ສາເຫດໄຟໄໝ້ບໍ່ຖ່ານຫີນ ຍັງເປັນ ປຣິສນາ

ມະນີຈັນ
2014.06.02
f-default ສາເຫດໄຟໄໝ້ ບໍ່ຖ່ານຫີນ ຍັງເປັນປຣິສນາ
RFA

 

ຊາວບ້ານ ໃນເຂດ ທີ່ມີການ ສັມປະທານ ບໍ່ຖ່ານຫີນ ຂອງ ບໍຣິສັດ 667 ວຽດນາມ ຢູ່ ເມືອງຊໍາເໜືອ ແຂວງ ຫົວພັນ ເວົ້າວ່າ ສາເຫດ ໄຟໄໝ້ ທີ່ເກີດຂຶ້ນ ໃນ ອາທິດ ຜ່ານມານັ້ນ ອາຈມາຈາກ ບັນຫາ ຂັດແຍ້ງ ກັນທາງ ທຸຣະກິດ ຣະຫວ່າງ ວຽດນາມ ຜູ້ເປັນ ເຈົ້າຂອງ ແລະ ບໍຣິສັດ ຈີນ ທີ່ຄາດວ່າ ຈະເຂົ້າ ມາເຮັດ ສັມປະທານ ໃໝ່ ໃນ ໄວໆນີ້:

"ກະສິແມ່ນ ວຽດນາມ ຫັ້ນແລ້ວ ທໍາລາຍ ຫັ້ນ ແຕ່ວ່າ ເຮົາມັນ ບໍ່ຮູ້ວ່າ ຜູ້ນັ້ນ ຜູ້ນີ້ ເພາະວ່າ ປະຊາຊົນ ຢູ່ເຂດບ້ານ ຫ້ວຍຄົງ ຕົວນີ້ ບ້ານຄອນ ນີ້ ເຂົາບໍ່ຈູດ ດອກ ເຂົາກໍຮູ້ວ່າ ຜົລປະໂຫຍດ ຂອງພັກ ຂອງຣັຖ ມັນຫລາຍ ເຂົາກໍຮູ້ ເຂົາບໍ່ເຮັດ ວຽດ ນີ້ແຫລ້ວ ມີການ ຜິດໃຈກັນ ຣະຫວ່າງ ຈີນ ກັບເຂົາ ເຂົາອ່ານວ່າ ຈີນ ຈະໄດ້ເຂົ້າໄປ ຂຸດຄົ້ນ".

ທ່ານກ່າວວ່າ ບໍຣິສັດ 667 ຂອງ ວຽດນາມນີ້ ເຂົ້າມາ ຂຸດຄົ້ນ ຖ່ານຫີນ ຕັ້ງແຕ່ ປີ 2009 ໂດຍແມ່ນ ທາງແຂວງ ອະນຸມັດ ໃຫ້ ໃນພື້ນທີ່ ດັ່ງກ່າວ ຈົນຮອດ ປີ 2015 ໃນຈໍານວນ ຖ່ານຫີນ 1 ແສນຕັນ. ມາຮອດ ປັຈຈຸບັນ ຂຸດໄດ້ແລ້ວ 8 ພັນ ກວ່າຕັນ.

ແຕ່ມີຂ່າວ ວ່າ ບໍຣິສັດ 667 ຂອງ ວຽດນາມ ຈະຖືກ ທາງການລາວ ຍົກເລີກ ສັນຍາ ຍ້ອນວ່າ ຕາມກົດໝາຍ ແລ້ວ ທາງແຂວງ ບໍ່ສາມາດ ອະນຸມັດ ໃຫ້ ບໍຣິສັດ ເອກຊົນ ສັມປະທານ ໄດ້ ແລະ ມີຂ່າວ ອີກວ່າ ບໍຣິສັດ ເອກຊົນ ຂອງຈີນ ໄດ້ຮັບການ ອະນຸມັດ ຈາກ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄປແລ້ວ. ດັ່ງນັ້ນ ຊາວບ້ານ ຈຶ່ງເຊື່ອວ່າ ເຣື່ອງ ດັ່ງກ່າວ ອາຈເຮັດໃຫ້ ບໍຣິສັດ ວຽດນາມ ບໍ່ພໍໃຈ ຈື່ງເຜົາ ຖ່ານຫີນ ທີ່ຕົນໄດ້ ຂຸດຂຶ້ນມາ 6 ພັນ ກວ່າຕັນ ນັ້ນຖິ້ມ ກໍອາຈເປັນໄດ້.

ຢ່າງໃດກໍຕາມ ເຈົ້າໜ້າທີ່ ປກສ ກໍເວົ້າວ່າ ສໍາລັບ ເຣື້ອງນີ້ ຍັງຢູ່ໃນ ຂັ້ນຕອນ ການ ສອບສວນ, ຍັງ ບໍ່ຮູ້ວ່າ ໄຟໄໝ້ ນັ້ນ ເກີດຂື້ນໄດ້ ແນວໃດ ໃຜຢູ່ ເບື້ອງຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.