ຊາວບ້ານຕ້ອງການ ດິນປູກຝັງ


2013.07.24
F-attapeu ຊາວບ້ານ ໃນແຂວງ ອັດຕະປື
RFA

 

ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກ ການສ້າງ ສນາມບິນ ທີ່ ແຂວງ ອັດຕະປື ຕ້ອງການ ດິນປູກຝັງ ນອກຈາກ ເງີນ ຄ່າຊົດເຊີຍ.

ເຈົ້າຫນ້າທີ່ ແຂວງ ອັດຕະປື ທ່ານນຶ່ງ ເວົ້າວ່າ ຊາວ ບ້ານຫາດຊັນ ເມືອງ ໄຊເສດຖາ ແຂວງ ອັດຕະປື ຈຳນວນ 70 ຄອບຄົວ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການສ້າງ ສນາມບິນ ດ້ວຍການເສັຽ ພື້ນທີ່ປູກຝັງ ຈາກ ການໂຍກຍ້າຍ ບາງຄອບຄົວ ຕ້ອງການ ທີ່ີດິນ ປູກຝັງໃຫມ່ ເພື່ອລ້ຽງ ຄອບຄົວ ຂອງ ພວກຂະເຈົ້າ ນອກເຫນືອຈາກ ຄ່າຊົດເຊີຍ ທີ່ ຂະເຈົ້າໄດ້ຮັບ. ດັ່ງທ່ານ ກ່າວວ່າ:

"ມີຈຳນວນ ຄອບຄົວ ຫນ່ອຍນຶ່ງ ເຂົາຢາກໃຫ້ ຣັຖ ຫາພື້ນທີ່ໃຫ້ ຣັຖ ຕ້ອງຈັດຫາ ພື້ນທີ່ໃຫ້ ເຂົາ ເພື່ອເຮັດ ການຜລິດ ບ່ອນໃຫມ່ເນາະ ເມື່ອເຂົາ ຖືກຜົລກະທົບ ບໍ່ທັນຫາໃຫ້".

ທ່ານກ່າວ ຕໍ່ໄປວ່າ ບາງຄອບຄົວ ທີ່ຕ້ອງການ ດິນ ປູກຝັງ ນັ້ນເປັນ ຄອບຄົວທີ່ມີ ຖານະບໍ່ຄ່ອຍ ດີປານໃດ ແລະ ບໍ່ມີທີ່ດິນ ບ່ອນອຶ່ນ ສຳລອງໃວ້ ຂະເຈົ້າຢ້ານວ່າ ຄ່າຊົດເຊີຍ ທີ່ເຂົາໄດ້ຮັບ ຈາກທາງການ ແຂວງ ນັ້ນ ຈະບໍ່ພໍ ທີ່ຈະໄປຊອກ ຫາຊື້ ທີ່ດິນບ່ອນໃຫມ່ ເພຶ່ອປູກຝັງ ລ້ຽງຄອບຄົວ ຂະເຈົ້າ ໄດ້ ໃນອະນາຄົດ.

ກ່ຽວກັບ ບັນຫາ ດັ່ງກ່າວ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ທີ່ ນະຄອນຫລວງ ວຽງຈັນ ແຕ່ເຈົ້າຫນ້າທີ່ ກ່ຽວຂ້ອງ  ບໍ່ສາມາດ ໃຫ້ຄຳຕອບ ກ່ຽວກັບ ການຊ່ອຍເຫລືອ ນັ້ນໄດ້ເທຶ່ອ. ກ່ອນຫນ້ານີ້ ທາງການ ແຂວງ ອັດຕະປື ໄດ້ກຳນົດ ເງິນ ຄ່າຊົດເຊີຍ ໃຫ້ແກ່ ຊາວບ້ານ 70 ຄອບຄົວ ດັ່ງກ່າວ ໃນຈຳນວນ ເງິນທັງຫມົດ ປະມານ 7 ພັນ 553 ລ້ານ ກີບ ແຕ່ຊາວບ້ານ ຍັງຕ້ອງການ ການຊ່ອຍເຫລືອ ເພິ້ມຕຶ່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.