ຂແນງທຸຣະກິດລໍຖ້າ ຣັຖບານ ຊ່ອຍເຫຼືອ
2020.05.05

2 ເດືອນເຕັມ ທີ່ຜູ້ປະກອບການທຸຣະກິດ ໂຮງແຮມ ບ້ານພັກ ແລະທ່ອງທ່ຽວ ຢູ່ປະເທດລາວ ບໍ່ໄດ້ດໍາເນີນກິຈການ ຍ້ອນພຍາດໂຄວິດ-19 ຣະບາດ ເຮັດໃຫ້ຜູ້ປະກອບການໄດ້ຮັບຜົລກະທົບໜັກໜ່ວງ ຍ້ອນ ຂາດຣາຍໄດ້ ແຕ່ກໍຄາດຫວັງວ່າ ທາງຣັຖບານຈະໃຫ້ຄວາມຊ່ອຍເຫລືອ ທີ່ເໝາະສົມ.
ກ່ຽວກັບເຣຶ່ອງນີ້ ເຈົ້າຂອງໂຮງແຮມຜູ້ນຶ່ງ ໃນນະຄອນຫລວງພະບາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ພຶສພາ ນີ້ວ່າປັດຈຸບັນຣັຖບານ ຍັງບໍ່ໃຫ້ການຊ່ອຍເຫລືອໃດໆ ແລະ ຍັງບໍ່ເຫັນເຈົ້າໜ້າທີ່ທາງການ ພາກສ່ວນໃດມາສອບຖາມ ຫລືປະເມີນຜົລກະທົບເທື່ອ, ແຕ່ກໍຫວັງວ່າ ຣັຖບານລາວ ຈະຍົກເວັ້ນ ພາສີ-ອາກອນໃຫ້ ດັ່ງທີ່ທ່ານກ່າວວ່າ:
“ເພິ່ນສິຍົກເລີກພາສີໃຫ້ ຍົກເວັ້ນບໍ່ໃຫ້ຈ່າຍອາກອນໃຫ້ຮອດ 3 ເດືອນ ເດືອນ 4 ເດືອນ 5 ເດືອນ 6. ໄດ້ຍິນເພິ່ນເວົ້າແບບນັ້ນ ກັບຄ່ານໍ້າ, ຄ່າໄຟ ເພິ່ນຈະລົດໃຫ້ ກະບໍ່ຮູ້ວ່າເພິ່ນສິປະຕິບັດແບບໃດ ເຮົາກະຍັງ ບໍ່ທັນຮູ້ເທື່ອ ເພາະວ່າບໍ່ມີຣາຍໄດ້ ສິໄປເອົາໃສໄປເຮັດ ປະຂາຊົນກະ ລໍຖ້າຂັ້ນເທິງແຫລະ ເພິ່ນວ່າສິວ່າແນວໃດ.”
ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາ ໄດ້ຍິນແຕ່ວ່າ ທາງຣັຖບານເພິ່ນໄດ້ອອກມາຕການ ຊ່ອຍເຫລືອພາກທຸຣະກິດເອກກະຊົນ ຄືຍົກເວັ້ນບໍ່ໃຫ້ ຈ່າຍພາສີ-ອາກອນ ເປັນເວລາ 3 ເດືອນ ນັບແຕ່ເດືອນເມສາ 2020 ເປັນຕົ້ນໄປແຕ່ມາເຖິງປັດຈຸບັນ ກໍຍັງໄດ້ຈ່າຍໃຫ້ເພິ່ນຕາມປົກກະຕິ ຢູ່ບໍ່ໄດ້ຮັບການຍົກເວັ້ນແຕ່ຢ່າງໃດ ແລະວ່າ ບໍ່ພຽງແຕ່ຜູ້ປະກອບການທຸຣະກິດເທົ່ານັ້ນ ທີ່ບໍ່ໄດ້ຮັບການຊ່ອຍເຫລືອ, ປະຊາຊົນທົ່ວໄປກໍ ເຊັ່ນດຽວກັນ, ຍັງລໍຖ້າການຊ່ອຍເຫລືອຈາກທາງການລາວຢູ່.
ເຈົ້າຂອງໂຮງແຮມ ຢູ່ນະຄອນຫລວງພະບາງ ອີກທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ເຫັນພາກສ່ວນໃດ ຂອງ ທາງການ ມາເກັບກໍາຄວາມຄິດຄວາມເຫັນນໍາເທື່ອ ແລະ ບໍ່ຮູ້ວ່າ ຈະສເນີ ຂໍຄວາມຊ່ອຍເຫລືອຜ່ານຊ່ອງທາງໃດ ເພາະບໍ່ເຫັນຣັຖບານ ອອກແຈ້ງການໃຫ້ຮູ້, ແຕ່ກໍຄາດວ່າ ເພິ່ນຈະອະນຸຍາດໃຫ້ເປີດໂຮງແຮມ ບໍຣິການໄດ້ຫລັງມື້ວັນທີ 18 ພຶສພາ ນີ້:
“ບໍ່ເຫັນເພິ່ນວ່າຫຍັງ ບໍ່ທັນໄດ້ເປີດເທື່ອນ່າຈະຫລັງວັນທີ 18 ເບາະເພາະວ່າບໍ່ເຫັນຣັຖບານ ເພິ່ນແຈ້ງການເທື່ອຫັ້ນນະ ແມ່ນໆບາງທີ ກະແລ້ວແຕ່ໂຮງແຮມ.”
ເວົ້າເຖິງເຣຶ່ອງພາສີ-ອາກອນ ເຈົ້າໜ້າທີ່ຜແນກການເງິນ ແຂວງຫຼວງພະບາງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 5 ພຶສພາ ນີ້ວ່າ ຍັງເກັບພາສີ-ອາກອນ ນໍາຫົວໜ່ວຍທຸຣະກິດຕາມປົກກະຕິຢູ່, ແຕ່ໄດ້ຍົກເວັ້ນໃຫ້ສະເພາະທຸຣະກິດ ທີ່ມີການຈ່າຍເງິນເດືອນໃຫ້ພະນັກງານ ຕໍ່າກວ່າ 5 ລ້ານ ກີບລົງມາ ຊຶ່ງທຸຣະກິດເຫລົ່ານັ້ນ ຈະຕ້ອງແຈ້ງບັນຫາເຂົ້າໃນຣະບົບອາກອນແຂວງ (ຜ່ານ ຣະບົບອິນເຕິເນັດ) ຕົວຢ່າງ ໄດ້ປິດໂຮງແຮມຕາມມາຕການ ຂອງຣັຖບານ ດັ່ງທີ່ທ່ານກ່າວວ່າ:
“ກໍຣະນີທີ່ວ່າເງິນເດືອນ 4,900,000 ລົງມາຫາ 1 ລ້ານກີບເນາະ ຈະບໍ່ໄດ້ເສັຽຫຍັງເລີຍ ມີແຕ່ວ່າຕ້ອງໄດ້ເຮັດບົດສລຸບມາແຈ້ງພະນັກງານ ຮັບຜິດຊອບເພາະວ່າ ຄັນບໍ່ຣາຍງານພວກເຮົາກະສິບໍ່ສາມາດ ຍົກເວັ້ນໃຫ້ ໄດ້.”
ທ່ານກ່າວຕື່ມວ່າ ຖ້າຫາກທຸຣະກິດໃດ ບໍ່ແຈ້ງບັນຫາເຂົ້າໃນຣະບົບອາກອນແຂວງ ຊຶ່ງທາງຣັຖບານເປີດໃຫ້ແຈ້ງ ຈົນຮອດວັນທີ 20 ພຶສພາ ນີ້ນັ້ນ ກໍຈະຕ້ອງໄດ້ເສັຍພາສີ-ອາກອນໃຫ້ຣັຖຕາມເດີມ ແລະ ເຈົ້າໜ້າທີ່ຜແນກຖແລງການ ວັທນະທັມແລະທ່ອງທ່ຽວ ແຂວງຫຼວງພະບາງ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຫລັງຈາກການຣະບາດຂອງເຊື້ອພຍາດ ໂຄວິດ-19 ເລິ້ມຜ່ອນຄາຍລົງ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ກັບຄືນມາເຮັດວຽກປົກກະຕິ ແລະຈະປຶກສາຫາລືກັນ ເຖິງມາຕການຊ່ອຍເຫຼືອ ແລະຟື້ນຟູຜົລກະທົບ ໃນໄລຍະຍາວ ແຕ່ປັດຈຸບັນຍັງບໍ່ມີມາຕການຊ່ອຍເຫຼືອທຸຣະກິດ ໂຮງແຮມ, ບ້ານພັກ ແລະທ່ອງທ່ຽວນີ້ເທື່ອ ດັ່ງທີ່ທ່ານກ່າວວ່າ:
“ໂອ໊ ອັນໂຕນີ້ ເພິ່ນຍັງບໍ່ມີຫຍັງ ຫ້ອງການເຮົາກະບໍ່ໄດ້ເຂົ້າເປັນປົກຕິເທື່ອນະອ້າຍ ມີຢູ່ດອກອ້າຍ ເພາະວ່າກະຍັງບໍ່ຮູ້ວ່າເພິ່ນສິເຮັດແນວໃດ ເພາະວ່າເພິ່ນຫາກມີແຈ້ງ ເຖິງຜູ້ປະກອບການທຸຣະກິດ ຫົວໜ່ວຍ ດອກ ຄັນຖ້າເພິ່ນມີ.”
ກ່ອນໜ້ານີ້ ຄືໃນວັນທີ 26 ເມສາ ທ່ານ ສອນໄຊ ສີພັນດອນ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ປະທານຄະນະສະເພາະກິດ ດ້ານເສຖກິດ ເພື່ອແກ້ໄຂຜົລກະທົບ ຈາກການຣະບາດ ຂອງເຊື້ອ ພຍາດໂຄວິດ-19 ໄດ້ພົບພໍ້ກັບນັກທຸຣະກິດ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ທີ່ນະຄອນຫລວງວຽງຈັນ ເພື່ອຫາຊ່ອງທາງຊ່ອຍເຫລືອ ພວກເຂົາເຈົ້າໃນໄລຍະຍາວ.
ແຕ່ມາເຖິງປະຈຸບັນ ເຈົ້າໜ້າທີ່ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວທ່ານນຶ່ງ ກໍຍັງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ພຶສພາ ນີ້ວ່າ ຍັງບໍ່ມີຂໍ້ສລຸບອອກມາເທື່ອ ແຕ່ກໍຄາດວ່າ ຫລັງຈາກບໍ່ມີການ ຣະບາດຂອງເຊື້ອພຍາດໂຄວິດ-19 ນີ້ແລ້ວ ຈະເອີ້ນຜູ້ປະກອບການ ໂຮງແຮມ, ບ້ານພັກ ແລະທ່ອງທ່ຽວ ມາປະຊຸມເຣຶ່ອງການຊ່ອຍເຫລືອ ນັ້ນຕື່ມ ດັ່ງທີ່ທ່ານກ່າວວ່າ:
“ກະຍັງຄຶດຢູ່ວ່າ ຜົລກະທົບຫຼັງຈາກໂຄວິດແລ້ວ ສິຊ່ວຍຫຍັງທຸຣະກິດຫັ້ນນະ ເຮົາຕ້ອງໄດ້ປະເມີນຫັ້ນນ່າ ເພາະວ່າເຮົາສິຕ້ອງໄດ້ເຊີນອັນ ເຈົ້າຂອງທຸຣະກິດ ມາສັມມະນາຫັ້ນ ແຕ່ວ່າເຮົາຢາກເອີ່ຍ ຈາກປາກ ຜູ້ປະກອບການເລີຍ ຫັ້ນນະ.”
ທ່ານກ່າວຕື່ມອີກວ່າ ສາເຫດທີ່ພາໃຫ້ການຊ່ອຍເຫຼືອ ຜູ້ປະກອບການທຸຣະກິດ ຫລ້າຊ້ານັ້ນກໍຍ້ອນວ່າ ຕ້ອງການຄວາມຄິດເຫັນຂອງພວກ ເຂົາເຈົ້າເພື່ອໃຫ້ການຊ່ອຍເຫລືອຂອງຣັຖບານ ມີປະສິດທິພາບສູງສຸດ ແລະທົ່ວເຖິງ.
ທຸຣະກິດໂຮງແຮມ, ບ້ານພັກ ແລະທ່ອງທ່ຽວ ສ້າງຣາຍຮັບໃຫ້ປະເທດລາວປະມານ 800 ລ້ານໂດລາ ສະຫະຣັຖ ຕໍ່ປີຖືເປັນແຫຼ່ງຣາຍຮັບ ສໍາຄັນທີ່ເຮັດໃຫ້ເສຖກິດຂອງປະເທດຂຍາຍໂຕ ແຕ່ນັບຕັ້ງແຕ່ ເດືຶອນມິນາ ມານີ້ເກີດການຣະບາດຂອງເຊື້ອພຍາດໂຄວິດ-19 ເຮັດໃຫ້ ຣັຖບານຕ້ອງໄດ້ອອກມາຕການ ຄວບຄຸມປ້ອງກັນ ແລະ ໄດ້ປະກາດປິດປະເທດ, ໃຫ້ຫົວໜ່ວຍທຸຣະກິດ ເກືອບທຸກປະເພດຢຸດກິຈການ ຊົ່ວຄາວຈົນມາເຖິງປັດຈຸບັນ.