ນາຍົກ ເຕືອນທຸກກະຊວງ ທຸກແຂວງ ເຣື່ອງຊື້ຣົດ

ຈໍາປາທອງ
2021.02.12
ນາຍົກ ເຕືອນທຸກກະຊວງ ທຸກແຂວງ ເຣື່ອງຊື້ຣົດ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນເຖິງຄວາມສໍາຄັນ ໃນການແກ້ໄຂບັນຫາ ການໃຊ້ຈ່າຍງົບປະມານ ໃນສິ່ງທີ່ບໍ່ຈໍາເປັນ
ຂ່າວປະເທດລາວ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ນາຍົກຣັຖມົນຕຣີ ໄດ້ເຕືອນ ໄປຍັງກະຊວງ ແລະຂແນງການຕ່າງໆ ຂອງຣັຖບານ ບໍ່ຢາກໃຫ້ຊື້ຣົດໃໝ່ ຫລື ຣົດປະຈໍາຕໍາແໜ່ງ ເພື່ອໃຊ້ໃນວຽກງານທາງການ ຍ້ອນຣັຖບານ ຍັງປະສົບກັບບັນຫາ ງົບປະມານ ແລະ ໜີ້ສາທາຣະນະຫຼາຍ, ອີງຕາມ ຣາຍງານຂອງໜັງສືພິມວຽງຈັນທາມສ໌ ວັນທີ 12 ກຸມພາ 2021 ນີ້. ທ່ານ ທອງລຸນ ກ່າວຕໍ່ກອງປະຊຸມ ກ່ຽວກັບວຽກງານການເງິນ ແລະ ການລົງທຶນ ເມື່ອໄວໆມານີ້ວ່າ:

“ຂ້າພະເຈົ້າເຄີຍໄດ້ຍິນວ່າ ບາງແຂວງ ໄດ້ອອກໃບສັ່ງຊື້ຣົດໃໝ່, ຫາກບໍ່ມີຄວາມຈໍາເປັນແທ້ໆ ກໍຢ່າເຮັດແບບນັ້ນ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຣົດທີ່ໃຊ້ໃນວຽກງານຂອງ ຣັຖບານ ແລະຣົດປະຈໍາຕໍາແໜ່ງ ຂອງເຈົ້າໜ້າທີ່ຂັ້ນຕ່າງໆນັ້ນ ມີຈໍານວນ ຫຼາຍກວ່າ 30 ພັນຄັນ ຊຶ່ງກໍມີພຽງພໍຢູ່ແລ້ວ, ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພາກັນຄິດໄລ່ໃໝ່ ແລະ ມີການຈັດສັນ ໃຊ້ຣົດທີ່ມີຢູ່ແລ້ວນັ້ນ ໃຫ້ເໝາະສົມ.

ກ່ຽວກັບເຣື່ອງນີ້ ຊາວລາວທ່ານນຶ່ງເວົ້າວ່າເຫັນດີນໍາ ທ່ານ, ທີ່ໄດ້ເຕືອນບໍ່ຢາກໃຫ້ ພາກສ່ວນຕ່າງໆ ຂອງຣັຖບານ ຊື້ຣົດໃໝ່ ໂດຍສະເພາະ ຣົດຫຼູຫຼາຣາຄາແພງ ຍ້ອນເປັນການໃຊ້ ງົບປະມານແບບສິ້ນເປືອງ ໃນສະພາບເສຖກິດ ຝືດເຄືອງຄືຢູ່ໃນເວລານີ້, ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:

“ກະເຫັນດີຫັ້ນແລ້ວ ກະທັມດາເນາະ ໃນໄລຍະນີ້ເສຖກິດເຮົາເດ໋ ບໍ່ຟື້ນໂຕໄດ້ຫັ້ນນະຄັນຖ້າວ່າເສຖກິດມັນດີບໍ໋ ມັນແນວນຶ່ງເນາະ. ຕໍ່ໄປຖ້າວ່າເສຖກິດດີແລ້ວ ເພິ່ນກະຈຶ່ງຄ່ອຍມີ ນະໂຍບາຍໃໝ່ ມັນກະບໍ່ຕາຍໂຕດອກອັນນີ້ນະ.”

ທ່ານເວົ້າຕື່ມວ່າ ຖ້າວ່າພາກສ່ວນໃດກໍຕາມ ມີຄວາມຈໍາເປັນ ທີ່ຈະຊື້ຣົດໃໝ່ແທ້ໆ ກໍຄວນຊື້ໃຫ້ແຕ່ ສະເພາະເຈົ້າໜ້າທີ່ ຜູ້ທີ່ບໍ່ມີ ຣົດໃຊ້ເທົ່ານັ້ນ ເພື່ອອໍານວຍຄວາມສະດວກ ໃນການ ເຮັດວຽກ ແຕ່ບໍ່ໃຫ້ຊື້ຣົດຫຼູຫຼາ ຣາຄາແພງ, ໃຫ້ຊື້ແຕ່ຣົດທັມດາ ເພື່ອເປັນ ການປະຢັດງົບປະມານຂອງຣັຖ.

ແລະຊາວລາວອີກທ່ານນຶ່ງ ກໍເຫັນດີນໍາແນວຄິດຂອງ ທ່ານ ທອງລຸນ ເພື່ອຫລຸດຜ່ອນການໃຊ້ງົບປະມານ ຂອງຣັຖ ຍ້ອນໃນ ໄລຍະທີ່ຜ່ານມາ ການຊື້ຣົດໃໝ່ ຫລືໃຊ້ຣົດຫຼູຫຼານັ້ນ ເປັນສິ່ງທີ່ບໍ່ຈໍາເປັນ ແລະໃຊ້ງົບປະມານ ຂອງຣັຖແບບຟູມເຟືອຍ ດ່ັງທີ່ ທ່ານກ່າວວ່າ:

“ກະຖືວ່າເປັນການດີແຫຼະ ເປັນການດີ ບໍ່ຟູມເຟືອຍ ການນໍາໃຊ້ກໍແບບວ່າ ບໍ່ໃຫ້ຟູມເຟືອຍຣົດຫຼູຫຍັງນະ ປະມານນັ້ນຫຼະ ເນື່ອງຈາກວ່າ ເສຖກິດມື້ນີ້ ມັນກະຍາກທັງໝົດທັງມວນ ສ່ວນຫຼາຍກະບໍ່ຄືເກົ່າເນາະ.”

ພ້ອມດຽວກັນນັ້ນ ຊາວລາວອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຖ້າຣັຖບານ ສາມາດເຮັດໄດ້ ຕາມທີ່ວ່ານັ້ນແທ້ໆ ກໍເປັນເຣື່ອງທີ່ດີຫຼາຍ ແລະຢາກໃຫ້ເອົາ ງົບປະມານ ທີ່ຈະຊື້ຣົດໃໝ່ນັ້ນ ໄປສ້າງສາພັທນາປະເທດ ໃຫ້ດີຂຶ້ນ ຈະດີກວ່າຫຼາຍ:

“ກະດີຫັ້ນແລ້ວ ເຮັດໄດ້ກະດີຫັ້ນແລ້ວ ມັນກະຈະໄດ້ທົ່ວເຖິງ ສ້າງສາພັທນາບ້ານເຮົາ ກະສິຈະເລີ່ມຕົ້ນ ກິນປະຢັດມັທຍັດຫັ້ນແຫຼະ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທາງການລາວ ຜູ້ຂໍບໍ່ບອກຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າແຜນ ດັ່ງກ່າວເຄີຍໄດ້ຍິນມາແຕ່ດົນແລ້ວ ແລະກໍຄິດວ່າ ເປັນການດີ ຫາກຫຼາຍພາກສ່ວນ ຂອງຣັຖສາມາດ ປະຕິບັດໄດ້ ຕາມຄໍາເຕືອນ ຂອງທ່ານ ທອງລຸນ ເພື່ອເປັນການປະຢັດ ງົບປະມານຂອງຣັຖ ດັ່ງທ່ານກ່າວວ່າ:

“ມີແຜນແຕ່ເຫິງແລ້ວ ເພິ່ນເຮັດແນວນີ້ກະດີຫັ້ນແລ້ວ ປະຢັດ ກະທັມດາປົກກະຕິໃດ໋ ມັນກະໃຊ້ເງິນຕາມປົກຕິຫັ້ນແຫຼະ.”

ປັດຈຸບັນ ພາຍຫລັງມີຄະນະນໍາພັກຊຸດໃໝ່ ແລະຂະນະນີ້ທາງການລາວ ກໍກໍາລັງກະກຽມການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ແລະສະພາຂັ້ນແຂວງ ຊຶ່ງຈະມີຂຶ້ນໃນວັນທີ 21 ກຸມພາ 2021 ນີ້, ປົກກະຕິແລ້ວ ຜູ້ຂຶ້ນເປັນຜູ້ນໍາໃໝ່ບໍ່ວ່າຢູ່ສູນກາງ ແລະທ້ອງຖິ່ນ ທັງກະຊວງ ແລະແຂວງ ໃນແຕ່ລະສມັຍ ຫລື ທຸກໆ 5 ປີໃດ, ແຕ່ລະຄົນມັກ ຄາດຫວັງວ່າ ຈະໄດ້ຣົດຄັນໃໝ່ ໄວ້ປະຈໍາຕໍາແໜ່ງ ຕາມທໍານຽມ ທີ່ເຄີຍປະຕິບັດກັນມາ.

ເມື່ອ 4 ປີ ທີ່ຜ່ານມາ ພາຍຫລັງ ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນເປັນນາຍົກຣັຖມົນຕຣີ ທ່ານກໍໄດ້ປະກາດຂາຍຣົດຫຼູຫຼາປະຈໍາ ຕໍາແໜ່ງ ຍີ່ຫໍ່ Mercedes Benz ລຸ້ນ S-class ແລະຣົດ BMW ລຸ້ນ 7 ຫລື series 7 ແລ້ວຫັນມາໃຊ້ຣົດຍີ່ປຸ່ນ ຍີ່ຫໍ້ Toyota ລຸ້ນ Camry ແທນ ຊຶ່ງມີຣາຄາຖືກກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.