ແຜນປະຕິບັດວຽກງານຂອງ ອາຊຽນ
2016.02.29
ແຜນການ ເຮັດວຽກ ແຜນທີສາມ ຂອງການ ເຂົ້າຮ່ວມກຸ່ມ ປະຊາຄົມ ເສຖກິດ ອາຊຽນ ແລະ ແຜນ ປະຕິບັດງານ ການເຊື່ອມໂຍງ ອາຊຽນ ຫລັງຈາກ ປີ 2015, ສອງ ແຜນການ ດັ່ງກ່າວ ທີ່ ກອງປະຊຸມ ຣັຖມົນຕຣີ ອາຊຽນ ໄດ້ຕົກລົງ ເຫັນພ້ອມ ໃນ ກອງປະຊຸມ ເທື່ອນີ້ ຈະຖືກ ຮັບຮອງເອົາ ໃນ ກອງປະຊຸມ ສຸດຍອດ ອາຊຽນ ໃນ ທ້າຍປີນີ້.
ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງປະເທດ ສປປລາວ ໃນນາມ ປະທານວຽນ ອາຊຽນ ໃນ ປີນີ້ ໄດ້ເປີດເຜີຍ ເຖິງຂໍ້ຕົກລົງ ດັ່ງກ່າວໃນການ ສລຸບຜົລ ຂອງ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຕໍ່ກຸ່ມ ນັກຂ່າວ ພາຍໃນ ແລະ ຕ່າງປະເທດ ໃນ ມື້ສຸດທ້າຍ ຂອງ ກອງປະຊຸມ ມື້ວັນເສົາ.
ທ່ານວ່າ ສອງ ບັນຫານີ້ ແມ່ນເປົ້າຫມາຍ ຂອງ ອາຊຽນ ໃນການ ຫລຸດຜ່ອນ ຊ່ອງວ່າງ ຄວາມແຕກໂຕນ ໃນ ອາຊຽນ ໃຫ້ ແຄບເຂົ້າ ແລະ ເພື່ອ ຍົກຣະດັບ ການເຊື່ອມຕໍ່ ໃນຂົງເຂດ ໃຫ້ມີຄວາມ ແຂງແກ່ງຂຶ້ນ ຊື່ງ ເປັນສອງ ໃນຈຳນວນ 8 ວິສັຍທັສ ຂອງ ສປປລາວ ໃນນາມ ປະທານວຽນ ອາຊຽນ ໃນປີນີ້.
ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ທີ່ ລາວ ເປັນເຈົ້າພາບ ຈົບລົງໂດຍດີ ປາສຈາກ ບັນຫາໃດໆ ທັ້ງໆທີ່ ຫຼາຍປະເທດ ເປັນຫ່ວງ ກ່ຽວກັບ ບັນຫາ ທະເລ ຈີນໃຕ້ ໂດຍສະເພາະ ສະມາຊິກ ອາຊຽນ ດັ່ງ ວຽດນາມ ຟິລລິປປິນ ແລະ ມາເລເຊັຽ. ກອງປະຊຸມ ສຸດຍອດ ອາຊຽນ ມີກຳນົດ ຈັດຂຶ້ນ ໃນເດືອນ ກັນຍາ ປີນີ້ ຊຶ່ງຈະມີ ທ່ານ ບາລັກ ໂອບາມາ ແລະ ທ່ານ ຊີ ຊິງປິງ ເຂົ້າຮ່ວມ.