ຄົນງານລາວຈາກໄທຍ ຖືກກັກໂຕ ຢູ່ລຳບາກ

ໄຊຍາ
2020.07.14
F-Lao-workers-quarantine ສະຖານທີ່ ຂອງຄົນງານລາວ ທີ່ຖືກກັກໂຕ 14 ມື້ ຫລັງຈາກກັບມາແຕ່ໄທຍ ຢູ່ສນາມກິລາແຂວງຄໍາມ່ວນ
Photo: RFA

ພັຍໂຄວິດ-19 ໃນປະເທດໄທຍ ຣະບາດຍັງເຮັດໃຫ້ແຮງງານລາວ ເດີນທາງກັບປະເທດ ໃນຂນະທີ່ການເດີນທາງກັບມາຕ້ອງໄດ້ປະຕິບັດ ມາຕການກັກກັນໂຕ 14 ມື້ ຕາມທາງການໄດ້ ປະກາດ. ຜ່ານມາກໍມີຫຼາຍສູນໄດ້ອະນຸຍາດແຮງງານລາວ ອອກຈາກສູນຈຳນວນຫຼາຍແລ້ວ ສ່ວນທີ່ເດີນທາງກັບມາ ຕາມພາຍຫລັງກໍຕ້ອງໄດ້ປະຕິບັດຕາມຣະບຽບ. ດ້ວຍສະພາບ ໂຕຈີງຂອງສູນກັກໂຕນັ້ນ ບາງສູນກໍມີຄວາມພ້ອມ ບາງສູນກໍມີຄວາມເປັນຢູ່ລຳບາກ.

ດັ່ງສູນກັກກັນໂຕຢູ່ຜແນກຖແລງຂ່າວ ວັທນາທັມ ແລະທ່ອງທ່ຽວ ແຂວງຄຳມ່ວນ ທີ່ມີແຮງງານລາວ ຖືກກັdໂຕຫລາຍຮ້ອຍຄົນ ເຮັດໃຫ້ສູນ ດັ່ງກ່າວແອອັດເຖyງວ່າ ເຈົ້າໜ້າທີ່ຈະແຍກ ອອກໄປຢູ່ສນາມກິລາແຂວງ ແລ້ວກໍຕາມແຕ່ກໍຍັງແກ້ໄຂບັນຫາແອອັດ ບໍ່ໄດ້. ດັ່ງແຮງງານລາວ ໃນສູນໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ວ່າ.

"ຢູ່ສນາມກິລາແອອັດຢູ່ເພາະຄົນມັນຫລາຍເນາະ ຢູ່ສູນກັກໂຕຢູ່ນັ້ນ ມັນເຕັມເພີ່ນແຍກອອກມັນກໍກາງມຸ້ງໃຜກາງມຸ້ງມັນນອນເປັນແຖວຫັ້ນລະ ຜູ້ຢູ່ຂ້າງນອກກະ ມີຄົນຝົນຕົກແຮງ ແບບລົມແນ່ ຜູ້ຢູ່ຂ້າງນອກກະປຽກແຫລະ ມີແຕ່ນໍ້າດື່ມກັບເຂົ້າຫັ້ນແຫລະ ບໍ່ມີຫຍັງຊື້ເຮັດກິນເອງ ເປັນ ເຂົ້າແຂງມັນກິນບໍ່ໄດ້ເລີຍ ໃຫ້ເອື້ອຍນ້ອງອອກມາໃຫ້."

ທາງດ້ານເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຄຳມ່ວນໄດ້ກ່າວເຖິງວຽກງານ ການຄຸ້ມຄອງສູນວ່າແຮງງານລາວ ທີ່ກັບຈາກໄທຍ ຫລືຕ່າງປະເທດຈະຖືກກັກໂຕ 14 ມື້ ແລະຕ້ອງອອກຄ່າອາຫານເອງ ຫລືໃຫ້ຍາດຕິພີ່ນ້ອງສົ່ງອາຫານ ໃຫ້ທາງການກໍ ໄດ້ຊ່ອຍເຫລືອ ອາຫານຢູ່ແຕ່ໃນກໍຣະນີທີ່ ບໍ່ມີຍາດພີ່ນ້ອງມາສົ່ງອາຫານໃຫ້ ແລະ ທາງການ ກໍມີທີ່ນອນ ໝອນມຸ້ງ ໃຫ້ແຮງງານລາວ ໃນສູນ, ແຈກຜ້າອັດປາກ ແລະ ວັດແທກອຸນຫະພູມ.

"ມີຢູ່ບ່ອນດຽວ ດຽວນີ້ ຜແນກຖແລງຂ່າວເພິ່ນຍ້າຍອອກໄປເຮັດເປັນ ສູນກັກກັນເພິ່ນເຮັດເປັນຫ້ອງເປັນຫ້ອງ ຖ້າຈຳນວນມັນຫລາຍປະມານ ຮ້ອຍປາຍຄົນ ເພິ່ນຈະສົ່ງສູນກັກກັນ ຢູ່ເມືອງ ແຕ່ວ່າມັນຈຳນວນນ້ອຍ ແລະກໍປະໄວ້ຢູ່ແຂວງ, ໂຕນີ້ອອກຄ່າໃຊ້ຈ່າຍເອງ ເພາະວ່າເພິ່ນໄດ້ ແຈ້ງເດ້ ເວລາກັບມາເຈົ້າກໍຕ້ອງແຈ້ງຄອບຄົວຫັ້ນນ່າ ເອົາເຂົ້າເອົານໍ້າມາໃຫ້ ຖ້າວ່າບໍ່ມີຍາດ ພີ່ນ້ອງມາພົວພັນຣັຖຕ້ອງໄດ້ຊ່ອຍ."

ໃນຂນະທີ່ສູນກັກກັນການຣະບາດພະຍາດໂຄວິດ-19 ຢູ່ຫລັກ 27 ນະຄອນຫລວງວຽງຈັນ ກັບໄດ້ຮັບແຈກອາຫານໃຫ້ລ້າໆມື້ນຶ່ງ 03 ຄາບ. ມີຫ້ອງພັກບໍ່ແອອັດຫ້ອງນຶ່ງ ຢູ່ 04 ຄົນ ແຕ່ກ່ອນຈະເຂົ້າໄປຢູ່ ຕ້ອງໄດ້ມ້ຽນມັດຫ້ອງເອົາເອງ. ດັ່ງຄົນງານລາວຢູ່ສູນກັກກັນ ນະຄອນຫລວງ ວຽງຈັນກ່າວວ່າ:

"ຄົນລາວເຂົ້າມາຫັ້ນທະຫານ ຈະເອົາຣົດທະຫານໄປຮັບຢູ່ດ່ານແລ້ວກໍ ຈະເອົາມາກັກໂຕຢູ່ສູນຫລັກ 27 ແລ້ວ ຄ່າກິນຟຣີ ຄ່າຢູ່ຟຣີ ທາງ ຣັຖບານດູແລ ສ່ວນຜ້າປິດປາກ ກຸ້ມໂຕເອງ ຄັນບໍ່ມີກະຂໍເພິ່ນ ສ່ວນການທໍາຄວາມສະອາດ ເພິ່ນກາບໍ່ໄດ້ທຳຄວາມສະອາດໃຫ້ເດ້ ເຮົາມາ ກໍທໍາຄວາມສະອາດເອງ ແຕ່ເຖິງຂັ້ນວ່າມັນກະບໍ່ໄດ້ຂີ້ເລ່ເກີນໄປ."

ສ່ວນເຈົ້າໜ້າທີ່ສູນກັັກກັນໂຕຫລັກ 27 ນະຄອນຫລວງວຽງຈັນ ໄດ້ກ່າວວ່າສູນນີ້ ເປັນສູນໃຫຍ່ສາມາດຮອງຮັບແຮງງານລາວກັບຈາກໄທຍ ໄດ້ຫລາຍຮ້ອຍຄົນ ເຊິ່ງໃນວັນທີ 14 ກໍຣະກະດາ ຜ່ານມາແຮງງານລາວກັກກັນໂຕຄົບ 14 ມື້ ໄດ້ອອກຈາກສູນປະມານ 200 ຄົນ.

"ສູນເຮົາມັນຈະຮອງຮັບໄດ້ຫລາຍແຮງງານ ມາແຕ່ໄທຍຈະຕ້ອງໄດ້ ກັກໂຕຢູ່ນີ້ກ່ອນໝົດຫ້ອງນຶ່ງສູງສຸດ ກະສີ່ຄົນມັນເປັນຫ້ອງຄືບ້ານພັກ ນີ້ນ່າ ແຕ່ຢູ່ນີ້ຟຣີກະບໍ່ໄດ້ ເວັ້ນໄລຍະຫ່າງ ຫຍັງເດ້ ກະແບບຄອບຄົວທັມມະດານີ້ນ່າ ສະເພາະຕ່າງແຂວງ ຕ້ອງມາຢູ່ກວດຫາເຊື້ອປະມານ 3 ຫາ 4 ມື້ ເພີ່ນຈະສົ່ງໄປກັກໂຕ ຕໍ່ຢູ່ແຂວງພຸ້ນ."

ໃນຂນະທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນໄດ້ກ່າວວ່າ ພາຍໃນສູນຫລັກ 27 ນັ້ນມີການປ່ຽນແຮງງານ ລາວ ກັບຈາກໄທຍເຂົ້າມາເຣື້ອຍໆຜ່ານມາ ໄດ້ກວດຫາເຊື້ອ ແລະ ຕິດຕາມອາການຕລອດ ໃນສູນແຫ່ງນີ້ບໍ່ມີຜູ້ຕິດເຊື້ອ ພະຍາດໂຄວິດ-19.

"ຈະເປັນຊ່ວງເປັນໄລຍະໄລຍະ ສົມມຸດວ່າອາທີດນີ້ມາຢູ່ 300 ຄົນອາທິດຕໍ່ໄປອາດມາຢູ່ 100 ຄົນແລະຮອດ 14 ວັນເຂົາເຈົ້າກາຖ່າຍຄົນ ອອກແລ້ວກໍເອົາ ຄົນໃໝ່ມາແທນ ບາງກໍຣະນີ ລະແມ່ນເຂົາເຈົ້າມາຈາກຕ່າງແຂວງເນາະ ອາດຈະມີຄະນະກັມການຕ່າງແຂວງ ມາຮັບເອົາ ເລີຍກະມີຜ່ານໄປ 14 ມື້ ແມ່ນເຮົາມອບໃຫ້ທາງການຈັດຕັ້ງ ບ້ານເນາະຕ້ອງໄດ້ຕິດຕາມ ຜູ້ກ່ຽວຢູ່ໃສບໍ່."

ທາງດ້ານສູນກັກກັນໂຕພຍາດໂຄວິດ-19 ແຂວງສວັນນະເຂດ ເຈົ້າໜ້າທີ່ສູນໄດ້ກ່າວວ່າ ປັດຈຸບັນມີຢູ່ສອງແຫ່ງ ແຕ່ແຮງງານລາວກັບຈາກ ໄທຍສ່ວນໃຫຍ່ ຈະພັກທີ່ສູນກັກກັນໂຕ ຫລັກ 4 ເຊິ່ງສູນແຈກອາຫານໃຫ້ ແລະມີຣົດຮັບ-ສົ່ງກັບບ້ານ.

"ເປັນເຮືອນພັກນັກກິລາ ເຈົ້າໜ້າທີ່ເຂົາເຈົ້າຈະຈັດສົ່ງເຂົ້າມາສູນເນາະ ຢູ່ນະຄອນເຮົາດຽວນີ້ມີ 290 ເທົ່ານັ້ນບໍ່ໄດ້ອອກຫຍັງກະມີໝົດ."

ອີງຕາມການຣາຍງານ ຂອງສູນຂ່າວສານການແພດສຸຂສຶກສາ ໃນວັນທີ 14 ກໍຣະກະດາ ວ່າ ໄດ້ມີແຮງງານລາວກັບຈາກໄທຍ ໃນມື້ວັນທີ 13 ກໍຣະກະດາ ທັງໝົດ 84 ຄົນພ້ອມນີ້ ຄະນະສະເພາະກິຈຄວບຄຸມພຍາດໂຄວີດ-19 ໄດ້ກວດຫາເຊື້ອແຮງງານລາວ ທີ່ກັບມາແຕ່ໄທຍ 295 ຄົນ  ຜົລກວດອອກມາມີກໍຣະນີ ສົງໃສ 22 ຄົນ ແລະ ໄດ້ສົ່ງໄປກວດຢູ່ຫ້ອງ ກວດພຍາດໂຄວິດ-19 ສູນກາງປະກົດວ່າ ບໍ່ມີໃຜ ຕິດເຊື້ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.