ຂ.ອັດຕະປື ໂຈະຊື້ຣົດ ໃຫ້ຄະນະ ຜູ້ນໍາໃໝ່
2021.02.22

ທາງການແຂວງອັດຕະປື ໄດ້ສັ່ງໂຈະ ການຊື້ຣົດ 30 ຄັນ ໃຫ້ຄະນະນໍາພັກແຂວງ ຕາມການຕົກລົງ ຂອງຄະນະປະຈໍາພັກແຂວງ ໃນມື້ວັນທີ 19 ກຸມພາ 2021 ແລະ ປັດຈຸັນຍັງມີ ການປຶກສາຫາລືກັນຢູ່ ວ່າຈະເຮັດແນວໃດກັນແທ້ ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:
“ຢູ່ໃນຂໍ້ຕົກລົງ ເພິ່ນໂຈະເນາະ ຍັງບໍ່ທັນລະອຽດ ເພິ່ນສິຍັງປະຊຸມກັນຕື່ມວ່າ ສິເຮັດຈັ່ງໃດ ກໍມີເຫດຜົລຫຼາຍອັນ ຍັງບໍ່ທັນຮູ້ ຊັດເຈນວ່າ ຍ້ອນຫຍັງແນ່.”
ແລະເຈົ້າໜ້າທີ່ແຂວງອັດຕະປື ອີກທ່ານນຶ່ງ ກໍເວົ້າວ່າ ສໍາລັບເຣື່ອງຈັດຊື້ຣົດນັ້ນ ໃຫ້ອ່ານຕາມການປະກາດ ມະຕິຕົກລົງໂຕ ສຸດທ້າຍ ລົງວັນທີ 19 ກຸມພາ 2021, ທຸກຢ່າງເປັນໄປ ຕາມນັ້ນ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ່ວ່າ:
“ເພິ່ນມີມະຕິຕົກລົງ ເລກທີ 68 ເດີ໋ ເບິ່ງຕາມມະຕິຕົກລົງ ເລກທີ 68 ຄປພຂ ລົງວັນທີ 19 ເດືອນ 2 ປີ 2021 ເດີ໋ໃຫ້ເບິ່ງຕາມ ມະຕິຕົກລົງນີ້ເລີຍ.”
ກ່ຽວກັບເຣື່ອງນີ້ ປະຊາຊົນຢູ່ແຂວງອັດຕະປື ທ່ານນຶ່ງເວົ້າວ່າ ເຫັນດີນໍາທີ່ທາງການແຂວງ ເພິ່ນສັ່ງໃຫ້ໂຈະຊື້ຣົດຈໍານວນ 30 ຄັນ ທີ່ວ່ານັ້ນ ຍ້ອນວ່າມັນເປັນມູນຄ່າຫຼາຍ ແລະ ອີກຢ່າງນຶ່ງ ບັນດາຄະນະນໍາພັກແຂວງ ເພິ່ນກໍມີຣົດໃຊ້ຢູ່ແລ້ວ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:
“ເຫັນດີໃຫ້ໂຈະ ເພາະວ່າມັນມີຕົວນຶ່ງ ອອກເດ໋ວ່າ ບໍ່ໃຫ້ຊື້ຣົດເພິ່ນ ກໍວ່າເຫັນດີໃຫ້ໂຈະ ເພາະວ່າຈໍານວນຊື້ມັນຫຼາຍ ພັກມັນມີຣົດ ເກົ່າຢູ່ເດ໋.”
ແລະປະຊາຊົນອີກທ່ານນຶ່ງ ທີ່ຢູ່ແຂວງອັດຕະປື ຄືກັນນັ້ນກໍເວົ້າວ່າ ເຫັນດີທີ່ທາງການແຂວງ ເພິ່ນໂຈະການຊື້ຣົດໃໝ່ ຫຼູຫຼາ ຣາຄາແພງ ຍ້ອນວ່າມັນເປັນການ ສິ້ນເປືອງງົບປະມານ:
“ກໍເຫັນດີ ຊື້ໃຫ້ບຸກຄົນເນາະ ຣົດກໍຣາຄາແພງເກີນໄປ ເປັນຣົດຫລູທັງນັ້ນ ສິ້ນເປືອງງົບປະມານ ນາຍົກທອງລຸນເພິ່ນກໍສັ່ງໃຫ້ ຍົກເລີກໝົດແລ້ວ ເພິ່ນສັ່ງຍົກເລີກ ເມື່ອ 2 ປີກ່ອນ ທີ່ເພິ່ນສັ່ງຂາຍຣົດ ຂອງຣັຖບານອອກແລ້ວ ກໍໃຫ້ຊື້ຣົດໃນຣາຄາຖືກ ໃຫ້ມາໃຊ້ກັນ.”
ອີງຕາມການລາຍງານຂອງສື່ມວນຊົນ ທ້ອງທິ່ນປະເທດລາວ ເມື່ອວັນທີ 19 ກຸມພາ 2021, ຄະນະປະຈໍາພັກແຂວງອັດຕະປື ໄດ້ອອກມະຕິເລກທີ 68/ຄປພຂ ກ່ຽວກັບການໂຈະ ແຜນຈັດຊື້ຣົດ ຈໍານວນ 30 ຄັນ ເພື່ອປະກອບໃຫ້ຄະນະ ບໍຣິຫານງານ ພັກແຂວງ ຕາມການຕົກລົງຂອງ ເຈົ້າແຂວງອັດຕະປື ສະບັບເລກທີ 119/ຈຂ.ອປ ລົງວັນທີ 22 ມົກກະຣາ 2021.
ອີງຕາມມະຕິເລກທີ 68/ຄປພຂ ກ່ຽວກັບການໂຈະ ແຜນຈັດຊື້ຣົດ 30 ຄັນ ເພື່ອປະກອບ ໃຫ້ຄະນະບໍຣິຫານງານພັກແຂວງ ທີ່ວ່ານັ້ນ ແລ້ວແມ່ນວ່າ ເຫັນດີໃຫ້ໂຈະແຜນຊື້ຣົດ ຈໍານວນດັ່ງກ່າວ ແລະໃຫ້ຫ້ອງວ່າການແຂວງ ປະສານສົມທົບກັບ ຄະນະຈັດຊື້ ແຈ້ງໃຫ້ບໍຣິສັດ ໄຊຊະນະບໍຣິການ ຮັບຮູ້ ແລະພ້ອມກັນຈັດຕັ້ງ ປະຕິບັດຢ່າງເຂັ້ມງວດ.
ແລະກ່ອນໜ້ານີ້ ຫ້ອງວ່າການປົກຄອງແຂວງອັດຕະປື ໄດ້ອອກຂໍ້ຕົກລົງ ເລກທີ 119 ລົງວັນທີ 22 ມົກກະຣາ 2021 ອະນຸມັດ ງົບປະມານຊື້ຣົດ ໃຫ້ຄະນະ ປະຈໍາພັກແຂວງ ແລະ ຄະນະກໍາມະການພັກ ແຂວງ ຮວມມູນຄ່າ 2 ລ້ານ ໂດລາ ສະຫະຣັຖ ຫລື ປະມານ 20 ຕື້ກີບ ເພື່ອຊື້ຣົດ.
ໃນຈໍານວນຣົດທີ່ຈະຈັດຊື້ນັ້ນ ມີຣົດໂຕໂຢຕາແລນຄຣຸເຊີ 8 ຄັນ ມູນຄ່າ 736,000 ໂດລາ ສະຫະຣັຖ, ຣົດໂຕໂຢຕາຟໍຈູນເນີ 22 ຄັນ ມູນຄ່າ 1,265,000 ໂດລາ ສະຫະຣັຖ.
ປັດຈຸບັນ ອີງຕາມການລາຍງານ ຂອງຂແນງງົບປະມານ ແຫ່ງຣັຖ ຣົດຂອງຣົດມີປະມານ 30,000 ປາຍຄົນ.
ການຊື້ຣົດໃໝ່ຫລູຫລາ ໃຫ້ຜູ້ຂຶ້ນມາມີຕໍາແໜ່ງໃຫມ່ ຂອງພັກ ແລະຣັຖ ທັງຢູ່ສູນກາງ ແລະທ້ອງຖິ່ນໃນແຕ່ລະ 5 ປີນັ້ນ ເປັນທໍານຽມ ປະຕິບັດ ຂອງທາງການ ສປປລາວ.