ໄທຍ ມີໄຟຟ້າເຫຼືອໃຊ້

ຈໍາປາທອງ
2020.05.29
f-xayaburi ເຂື່ອນໄຊຍະບູຣີ ທີ່ມີເປົ້າໝາຍ ຈໍາໜ່າຍຂາຍໄຟຟ້າ ໃຫ້ປະເທດໄທ
RFA

ປະເທດໄທຍ ມີໄຟຟ້າສຳຮອງຫລາຍເກີນຄວາມຕ້ອງການ. ປັດຈຸບັນ ໄທຍ ໃຊ້ໄຟຟ້າທັງໝົດ ທົ່ວປະເທດ ພຽງແຕ່ 28,630 ເມກາວັດ ຕໍ່ມື້ ແຕ່ມີໄຟຟ້າສຳຮອງ ທັງໝົດເຖິງ 45,590 ເມກາວັດ; ແປວ່າ ໄທຍ ມີໄຟຟ້າ ສໍາລອງຫຼາຍກວ່າຄວາມຕ້ອງການ ເຖິງ 16,590 ເມກາວັດ.

ນອກຈາກຈໍານວນໄຟຟ້າ ທີ່ ໄທຍ ຜລິດໄດ້ເອງ ແລະ ຊື້ຈາກຕ່າງປະເທດ ເປັນຕົ້ນຈາກ ສປປລາວ ແລ້ວ, ປະເທດໄທຍ ຍັງມີໂຮງງານໄຟຟ້າ ທີ່ຜລິດເອງໃຊ້ເອງ ແລະ ໄຟຟ້າແສງອາທິດ ທີ່ຜລິດຈາກຫລັງຄາເຮືອນ ຂອງປະຊາຊົນນຳອີກ ຮວມທັງໝົດ ໄທຍ ອາຈມີໄຟຟ້າຫຼາຍກວ່າ 55 ພັນເມກາວັດ ຊຶ່ງເປັນປະຣິມານທີ່ຫລາຍກວ່າ ຄວາມຕ້ອງການ ເກືອບສອງເທົ່າ.

ໃນເມື່ອມີໄຟຟ້າຫລາຍເກີນໄປ ຣັຖບານໄທຍ ແລະ ປະຊາຊົນໄທຍ ກໍຈຳເປັນຕ້ອງຈ່າຍຄ່າໄຟຟ້າ ທີ່ເຫລືອໃຊ້ນັ້ນ ຍ້ອນດັ່ງນັ້ນ ຣາຄາໄຟຟ້າ ຢູ່ໄທຍ ຈຶ່ງແພງ.

ໜັງສືພິມຜູ້ຈັດການອອນລາຍຂອງໄທຍ ຣາຍງານ ແລະອະທິບາຍວ່າ ຣັຖບານໄທຍ ຕ້ອງຈ່າຍຄ່າໄຟຟ້າທີ່ຕົນຊື້ມາ ທັງໝົດຈາກບໍຣິສັດຜລິດ ໄຟຟ້າເອກກະຊົນ ແລະຕ່າງປະເທດ ເປັນປະຈຳ ເຖິງຈະໃຊ້ໄຟ ໜ້ອຍກໍຕາມ. ຄວາມຈິງແລ້ວ ເງິນທີ່ຣັຖບານຈ່າຍຄ່າໄຟຟ້ານັ້ນ ກໍຄືເງິນ ເກັບມາຈາກການໃຊ້ໄຟຟ້າ ຂອງປະຊາຊົນ ໃນທົ່ວປະເທດ ສເລັ່ຽແລ້ວ ຣັຖບານໄທຍຈ່າຍຄ່າໄຟຟ້າ ທີ່ບໍ່ໄດ້ໃຊ້ເຖິງ ເດືອນລະ 200,000 ລ້ານບາດ.

ດັ່ງນັ້ນ ສະມາຄົມອົງການພິທັກຣັຖທັມນູນໄທຍ ຈຶ່ງຮຽກຮ້ອງໃຫ້ ຄະນະກັມມະການພະລັງງານ ແລະ ກະຊວງພະລັງງານຂອງໄທຍ ຟ້າວ ແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເປັນ ຕົ້ນໃຫ້ຍົກເລີກສັນຍາຊື້ຂາຍ ໄຟຟ້າ ຈາກໂຮງໄຟຟ້າເອກກະຊົນ ແລະ ຈາກ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.