ທະນາຄານພັທນາເອເຊັຽ ຊ່ອຍລາວ

ອະວາຣີ
2016.04.12
F-ADB ທະນາຄານ ພັທນາ ເອເຊັຽ ໄດ້ຊ່ອຍໃຫ້ ເສຖກິຈ ສປປລາວ ເຕີບໃຫຍ່
ADB.net

ທ່ານ Takehiko Nakao ປະທານ ທະນາຄານ ພັທນາ ເອເຊັຽ ແນະນຳ ໃຫ້ ຣັຖບານ ສປປລາວ ແກ້ໄຂບັນຫາ ຂາດເຂີນ ງົບປະມານ ແລະ ເງິນ ສຳຮອງ ຕ່າງ ປະເທດ ໂດຍໃຫ້ ຣັຖບານລາວ ປັບປຸງ ການເກັບ ພາສີ ອາກອນ ໃຫ້ມີ ປະສິດທິພາບ ສູງຂຶ້ນ ເຊັ່ນ ໃຫ້ຊອກຫາ ເກັບ ພາສີອາກອນ ຈາກ ນັກ ທຸຣະກິຈ ແລະ ປະຊາຊົນ ທີ່ມີຣາຍໄດ້ ຣາຍຮັບສູງ ໃຫ້ທົ່ວເຖິງ ແລະ ໃຫ້ວາງແຜນ ການໃຊ້ຈ່າຍ ໃຫ້ດີຂຶ້ນ.

ທ່ານ Nakao ສເນີ ຄຳຄິດເຫັນ ດັ່ງກ່າວ ໃນເວລາ ພົບປະຫາລື ກັບ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ແລະ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງ ວາງແຜນ ແລະ ການລົງທຶນ ຂອງ ສປປລາວ ໃນອາທິດ ທີ່ແລ້ວ ທີ່ ນະຄອນຫຼວງ ວຽງຈັນ.

ປະທານ ທະນາຄານ ພັທນາ ເອເຊັຽ ກ່າວອີກວ່າ ໃນຣະຍະ ສີ່ຫ້າປີ ຜ່ານມານີ້ ເສຖກິຈ ຂອງ ສປປລາວ ຂຍາຍຕົວ ຢ່າງວ່ອງໄວ ສ່ວນນຶ່ງ ກໍຍ້ອນ ການຊ່ວຍເຫລືອ ຂອງ ທະນາຄານ ພັທນາ ເອເຊັຽ ຊຶ່ງ ໄດ້ຊ່ວຍສ້າງ ໂຄງຮ່າງ ພື້ນຖານ ຖນົນຫົນທາງ ເຮັດໃຫ້ ສປປລາວ ເຊື່ອມຕໍ່ ກັບ ປະເທດ ເພື່ອນບ້ານ ໄດ້ສະດວກ ຂຶ້ນ.

ປີນີ້ ທະນາຄານ ພັທນາ ເອເຊັຽ ມີແຜນ ຈະໃຫ້ການ ຊ່ວຍເຫຼືອລ້າ ແລະ ໃຫ້ເງິນກູ້ຢືມ ດອກເບັ້ຽຕ່ຳ ແກ່ ສປປລາວ ເພື່ອພັທນາ ການສຶກສາ ຊັ້ນມັທຍົມ ຕອນປາຍ ການ ສຶກສາ ວິຊາຊີພ ຊ່ວຍທາງດ້ານ ເທັກນິກ ແລະ ຝຶກອົບຮົມ ຄົນລາວ ໃຫ້ ມີຄວາມຮູ້ ແລະ ຄວາມສາມາດ ສູງຂຶ້ນ.

ໃນຣະຍະ ສາມປີ ຂ້າງໜ້າ ທະນາຄານ ພັທນາເອເຊັຽ ມີເປົ້າໝາຍ ໃຫ້ເງິນ ຊ່ວຍເຫຼືອລ້າ ແລະ ໃຫ້ກູ້ຢືມ ແກ່ ສປປລາວ ເຖິງ 300 ລ້ານ ໂດລາ ສະຫະຣັດ ນັບແຕ່ປີ 2017 ຈົນເຖິງ ປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.