມູນຄ່າ 736,000 ໂດລາ ສະຫະຣັຖ, ຣົດໂຕໂຢຕ້າ ຟໍຈູນເນີ 22 ຄັນ ມູນຄ່າ 1,265,000 ໂດລາ ສະຫະຣັຖ ລົງນາມຂໍ້ຕົກລົງໂດຍເຈົ້າແຂວງອັດຕະປື.

ຕໍ່ກັບການຕຽມຈັດຊື້ ພາຫະນະດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີລາວ ໄດ້ກ່າວໃນກອງປະຊຸມ ຂແນງການເງິນ, ແຜນການແລະການລົງທຶນ ເມື່ອວັນ ທີ 14 ກຸມພາ ວ່າ ບາງແຂວງໄດ້ຕຼຽມສັ່ງຊື້ ພາຫະນະເວັ້ນເສັຽແຕ່ວ່າ ນີ້ແມ່ນສີ່ງຈຳເປັນແທ້ໆ.

ສ່ວນທາງຂແນງຮັບຜິດຊອບງົບປະມານ ກໍໄດ້ມີຄວາມເຫັນຕໍ່ຄຳເວົ້າຂອງ ທ່ານ ນາຍົກຣັຖມົນຕຣີ ວ່າທາງດ້ານງົບປະມານແມ່ນ ສນອງໃຫ້ແຕ່ຕ້ອງໃຫ້ຮັດກຸມ. ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ຜູ້ຂໍສງວນຊື່ ໄດ້ກ່າວວ່າ:

"ຕາມເພິ່ນເວົ້າວ່າ ທາງດ້ານງົບປະມານ ເພິ່ນກະໃຫ້ຄ້າຍໆວ່າ ໃຫ້ຮັດກຸມຫຼາຍຂຶ້ນ."

ປັຈຈຸບັນອີງຕາມການຣາຍງານຂອງ ຂແນງງົບປະມານແຫ່ງຣັຖ ພາຫະນະຂອງຣັຖ ມີປະມານ 30 ພັນ ປາຍຄັນ. ການຊື້ພາຫະນະ ຂອງພາກຣັຖທີ່ເຄີຍ ປະຕິບັດກັນມາເວລາມີການ ປ່ຽນແປງຜູ້ນໍາໃໝ່ ຂອງອົງການຈັດຕັ້ງຣັຖ ເຊິ່ງຈະເກີດຂຶ້ນໃນທຸກໆ 5 ປີ ຕາມທໍານຽມ ປະຕິບັດເຈົ້າໜ້າທີ່ອາວຸໂສ ທີ່ຂຶ້ນຕຳແໜ່ງໃໝ່ ມັກຈະໄດ້ຣົດໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.