ການແຈ້ງຊັບສິນທີ່ອາຈບໍ່ ໂປ່ງໄສ

ສິດນີ
2014.09.03
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

 

ມາຮອດ ປັດຈຸບັນ ກໍ ເປັນເວລາ ກວ່າ 1 ເດືອນ ແລ້ວ ທີ່ ທາງການລາວ ໄດ້ ແຈກຢາຍ ຟອມ ເພື່ອໃຫ້ ພະນັກງານ ຣັດ ຂັ້ນສູນກາງ ແຈ້ງຊັບສິນ ຂອງຕົນ ແຕ່ຊາວລາວ ຫລາຍຄົນເຊື່ອ ວ່າ ອາດບໍ່ມີ ຄວາມໂປ່ງໄສ ແລະ ສຸຈຣິດ ໃນການແຈ້ງ ຊັບສິນ ເທື່ອນີ້ ເນື່ອງຈາກ ວ່າ ເປັນການ ແຈກຟອມໃຫ້ ພະນັກງານ ຣັດ ຂຽນລົງດ້ວຍ ຄວາມ ສະມັກໃຈ ຫລາຍກວ່າ ແລະ ຄົງບໍ່ມີ ພະນັກງານ ຣັດ ຜູ້ໃດ ແຈ້ງ ຊັບສິນ ຂອງຕົນ ໂດຍຣະອຽດ ທັງຫມົດ ຢ່າງ ແນ່ນອນ ບາງຄົນ ມີຊັບສິນ ຫລາຍ ອາດແຈ້ງ ພຽງ ເລັກນ້ອຍ ຫລື ບໍ່ແຈ້ງເລີຍ. ດັ່ງ ຊາວລາວ ຄົນນຶ່ງ ເວົ້າວ່າ:

"ຖ້າຫາກວ່າ ຂໍ້ມູນທີ່ ບອກມານີ້ ເປັນຄວາມຈິງ ເນາະ ກະຄືຊີ່ດີ ທີ່ສຸດ ຖ້າຫາກວ່າ ຕອບບໍ່ຕົງ ຄວາມຈີງວ່າມີ ຫລາຍລະວ່າ ມີໜ້ອຍ ຈັ່ງຊີ້ນ່າ ມັນກະຊີ່ເສັຽ ຫັ້ນແຫລະ ແຕ່ຖ້າວ່າ ບໍ່ມີລະ ວ່າມີນີ້ ກະຊີ່ ບໍ່ມີໃຜ ຂຽນດອກ ບັນຫາ ກໍຄືວ່າ ຄົນທີ່ວ່າມີ ລະວ່າບໍ່ມີ ຫັ້ນນ່າ ແຕ່ກະຄື ຊີ່ບໍ່ມີ ໃຜດອກ ທີ່ຂຽນ ຄວາມຈີງ ເອົາແທ້ ເອົາວ່າ ເຮົາກະເຊື່ອ ແນວນັ້ນ".

ທ່ານກ່າວ ຕື່ມວ່າ ການແຈ້ງ ຊັບສິນ ເທື່ອນີ້ ອາດເປັນໄປ ໃນຮູບແບບ ນາມປະທັມ ຫລາຍ ກວ່າ ສ່ວນຮູບ ປະທັມ ນັ້ນ ຄົງ ບໍ່ສາມາດ ເຮັດກັນ ຍ້ອນຍັງ ບໍ່ທັນມີ ກົດຫມາຍ ກຳນົດ ການລົງໂທດ ຜູ້ ກະທຳຜິດ ເທື່ອ ຈຶ່ງເຮັດໃຫ້ ພະນັກງານຣັຖ ຫລາຍຄົນ ບໍ່ຈຳເປັນ ຕ້ອງ ຣາຍງານ ຊັບສິນ ທີ່ຕົນມີ ທັງຫມົດ ໂດຍ ຣະອຽດ.

ນອກຈາກນີ້ ຂ່າວຄາວ ເຣຶ້ອງການແຈ້ງ ຊັບສິນ ໃນຫມູ່ ພະນັກງານ ຣັດ ກໍຍັງບໍ່ມີ ການເປີດເຜີຍ ໃດໆເທື່ອ ແລະ ສື່ ກະແສຫລັກ ຂອງ ຣັຖບານ ກໍມີການ ຣາຍງານ ກ່ຽວກັບ ເຣື້ອງນີ້ ຫນ້ອຍທີ່ສຸດ. ອັນເປັນ ການຊີ້ວັດ ອີກອັນນື່ງ ທີ່ເຮັດໃຫ້ ເຫັນເຖິງ ຄວາມບໍ່ໂປ່ງໄສ ໃນ ການແຈ້ງ ຊັບສິນ ຂອງ ພນັກງານຣັດ ໃນ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.