ວັນຄອບຮອບ 50 ປີ ສະມາຄົມ ອາຊຽນ
2017.08.09
ສະມາຄົມເອເຊັຽຕາເວັນອອກສ່ຽງໃຕ້ ຫຼືອາຊຽນ ທີ່ຮ່ວມດ້ວຍ 10 ປະເທດສະມາຊິກ, ດັ່ງ ຟີລິປປີນ, ມາເລເຊັຽ, ອີນໂດເນເຊັຽ, ສີງກະໂປ, ໄທ, ວຽດນາມ, ລາວ, ກຳພູຊາ, ພະມ້າ ແລະ ບຣູນາຍ ຕັ້ງຂຶ້ນໃນປີ 1967, ປັດຈຸບັນ ໄດ້ກາຍເປັນປະຊາຄົມ ເຊື່ອມໂຍງໃນດ້ານເສຖກິດ ການຄ້າການລົງທຶນ ຣາຍໃຫຍ່ແຫ່ງນຶ່ງໃນໂລກເປັນອັນດັບ 7 ຂອງຕລາດໂລກ ແລະອັນດັບສາມ ທາງດ້ານແຮງງານ ແລະ ຈະກາຍເປັນ ອັນດັບສີ່ ທາງດ້ານເສຖກິດ ຂນາດໃຫຍ່ ໃນໂລກ ໃນປີ 2030.
ສະມາຄົມອາຊຽນ ໄດ້ສ້າງຕັ້ງເປັນ ຕລາດນຶ່ງດຽວ ທີ່ເອີ້ນວ່າ ປະຊາຄົມ ເສຖກິດອາຊຽນ ໃນປີ 2016 ໃນຊ່ວງທີ່ ສປປລາວ ເປັນປະທານ ວຽນ ມີການເຊື່ອມໂຍງ ທາງດ້ານເສຖກິດ ການຄ້າ ການລົງທຶນ ສັງຄົມ ແລະວັທນະທັມ ແຫນ້ນແຟ້ນຂຶ້ນ ກວ່າເກົ່າ.
ເສຖກິດພາບຮວມ ຂອງອາຊຽນ ໃນປັດຈຸບັນ ມູນຄ່າການລົງທຶນ ໂດຍກົງຈາກ ຕ່າງປະເທດ ມີຢູ່ປະມານ 25% ເພີ້ມຂຶ້ນ 15 % ຈາກປີ 2010. ມີນັກທ່ອງທ່ຽວ ເຂົ້າມາທ່ຽວ ອາຊຽນກວ່າ 40% ການເຕີບໂຕ ທາງດ້ານເສຖກິດ ໂດຍຮວມ ປະມານ 4.5% ໃນແຕ່ລະປີ ອາຊຽນ ເປັນເຂດທີ່ມີການເຕີບໂຕ ຢ່າງວ່ອງໄວໃນໂລກ ແລະມີສັກກະຍະພາບ ສູງຂຶ້ນເລື້ອຍໆ. ດັ່ງຜູ້ບໍຣິຫານ ສະພາການຄ້າ ອາຊຽນ-ສະຫະຣັດ ທີ່ກຸງວໍຊີງຕັນ ທ່ານ Alex Feldmen ໃຫ້ສຳພາດຕໍ່ ເອເຊັຽເສຣີ ໃນວັນທີ 8 ສິງຫາ ນີ້ວ່າ:
"ທ່ານວ່າ ອາຊຽນ ມີອະນາຄົດອັນແຈ່ມໄສ ເປັນເຂດ ທີ່ມີເສຖກິດເຕີບໂຕ ຢ່າງວ່ອງໄວ ມີແຮງງານຄົນຫນຸ່ມ ຂນາດໃຫຍ່ໃນໂລກ ຕັ້ງຢູ່ ຣະຫວ່າງ ປະເທດ ທີ່ມີເສຖກິດ ກ້າວຫນ້າ ດັ່ງຈີນ ແລະ ອີນເດັຽ".
ແຕ່ ນັກຊ່ຽວຊານອາຊຽນ ທ່ານນຶ່ງເວົ້າວ່າ ກ່ອນຈະມາຮອດມື້ນີ້ ອາຊຽນ ກໍຜ່ານຜ່າ ມາຫລາຍບັນຫາຊື່ງ ໃນສມັຍສົງຄາມເຢັນ ກໍມີບັນຫາ ຄວາມຂັດແຍ່ງ ລະຫວ່າງລັດທິ ໃນຫລາຍປະເທດ ດັ່ງ ວຽດນາມ ສປປລາວ ກຳພູຊາ ແລະຄວາມວຸ້ນວາຍ ພາຍໃນ ດັ່ງ ພະມ້າ ໄທ ມາເລເຊັຍ ອິນໂດເນເຊັຽ ແລະ ຟີລີປີນ ຈາກກຸ່ມມຸສລິມ ຫົວຮຸ່ນແຮງ ແລະ ກຸ່ມການເມືອງ ທີ່ມີຄວາມເຫັນ ແຕກຕ່າງກັນ.
ບັນຫາ ເຫດວິກິດ ທາງດ້ານການເງິນ ໃນປີ 1997 ບັນຫາ ຄວາມແຕກໂຕນ ທາງດ້ານເສຖກິດ ແລະ ຄວາມມັ້ງຄັ້ງ ຣະຫວ່າງ ປະເທດ ສະມາຊິກ ເປັນຕົ້ນ ຣະຫວ່າງ ສິງກະໂປ ກັບ ສປປລາວ ພະມ້າ ແລະ ກຳພູຊາ ບັນຫາ ຄວາມບໍ່ໂປ່ງໃສ ການປົກຄອງ ຂາດຣະບົບ ກົດຫມາຍ ການສໍ້ຣາສບັງຫຼວງ ແລະການປົກຄອງ ແບບຜະເດັດການ ໃນບາງປະເທດ. ບາງປະເທດໃນອາຊຽນຍັງຂາດ ສິດທິມະນຸດ ສິດທິ ປະຊາທິຕັຍ ສິດທິ ຂັ້ນພື້ນຖານ ແລະ ສິດທິ ການປົກຄອງ ແບບຣະບົບ ກົດຫມາຍ ມາຕຖານ ສາກົນ.
ທ່ານວ່າ ບັນຫາທີ່ພົ້ນເດັ່ນ ໃນປັດຈຸບັນ ກໍແມ່ນບັນຫາ ທະເລຈີນໃຕ້ ທີ່ປະເທດສະມາຊິກ ມີຄວາມເຫັນ ແຕກຕ່າງກັນ ບາງກຸ່ມ ກໍເຫັນ ພ້ອມກັບຈີນ ແລະ ອີກກຸ່ມນຶ່ງ ກໍຕ້ານຈີນ ໃນບັນຫານີ້ ເປັນຕົ້ນ ວຽດນາມ ມາເລເຊັຽ ບຣູນາຍ ແລະ ຟີລິປປີນ. ບັນຫາ ຊາວໂຣຮີນຢາ ໃນ ພະມ້າ ບັນຫາ ຜູ້ກໍ່ການຮ້າຍ ໃນເຂດພາກໃຕ້ ຂອງຟີລີປປີນ ບັນຫາ ກຸ່ມມຸສລີມ ຫົວຮຸ່ນແຮງ ບັນຫາ ໃນເຂດພາກໃຕ້ ຂອງໄທ ແລະ ບັນຫາ ສິດທິມະນຸດ ໃນຫລາຍປະເທດ ເປັນຕົ້ນ ສປປລາວ ກຳພູຊາ ແລະ ວຽດນາມ ແຕ່ບັນຫາ ທັງຫມົດນີ້ ເປັນບັນຫາ ພາຍໃນ ຊຶ່ງປະເທດ ສະມາຊິກ ບໍ່ມີສິດ ເຂົ້າຫຍຸ້ງກ່ຽວ.
ຄວາມຫລົ້ມແຫລວຂອງອາຊຽນ ໃນຣະຍະທີ່ຜ່ານມາ ກໍມີຫລາຍບັນຫາ ໃນນັ້ນ ນອກຈາກບັນຫາ ທະເລຈີນໃຕ້ ແລ້ວ ກໍແມ່ນບັນຫາ ຄວາມຂັດແຍ່ງ ໃນເຂດຊາຍແດນ ໄທ-ກຳພູຊາ ເຂດ ເຂົາພຣະວິຫານ ໃນປີ 2008 ແລະ 2011 ທີ່ປະເທດ ສະມາຊິກ ບໍ່ສາມາດ ຕົກລົງກັນໄດ້. ຄວາມຫລົ້ມແຫລວ ໃນກອງປະຊຸມ ຣັຖມົນຕຣີ ຕ່າງປະເທດອາຊຽນ ຄັ້ງທີ 45 ທີ່ ກຳພູຊາ ເປັນເຈົ້າພາບ ທີ່ປະເທດ ສະມາຊິກ ບໍ່ສາມາດ ອອກຖແລງການ ຮ່ວມກັນໄດ້ ໃນບັນຫາ ທະເລຈີນໃຕ້ ແລະບັນຫາ ຊາວໂຣຮີນຢາ ໃນພະມ້າ ໃນ ປັດຈຸບັນ,
ນັກຊ່ຽວຊານ ອາຊຽນ ທ່ານນີ້ ກ່າວຕື່ມວ່ ຄວາມສຳເຣັດ ຂອງສະມາຄົມ ອາຊຽນ ໃນຣະຍະ 50 ປີຜ່ານມານີ້ ກໍແມ່ນວ່າ:
1- ສ້າງຕັ້ງເປັນປະຊາຄົມອາຊຽນນຶ່ງດຽວ ຢ່າງແຂງແກ່ນ
2-ກາຍເປັນເຂດເສຖກິດ ທີ່ມີການເຕີບໂຕ ຢ່າງວ່ອງໄວ
3-ກາຍເປັນເຂດການຄ້າ ການລົງທຶນ ແລະການທ່ອງທ່ຽວ ຣະດັບໃຫຍ່ ເຂດນຶ່ງໃນໂລກ
4-ເປັນອັນດັບສີ່ ຂອງເສຖກິດ ແລະຕລາດການຄ້າໃນໂລກ
5-ກາຍເປັນເຂດ ທີ່ມີການພັທນາ ດ້ານຊັພຍາກອນມະນຸດ ທີ່ສູງ
6-ມີລາຍໄດ້ໂດຍສເຣັ່ຽຕໍ່ຫົວຄົນສຸງ
7-ປະຊາກອນອາຊຽນ ຫລາຍລ້ານຄົນ ຫລຸດພົ້ນຈາກຄວາມທຸກຍາກ ຫລັງຈາກການເຊື່ອມໂຍງ ປະຊາຄົມອາຊຽນ.
ດັ່ງນັ້ນໃນວັນຄົບຮອບ 50 ປີ ຂອງການສ້າງຕັ້ງ ສະມາຄົມອາຊຽນ ໃນປີນີ້ ບັນດາຜູ້ນຳ ອາຊຽນ ທັງຫລາຍກໍຫວັງວ່າ ບັນຫາ ຄວາມ ຫລົ້ມແຫລວ ດັ່ງກ່າວ ຈະບໍ່ເກີດຂຶ້ນ ອີກໃນອະນາຄົດ ແລະ ຈະພາກັນມຸ້ງຫມັ້ນ ໄປສູ່ອະນາຄົດ ອັນສົດໃສ ໃນທົສວັດ ຕໍ່ໄປ.
ເປົ້າຫມາຍຫລັກທີ່ບັນດາ ຜູ້ນຳອາຊຽນ ທີ່ຈະເຮັດໃນອະນາຄົດ ກໍແມ່ນ ການຍົກຣະດັບ ປະເທດ ທີ່ທຸກຍາກ ໃນອາຊຽນ ໃຫ້ເທົ່າທຽມກັບ ປະເທດ ທີ່ຮັ່ງມີ ຫລືວ່າ ຫລຸດຜ່ອນ ຄວາມແຕກໂຕນ ຂອງຄວາມມັ້ງຄັ້ງ ຣະຫວ່າງ ປະເທດ ສະມາຊິກ. ຍົກຣະດັບ ປະຊາທິປະຕັຍ ສິດທີມະນຸດ ແລະ ສິດທິ ທາງສາສນາ ຍົກຣະດັບ ການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ແຕ່ຈະເຮັດໄດ້ ຫລາຍນ້ອຍ ປານໃດນັ້ນ ຍັງເປັນບັນຫາ ທ້າທາຍ ຫລາຍຢູ່ ຍ້ອນວ່າ ອາຊຽນ ມີຫລາຍເຊື້ອຊາດ ຫລາຍສາສນາ ແລະ ຫລາຍ ພາສາປາກເວົ້າ ຮ່ວມດ້ວຍ ຫລາຍຊົນເຜົ່າ ຢູ່ຮ່ວມກັນ ບໍ່ຄື ສະຫາພາບ ຢູໂຣບ. ສະມາຊິກ ສະຫະພາບ ຢູໂຣບ ສ່ວນໃຫຍ່ ເປັນປະເທດ ທີ່ມີການສຶກສາສູງ.
ນັກຊ່ຽວຊານອາຊຽນ ທ່ານນີ້ເວົ້າອີກວ່າ ອາຊຽນ ຍັງຈະຕ້ອງມີການພັທນາ ໃຫ້ຫລາຍກວ່ານີ້ ຖ້າຢາກທຽບເທົ່າ ກັບ ສະຫະພາບ ຢູໂຣບ ຊື່ງໃນປັດຈຸບ ອາຊຽນ ຍັງກະແຈກກະຈ່າຍ ກັນຢູ່ ໃນຫລາຍດ້ານ ເປັນຕົ້ນ ທາງດ້ານ ທະຫານ ດ້ານການເງິນ ແລະ ດ້ານ ເທັກໂນໂລຈີ ກໍຍັງບໍ່ທຽບເທົ່າ ກັບຫລາຍ ປະເທດພັທນາ ເປັນຕົ້ນ ອີນເດັຽ ແລະຈີນ. ເຈົ້າຫນ້າທີ່ ສະພາການຄ້າ ອາຊຽນ-ສະຫະຣັດ ເວົ້າເພີ້ມວ່າ:
"ທ່ານວ່າ ຖ້າທຽບໃສ່ 50 ປີ ຜ່ານມາອາຊຽນ ບ່ອນທີ່ຫນ້າຢູ່ ຫລາຍກວ່າຫມູ່ໃນໂລກ ແລະ ປະຊາຊົນ ກໍມີອິສຣະພາບ ຫລາຍກວ່າ ຫລາຍເຂດ".
ຫນັງສືພີມ The Economist ລາຍງານວ່າ ສtຖານະພາບ ທາງດ້ານເສຖກິດ ອາຊຽນ ມີການເຕີບໂຕ ແຕ່ໃນທາງກັບກັນ ເສຣີພາບ ຂອງຊາວອາຊຽນ sລຸດລົງ ໃນແຕ່ລະມື້, ນິຕຍາສານ ເສຖກິດ ການເມືອງຊື່ດັງ The Economist ດັ່ງກ່າວ ໄດ້ປະເມີນ ສະຖານະການ ເສຖກິດ ແລະການເມືອງ ໃນອາຊຽນ ວ່າ, ເຖິງແມ່ນວ່າ ປະເທດອາຊຽນ ຈະມີການເຕີບໂຕ ທາງດ້ານ ເສຖກິດດີ ແຕ່ກັບມີຄວາມເປັນ ປະຊາທິປະຕັຍ ຫນ້ອຍລົງ ຢ່າງຕໍເນື່ອງ. ນິຕຍາສານ ດັ່ງກ່າວ ໄດ້ຍົກຕົວຢ່າງ ປະເທດ ພະມ້າ ທີ່ ເສຖກິດ ເຕີບໂຕ ຮ້ອຍລະ 7.5% ໃນປີນີ້ ແລະ ໃນປີຫນ້າ ທະນາຄານ ພັທນາເອເຊັຽ ປະເມີນວ່າ ເສຖກິດ ພະມ້າ ຈະເຕີບໂຕ ເຖີງ 8% ເນື່ອງຈາກ ການພັທນາ ໃນປະເທດ ແລະ ການລົງທຶນ ຈາກ ຕ່າງປະເທດ ຮ່ວມດ້ວຍ ເສຖກິດ ການຄ້າ ຊາຍແດນ ຣະຫວ່າງ ໄທກັບພະມ້າ ຫລາຍຂຶ້ນ ແລະໃນປະເທດ ອາຊຽນອື່ນໆ ກໍເຫມືອນກັນ ດັ່ງ ສປປລາວ ກຳພູຊາ ຟີລິປປີນ ແລະວຽດນາມ ມີເສຖກິດ ເຕີບໂຕ ໃນຣະດັບ ໃກ້ຄຽງກັນ ເຖີງແມ່ນວ່າ ຈະຕ່ຳກວ່າຈີນ ແລະ ອີນເດັຽ ກໍຕາມ.
ແຕ່ສະຖານະພາບ ທາງດ້ານສິດທິມະນຸດ ແລະ ປະຊາທິປະຕັຍ ໃນປະເທດ ເຫລົ່ານີ້ ຂີ້ຮ້າຍລົງ ໃນແຕ່ລະມື້. ທ່ານ ດູເຕີເຕ ປະທານາທິບໍດີ ຟີລິປປີນ ກ່າວຄຳປາສັຍ ໃນພີທີສລອງວັນ ຄົບຮອບ 50 ປີ ອາຊຽນ ທີ່ກຸງ ມະນີລາ ປະເທດ ຟີິລິປປີນ ໃນຕອນນຶ່ງວ່າ:
"ທ່ານວ່າ ການສ້າງຕັ້ງສະມາຄົມອາຊຽນ ເຮັດໃຫ້ມີ ຄວາມມັ້ງຄັ້ງ ຄວາມເປັນອັນນຶ່ງອັນດຽວກັນ ແລະ ຄວາມຢູ່ດີກິນດີ ຂອງ ປະຊາຊົນ ໃນຫລາຍ ປະເທດ ໃນຣະຍະ 50 ປີ ມານີ້".
ຫນັງສືພີມ The Economist ຣະບຸຕື່ມວ່າ ການພັທນາ ທາງດ້ານ ການເມືອງ ຂອງຊາດອາຊຽນ ກັບໄປໃນທີດທາງ ກົງກັນຂ້າມ ເຖິງແມ່ນວ່າ ສະພາບການ ເສຖກິດ ຈະເຮັດໃຫ້ ມີການ ປະຕິຮູບ ການເມືອງ ໃນຫລາຍປະເທດ ບໍ່ວ່າຈະເປັນ ປະເທດ ອີນໂດເນເຊັຽ ຟີລີປປີນ ຫລືໄທ ທີ່ເລີ້ມມີ ປະຊາທິປະຕັຍ ເຂັ້ມແຂງ ຂຶ້ນຫລັງຈາກປີ 1997 ແລະ ພະມ້າ ວ່າງຫລັງໆມານີ້ ກໍຕາມ ແຕ່ຍັງມີ ຫລາຍປະເທດ ອາຊຽນ ທີ່ຍັງບໍ່ມີ ຄວາມຫວັງທີ່ ຈະເປັນ ປະຊາທິປະຕັຍໄດ້ ເປັນຕົ້ນ ສປປລາວ ແລະ ວຽດນາມ ທີ່ຍັງມີການ ປົກຄອງ ໃນລັດທິ ຄອມມຸຍນິສ ຢູ່ ເຖິງແມ່ນວ່າ ຈະມີການເປີດກວ້າງ ທາງດ້ານ ເສຖກິດ ກໍຕາມ, ປະເທດ ສີງກະໂປ ຍັງເປັນປະເທດ Technocrat ຫລືປົກຄອງສືບທອດ ອຳນາດ ແບບຂຸນນາຍ ຣະດັບສູງ ບໍ່ມີເສຣີ ຢ່າງເຕັມປ່ຽມ,
ປະເທດມາເລເຊັຽ ແລະ ປະເທດ ກຳພູຊາ ທ່ານ ນາຈີບ ຣາຊັກ ນາຍົກຣັຖມົນຕຣີ ມາເລເຊັຍ ແລະ ທ່ານ ຮຸນເຊນ ນາຍົກ ຣັຖມົນຕຣີ ກຳພູຊາ ຕ່າງພາກັນ ປາບປາມ ກຸ່ມພັກຝ່າຍຄ້ານ ກຸ່ມວິພາກວິຈານ ຣັຖບານ ຈັບກຸມຄຸມຂັງ ດຳເນີນການກຸ່ມ ທີ່ໂຈມຕີ ຣັຖບານ ພັກຝ່າຍຄ້ານ ແລະ ຫາວິທີ ຮັກສາໄວ້ ຊື່ງອຳນາດ ການປົກຄອງ ຂອງຕົນເອງ ໃຫ້ຍາວນານ ເທົ່າທີ່ ຈະຍາວນານໄດ້.
ສຳລັບປະເທດໄທ ຫນັງສືພີມ ສະພາບດັ່ງກ່າວ ລາຍງານວ່າ ເຖີງແມ່ນວ່າ ຈະມີການເລືອກຕັ້ງ ຢ່າງເສຣີ ແຕ່ ປະຊາທິປະຕັຍ ແບບເຕັມປ່ຽນ ນັ້ນ ອາດຈະບໍ່ຖືກ ປະຕິບັດ ໄດ້ເທົ່າທີ່ຄວນ ຍ້ອນວ່າ ຣັຖບານ ຍັງຈະຖືກ ຄວບຄຸມ ຈາກ ສະມາຊິກ ສະພາ ຈາກຝ່າຍ ທະຫານຢູ່ ຍ້ອນກົດຫມາຍ ດັດແປງໃຫມ່ ຍັງບໍ່ຖືກ ລົບລ້າງ. ແຕ່ຍັງໃຄແດ່ ກວ່າຫລາຍ ປະເທດ.
ສຳລັບປະເທດ ຟີລີປປີນ ເຖີງແມ່ນວ່າ ສະຖາບັນ ປະຊາທິປະຕັຍ ຈະບໍ່ອ່ອນແອ ເທົ່າກັບ ກຳພູຊາ ລາວ ພະມ້າ ແລະ ວຽດນາມ ແຕ່ການຂຶ້ນເປັນ ປະທານາທິບໍດີ ຂອງ ທ່ານ ໂຣດຣີໂກ ດູເຕີເຕ ກໍເຮັດໃຫ້ ປະເທດ ຟີລີປປີນ ເຫມືອນກັບ ຢ້ອນຫລັງໄປສູ່ ຍຸກສມັຍ ການປົກຄອງ ຂອງອະດີດ ຜະເດັດການ ທ່ານ ເຟີດີແນນ ມາກົສ. ເນື່ອງຈາກວ່າ ທ່ານ ດູເຕີເຕ ມີແນວໂນ້ມ ຈະໃຊ້ອຳນາດ ເດັດຂາດ ໃນການລະເມີດ ສິດທິພົລເຮືອນ ເຊັ່ນການ ປະກາດ ຍົກເລີກ ກົດອັຍການເສິກ ໃນເກາະ ມີນດານນາວ ແລະ ການປາບປາມ ຜູ້ເສບ ຢາເສບຕິດ ຢ່າງຮຸ່ນແຮງ ແລະບັນຫາ ການຈຳກັດ ສິດທິອື່ນໆ ເປັນຕົ້ນ ການຊຸມນຸມ ປະທ້ວງ ແລະ ການຮຽກຮ້ອງ ຄວາມເປັນທັມ.
ສ່ວນປະເທດ ອີນໂດເນເຊັຽ ກໍມີແນວໂນ້ມ ທີ່ກຸ່ມຜູ້ນຳ ທີ່ເຄັ່ງຄັດ ທາງດ້ານສາສນາ ເຂົ້າມາມີບົດບາດ ທາງດ້ານການເມືອງ ຫລາຍຂຶ້ນ, ຕົວຢ່າງ ການເລືອກຕັ້ງ ເຈົ້າຄອງກຳແພງ ນະຄອນ ຈາກາຕາ ໃນເດືອນເມສາ ຜ່ານມາ ຊື່ງກຸ່ມມຸສລີມ ຫົວຮຸ່ນແຮງ ໂຄຊະນາ ຕໍ່ຕ້ານ ຜູ້ສມັກ ທີ່ເປັນຊາວຄຣີສຕຽນ ຢ່າງຮຸ່ນແຮງ ໂດຍບໍ່ມີການ ຫ້າມປາມ ຈາກ ຣັຖບານກາງ ແຕ່ຢ່າງໃດ.
ຫນັງສືພີມ The Economist ລາຍງານຕໍ່ໄປວ່າ ປະເທດ ທີ່ເບີ່ງວ່າ ຫມົດຫວັງ ຫລາຍທີ່ສຸດ ທາງດ້ານ ປະຊາທິປະຕັຍ ນອກຈາກ ລາວແລະວຽດນາມ ແລ້ວ ກໍຍັງມີ ພະມ້າ ເຖີງແມ່ນວ່າ ຈະຢູ່ໃຕ້ ການປົກຄອງ ຂອງຍານາງ ອອງຊານຊູຈີ ເຈົ້າຂອງ ລາງວັນ ໂນແບວ ຂແນງ ສັນຕິພາບ ກໍຕາມ ແຕ່ສະພາບການ ທາງດ້ານການເມືອງ ໃນພະມ້າ ຍັງບໍ່ດີຂຶ້ນ ຣັຖບານຂອງ ຍານາງ ອອງຊານຊູຈີ ຍັງຈັບກຸມ ກຸ່ມໂຈມຕີ ຣັຖບານ ແລະ ນັກຂ່າວຜູ້ ທີ່ວິພາກວິຈານ ຣັຖບານຢູ່ ດັ່ງຕົວການຈັບນັກຂ່າວສາມຄົນ ວ່າງຫລັງໆມານີ້ ແລະຍັງມີດງຽບຕໍ່ ບັນຫາຊົມກຸ່ມ ນ້ອຍຊາວມຸສລີມໂຣຮີນຢາ ຢູ່ຮ່ວມທັງ ຍັງມີການ ສູ້ຣົບກັບ ກຸ່ມປະກອບ ອາວຸດ ຊົນກຸ່ມນ້ອຍ ບາງກຸ່ມ ຢູ່ໃນທຸກມື້ນີ້ ເຖິງແມ່ນວ່າ ຈະມີ ກອງປະຊຸມ ເຈຣະຈາ ຄວາມປອງດອງຊາດ ມາເປັນເວລາ ຫລາຍເດືອນ ແລ້ວກໍຕາມ.
ບັນຫາດັ່ງກ່າວ ທັງຫມົດ ທີ່ກ່າວມາ ຂ້າງເທິງນີ້ ແມ່ນຄວາມຄືບຫນ້າ ແລະ ຄວາມຫລົ້ມແຫລວ ຂອງ ອາຊຽນ ໃນຣະຍະ 50 ປີ ຜ່ານມາ ແຕ່ ອະນາຄົດ ນັ້ນ ຈະເປັນຢ່າງໃດ ກໍຍັງບໍ່ຮູ້, ຂື້ນກັບຄວາມສາມະຄີ ແລະ ຄວາມເປັນ ອັນນື່ງອັນດຽວກັນ ຂອງກຸ່ມ ດັ່ງກ່າວ ນັ້ນເອງ. ນັກວິຊາການ ອາຊຽນ ທ່ານນັ້ນ ກ່າວໃນທີ່ສຸດ.