ນະຄອນຫຼວງວຽງຈັນ ​ຫ້າມຂຶ້ນ​ລາຄາ ​ຊີ້ນ ແລະ ປາ

ອຸ່ນແກ້ວ
2019.12.26
F-Pork ຊີ້ນໝູ ທີ່ ຈໍາໜ່າຍໃນຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ
RFA/TS

ໃນ​ໄລ​ຍະ ​ງານ​ເທ​ສ​ການ ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່ 2020, ຜ​ແນກ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ນະ​ຄອນ​ຫຼວງວຽງ​ຈັນ ຫ້າມ​ຜູ້​ຂາຍ​ຊີ້ນ ແລະ ປາ ​ຂຶ້ນ​ລາ​ຄາ ​ເກີນທີ່​ກຳ​ນົດ​ໄວ້. ຊີ້ນ​ໝູ​ ໃຫ້ຂາຍ​ ໃນ​ລາ​ຄາ 36,000 ກີບ ຕໍ່​ກິ​ໂລກ​ຣ​າມ ແລະ ໝູ​ສາມ​ຊັ້ນ 34,000 ກີບ ຕໍ່​ກິ​ໂລກ​ຣາມ.

ເຈົ້າ​ໜ້າ​ທີ່ ​ຜ​ແນກ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ​ ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 25 ທັນ​ວາ ວ່າ:

“ບໍ່​ໃຫ້​ຂຶ້ນລາ​ຄາ ​ຕາມລຳ​ພັງ​ໃຈ ມັນ​ມີ​ໂຄງ​ສ້າງ ​ລາ​ຄາ​ໝູ ມັນ​ກະ​ມີ​ເດ້ ປາ​ກະ​ມີ​ນ່າ. ລະ​ໃຫ້​ຂາຍ ​ໃນ​ລາ​ຄາ ​ທີ່ຣັ​ຖ​ເຮົາ ​ກຳ​ນົດ​ໄວ້. ຫ້າມ​ແລ້ວ ໄລ​ຍະ​ນີ້ ບໍ່​ໃຫ້​ປັ່ນ​ປ່ວນ ລາ​ຄາ ກໍ​ວ່າ​ໃນ​ໄລ​ຍະ ປີນີ້​ແຫຼະ ມັນ​ເປັນ​ມາ​ຕ​ການ ​ທຸ​ກ​ປີ ເພາະ​ວ່າ ​ຣະ​ບຽບ​ມັນ​ຢູ່ ​ໃນ​ດຳ​ຣັ​ຖ ​ຂອງ​ການ​ຄຸ້ມ​ຄອງ ​ລາ​ຄາ​ສິນ​ຄ້າ. ໄທ​ເຮົາ​ກໍ​ເຕືອນ ​ເຂົາ​ເຈົ້າ​ຄືນ ​ຊື່ໆ​ດອກ​ເນາະ.”

ສະ​ເພາະ​ລາ​ຄາ ​ປາ​ກະ​ຊັງ ແມ່ນ 20,000 ກີບ ຕໍ່​ກິ​ໂລກ​ຣາມ, ຊີ້ນ​ງົວ-ຄວາຍ 75,000 ກີບ ຕໍ່​ກິ​ໂລກ​ຣາມ. ດັ່ງເຈົ້າ​ໜ້າ​ທີ່​ ກ່າວ​ຕື່ມອີກ ວ່າ:

“ດຳ​ລັດ 474 ໄດ້​ກຳ​ນົດ​ໄວ້​ແຈ້ງ ວ່າ ຜູ້​ໃດ ​ຂຶ້ນ​ລາ​ຄາ​ ຈາກ​ຣັ​ຖກຳ​ນົດໃຫ້ ຄັນວ່າ​ເຫັນ​ ຈະ​ໄດ້​ທັກ​ ໄດ້​ທ້ວງ ບໍ່​ໃຫ້​ເຮັດ​ອີກ. ຄັ້ງ​ທີ​ນຶ່ງ ​ຕັກ​ເຕືອນ​ ສຶກ​ສາ​ອົບ​ຮົມ, ຄັ້ງ​ທີ​ສອງ​ ຈະ​ປັບ​ໄໝ​ ທໍ່​ໃດ ​ມັນ​ມີ​ຣະ​ບຽບ​ ຂອງ​ມັນ​ ໂຕນີ້​ນະ.”

ປະ​ຊ​າ​ຊົນ ​ຊາວ​ນະ​ຄອນ​ຫຼວງວຽງ​ຈັນ ທ່ານ​ນຶ່ງ​ ກ່າວ​ວ່າ ປັດ​ຈຸ​ບັນ​ ຊີ້ນ​ໝູ​ ຢູ່​ຕາມ​ຕລາດ ຂາຍ​ຢູ່​ປະ​ມານ 35,000 ກີບ ຕໍ່​ກິ​ໂລກ​ຣາມ.

“ເຄີຍ​ຊື້​ລາ​ຄາ ​ຊີ້ນ​ກ້ອນ​ເນາະ 35,000. ຊີ້ນ​ສາມ​ຊັ້ນ​ຫັ້ນ 30,000 ລາ​ຄາ ​ປົກ​ກະ​ຕິ. ຊີ້ນ​ໝູ ​ມັນ​ຢູ່​ຄົງ​ທີ່​ແລ້ວ ກະ​ລາ​ຄາາ​ສ່ຳນັ້ນ. ມັນ​ມີ​ ການ​ຄວບ​ຄຸມ​ ຂອງ​ຣັ​ຖ​ບານ​ພຸ້ນ​ເດ້, ຖ້າ​ຜູ້​ໃດ​ ຂາຍ​ເກີນ ​ກໍ​ປັບ​ໄໝ​ເດ້.”

ຜ​ແນກ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ອອກ​ແຈ້ງ​ການ ຫ້າມ​ຂາຍ​ເກີນ​ລາ​ຄາ ໃນ​ວັນ​ທີ 18 ທັນ​ວາ 2019 ແລະ ໄດ້​ບັນ​ຍັດ​ ບົດ​ລົງ​ໂທ​ສ ຕໍ່​ຜູ້​ທີ່​ຂາຍ ​ສິນ​ຄ້າ​ ເກີນ​ລາ​ຄາ​ ທີ່​ທາງ​ການ​ ກຳ​ນົດເອົາ​ໄວ້.

ນອກ​ຈາກນີ້, ເຈົ້າ​ໜ້າ​ທີ່ ​ກົມ​ລ້ຽງ​ສັດ ແລະ ການ​ປະ​ມົງ ກໍ​ຍັງ​ສັ່ງ​ຫ້າມ ​ນຳ​ເຂົ້າ​ຊີ້ນ​ໝູ ຈາກ​ປະ​ເທດ​ຈີນ, ວຽດ​ນາມ ແລະ ກຳ​ພູ​ຊາ ເຂົ້າ​ມາ​ຂາຍ ​ຢູ່​ປະ​ເທດ​ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.