ພຍາດໂຄວິດ ວິກິດ ການທ່ອງທ່ຽວ
2020.05.13

ການຣະບາດຂອງເຊື້ອພຍາດໂຄວິດ-19 ກະທົບໃສ່ການທ່ອງທ່ຽວລາວ ໜັກໜ່ວງ ຊຶ່ງຄາດວ່າປີ 2020 ນີ້ ຣາຍໄດ້ຈາກທຸຣະກິດການທ່ອງ ທ່ຽວຈະຫລຸດລົງເຖິງ 350 ລ້ານໂດລາ ສະຫາຣັຖຄືເທົ່າກັບ 2% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ຫຼື GDP ຂອງ ສປປລາວ, ຕາມຣາຍງານຂ່າວ ຖານເສຖກິດ ຂອງໄທ ໃນມື້ວັນທີ 10 ພຶສພາ ນີ້.
ສໍານັກງານສົ່ງເສີມການຄ້າ ໃນຕ່າງປະເທດ ທີ່ນະຄອນຫລວງວຽງຈັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຣາຍງານອີງໃສ່ ຂໍ້ມູນຈາກຂ່າວ Vientiane Times ຂອງທາງການລາວ ທີ່ຄາດວ່າ ຣາຍໄດ້ຈາກການທ່ອງທ່ຽວ ໃນປີ 2020 ນີ້ຈະຫລຸດລົງເຖິງ 350 ລ້ານໂດລາ ສະຫາຣັຖ ຍ້ອນຜົລກະທົບຈາກການຣະບາດຂອງເຊື້ອພຍາດ ໂຄວິດ-19.
ຈາກຜົລຂອງການສຶກສາ ຂອງສະຖາບັນວິຈັຍເສຖກິດແຫ່ງຊາດຂອງລາວ ພົບວ່າຜົລກະທົບຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ເຮັດໃຫ້ຣາຍໄດ້ຈາກການທ່ອງທ່ຽວຂອງລາວໃນໄລຍະ 2 ເດືອນ ທໍາອິດຂອງປີນີ້ຫຼຸດລົງ 452,000 ໂດລາສະຫະຣັຖ ຍ້ອນປະເທດຕ່າງໆ ໃນໂລກມີມາດຕະການອັດປະເທດ ເພື່ອສະກັດກັ້ນ ບໍ່ໃຫ້ເຊື້ອພຍາດໂຄວິດ-19 ຣະບາດອອກໄປ ເຮັດໃຫ້ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າ ມາລາວພຽງໜ້ອຍດຽວ, ທຸຣະກິດໂຮງແຮມ, ບ້ານພັກ, ຮ້ານອາຫານ, ສາຍການບິນ, ຣົດເທັກຊີ, ສະຖານທີ່ທ່ອງທ່ຽວ ໄດ້ຮັບຜົລກະທົບ ຮຸນແຮງ ໄປຕາມໆກັນ. ພະນັກງານ, ກໍາມະກອນ, ຄົນງານ ຕ້ອງໄດ້ຢຸດງານ, ຂາດຣາຍໄດ້ ເຮັດໃຫ້ພວກເຂົາເຈົ້າ ຜະເຊີນກັບຄວາມ ຫຍຸ້ງຍາກລໍາບາກຫລາຍ.
ສໍາລັບສາຍການບິນລາວ ແມ່ນສູນເສັຍຣາຍໄດ້ຫລາຍກວ່າ 2 ລ້ານໂດລາ ສະຫະຣັຖ. ສ່ວນວ່າຮ້ານອາຫານ ກໍໄດ້ຮັບຜົລກະທົບ ຍ້ອນວ່າ ຣັຖບານ ຍັງບໍ່ທັນອະນຸຍາດໃຫ້ເປີດແຫລ່ງທ່ອງທ່ຽວເທື່ອ. ດັ່ງເຈົ້າຂອງຮ້ານອາຫານ ຢູ່ເຂດຕາດກວາງຊີແຂວງຫຼວງພຣະບາງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ພືສພາ ນີ້ວ່າ:
"ຜູ້ໃດກະບໍ່ໄປທ່ຽວ ໄປແລ້ວກະບໍ່ມີຜູ້ໃດຊື້ເຄື່ອງ ໄທ ເຮົາກະຢາກຂາຍ ແຕ່ບໍ່ມີຜູ້ໃດສັ່ງນະອາຫານເຮົາ ແຕ່ຂາຍເຄື່ອງນີ້ ພວກເຮົາຂາຍ ປົກກະຕິແຕ່ວ່າ ພວກເຮົາຂາຍບັດ ຍັງບໍ່ມາເທື່ອເພິ່ນຍັງ ປິດປະຕູຕາດ ຢູ່."
ແລະໂຮງແຮມ, ບ້ານພັກຢູ່ເມືອງວັງວຽງ ແຂວງວຽງຈັນ ເຖິງໄດ້ເປີດໃຫ້ບໍຣິການໄປແລ້ວ ແຕ່ກໍບໍ່ມີແຂກມາພັກ ດັ່ງເຈົ້າຂອງບ້ານພັກທ່ານ ນຶ່ງຢູ່ເມືອງວັງວຽງ ໄດ້ກ່າວຕໍ່ວິທຍຸເອເຊັຽ ເສຣີ ວ່າ:
"ຄືເບິ່ງຊົງຄືຈະໝົດເດືອນ 5 ພຸ້ນແຫຼະ ຫຼັງຈາກເພິ່ນເປີດແລ້ວເນາະ ເພິ່ນກະປິດຕື່ມ ປິດເຄື່ອນໄຫວສ່ວນນຶ່ງ ອັນທີ່ວ່າເຕົ້າໂຮມຄົນຫຼາຍໆ ຫັ້ນເນາະ ຮອດມື້ວັນທີ 17 ໄລຍະທີ 1 ຄັນວ່າແວດລ້ອມ ອ້ອມຂ້າງ ຫັ້ນລົດລົງໆ ຈັງຊິເລີ້ມເປີດຫັ້ນແຫລະ."
ສໍາລັບຢູ່ແຂວງຈຳປາສັກ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າປັດຈຸບັນ ແຫລ່ງ ທ່ອງທ່ຽວ ຍັງປິດຢູ່ ແລະບໍ່ຮູ້ວ່າເພິ່ນ ຈະເປີດເມື່ອໃດ:
"ອັນນີ້ ເພິ່ນຍັງບໍ່ທັນໄດ້ກຳນົດວ່າ ຊິເປີດຕອນໃດນ່າ ເພິ່ນກໍຍັງປິດຢູ່ໄດ໋ຊ້ວງນີ້ຍັງປິດຢູ່ ແມ່ນເພິ່ນເລີ້ມຜ່ອນຜັນ ແຕ່ເພິ່ນຍັງບໍ່ທັນໄດ້ອັນ ກຳນົດເປີດຕອນໃດ."
ແຕ່ເຖິງຢ່າງໃດກໍຕາມໃນໄລຍະ 2 ເດືອນທໍາອິດຂອງປີນີ້ ຈໍານວນນັກທ່ອງທ່ຽວຕ່າງປະເທດຫລຸດລົງຫລາຍ ເວົ້າສະເພາະນັກທ່ອງທ່ຽວຈີນ ມາທ່ຽວລາວຫລຸດລົງ 16% ຫຼືເທົ່າກັບ 14 ພັນປາຍຄົນ ແລະ ຈໍານວນນັກທ່ອງທ່ຽວໄທ ກໍຫລຸດລົງ 5% ຫຼືເທົ່າກັບ 21 ພັນ ປາຍຄົນ.
ແຕ່ລາວ ກໍຍັງມີຈໍານວນນັກທ່ອງທ່ຽວ ຈາກເກົາຫລີໃຕ້ ແລະຢູໂຣບ ເພິ່ມຂຶ້ນເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ ຄືມີນັກທ່ອງທ່ຽວເພິ່ມ ຂຶ້ນ 697 ພັນຄົນ ຄືເພິ່ມຂຶ້ນ 4% ທຽບໃສ່ປີກາຍ.
ແຕ່ໃນປັດຈຸບັນນີ້ ປາກົດວ່າຢູ່ປະເທດລາວ ບໍ່ມີທັງນັກທ່ຽວຕ່າງປະເທດ ແລະນັກທ່ອງທ່ຽວລາວ ຍ້ອນມີມາດຕະການປິດບ້ານ, ປິດເມືອງ, ປິດແຂວງ ແລະປິດປະເທດ. ບໍ່ໃຫ້ຄົນອອກຈາກເຮືອນ ຖ້າບໍ່ຈໍາເປັນ.
ເມືອງທ່ອງທ່ຽວ ທີ່ເປັນແຫລ່ງທ່ອງທ່ຽວ ສໍາຄັນຂອງລາວ ຊຶ່ງໄດ້ຮັບຜົລກະທົບໜັກກວ່າໝູ່ ແມ່ນເມືອງວັງວຽງ ແຂວງວຽງຈັນ, ນະຄອນ ຫຼວງພຣະບາງ ແລະຈໍາປາສັກ ທີ່ເປັນເມືອງເປົ້າໝາຍສໍາຄັນ ຂອງນັກທ່ອງທ່ຽວຕ່າງປະເທດ ທີ່ 5,000 ປາຍ ບໍຣິສັດ ໄດ້ຮັບຜົລກະທົບ ແລະ 11 ແຂວງອື່ນໆ ທີ່ເປັນຊ່ອງທາງເຂົ້າ-ອອກ ຂອງນັກທ່ອງທ່ຽວ ກໍໄດ້ຮັບໄດ້ຮັບຜົລກະທົບເຊັ່ນກັນ.
ອີງຕາມຂໍ້ມູນຂອງກະຊວງການຄ້າໄທ, ສິນຄ້າໄທ ທີ່ສົ່ງຂາຍໃຫ້ລາວ ໃນໄລຍະ 2 ເດືອນ ທໍາອິດຂອງປີນີ້ ມີມູນຄ່າ 922 ພັນປາຍລ້ານ ໂດລາ ສະຫະຣັຖ ຄືຫລຸດຈາກໄລຍະດຽວກັນ ຂອງປີຜ່ານມາພຽງ 1%. ສິນຄ້າ 5 ຢ່າງທໍາອິດ ທີ່ໄທສົ່ງໄປຂາຍໃຫ້ລາວນັ້ນ ມີຮວມທັງ ນໍ້າມັນສໍາເຣັດຮູບ, ເຄມີພັນ, ເຫລັກ, ເຫລັກກ້າ ເປັນຕົ້ນ.