ທຸຣະກິຈບໍຣິການ ພຍາຍາມ ປັບໂຕ
2020.08.19

ເປັນເວລາເກືອບ 5 ເດືອນແລ້ວ, ພາຍຫຼັງທີ່ຫຼາຍປະເທດໃນໂລກ, ທັງໃນພາກພື້ນອ່າຊ້ຽນ ແລະ ປະເທດລາວ ໄດ້ໃຊ້ມາຕການປິດປະເທດ ປິດບ້ານປິດເມືອງ ປິດດ່ານຊາຍແດນ ແລະ ນ່ານຟ້າ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ເຮັດໃຫ້ການໄປມາ ຫາສູ່ກັນ ຂ້າມຊາຍແດນ ຕ້ອງໄດ້ໂຈະອອກໄປຢ່າງບໍ່ມີກຳນົດ ຫຼືຈົນກວ່າສະພາບການ ແຜ່ຣະບາດ ຂອງເຊື້ອໄວຣັສດັ່ງກ່າວ ຈະດີຂຶ້ນ.
ເຖິງວ່າເວລາຜ່ານໄປເກືອບ 5 ເດືອນແລ້ວກໍຕາມ ແລະ ສະຖານະການໃນຫຼາຍປະເທດ ກໍເຣີ່ມດີຂຶ້ນແດ່ແລ້ວ, ແຕ່ການປິດບ້ານປິດເມືອງ ພັດຍັງຄົງມີຢູ່ຕໍ່ໄປ ເພາະຫຼາຍໆປະເທດ ຕ່າງຝ່າຍ ກໍຕ່າງບໍ່ໄວ້ວາງໃຈສະຖານະການ ໃນປະເທດອື່ນໆ ອັນເຮັດໃຫ້ພາກການທ່ອງທ່ຽວ ແລະ ຜູ້ປະກອບການທີ່ຢູ່ ໃນຂແນງການທ່ອງທ່ຽວ ໄດ້ຮັບຜົລກະທົບຢ່າງໜັກ ທັງທາງຕຣົງ ແລະ ທາງອ້ອມ.
ເມື່ອເວົ້າເຖິງສະພາບການທ່ອງທ່ຽວ ພາຍໃນປະເທດລາວແລ້ວ, ຖືວ່າໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ໂດຍຕຣົງ ເນື່ອງຈາກວ່າ ພາກການທ່ອງທ່ຽວ ລາວ ກໍເອື່ອຍອີງນັກທ່ອງທ່ຽວ ຕ່າງປະເທດເປັນຫຼັກ. ຫຼາຍບໍຣິສັດ ທີ່ເປັນບໍຣິສັດໃຫ້ບໍຣິການ ທ່ອງທ່ຽວ ກໍຕ້ອງໄດ້ປິດໂຕໄປ ເພາະບໍ່ສາມາດຶງດູດລູກຄ້າຕ່າງປະເທດ ເຂົ້າມາໃຊ້ບໍຣິການ ຂອງພວກຕົນໄດ້ ແລະ ກໍບໍ່ສາມາດປັບໂຕ ຫຼືປັບປ່ຽນບໍຣິສັດ ຂອງໂຕເອງ ໄປດຶງດູດນັກທ່ອງທ່ຽວພາຍໃນໄດ້ ເພາະລັກສະນະສະເພາະ ຂອງບໍຣິສັດ ໄດ້ໃຫ້ບໍຣິການແຕ່ນັກທ່ອງທ່ຽວ ຕ່າງປະເທດເທົ່ານັ້ນ. ດັ່ງຜູ້ປະກອບການ ບໍຣິສັດທ່ອງທ່ຽວແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 16 ສິງຫາ ນີ້ວ່າ:
“ຄືປີຜ່ານມາ ຫຼັກໆກະແມ່ນນັກທ່ອງທ່ຽວ ມາແຕ່ຕ່າງປະເທດຫັ້ນແຫຼະ, ອ່າຊ້ຽນແດ່ ປະມານ 70% ລະກະຢູໂຣປ ກະປະມານຢູ່ 30%. ເອີ້ນວ່າ ປີນີ້ກະງຽບເຫງົາແຫຼະ ເອີ້ນວ່າປັດຈຸບັນນີ້ ກະງຽບເຫງົາ ກະບໍ່ມີນັກທ່ອງທ່ຽວ ບໍ່ມີຫຍັງ. ເພາະວ່າພຍາດໂຄວິດມາຫັ້ນລະ. ໂຈະຊົ່ວຄາວນີ້ ເປັນຈຳນວນຫຼວງຫຼາຍຫັ້ນແຫຼະ ເອີ້ນວ່າບໍຣິສັດທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ ອີ່ຫຍັງຕ່າງໆ, ເອີ້ນວ່າໄດ້ຮັບ ຜົລກະທົບ ໂດຍກົງຫັ້ນແຫຼະ. ກະມີແຕ່ລໍຖ້າຫັ້ນແຫຼະ ລໍຖ້າໃຫ້ສະຖານະການ ໃຫ້ມັນປົກກະຕິ ຈັ່ງຊິຄ່ອຍອັນນັ້ນໄດ້ ເພາະວ່າຊ່ວງນີ້ ມັນເຮັດຫຍັງບໍ່ໄດ້ ຊ່ວງນີ້ນ່າ. ຊ່ວງນີ້ມີແຕ່ລໍຖ້າ ຢ່າງດຽວ, ເອີ້ນວ່າມັນຢຸດເລີຍນ່າ ມັນເຮັດຫຍັງບໍ່ໄດ້ນ່າ.”
ນອກຈາກນີ້, ເຈົ້າຂອງບໍຣິສັດ ຜູ້ໃຫ້ບໍຣິການຣົດຕູ້ນຳທ່ຽວ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວໃນທຳນອງດຽວກັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 16 ສິງຫາ ວ່າ ບໍຣິສັດຂອງທ່ານ ບໍ່ສາມາດ ປັບປ່ຽນໄປເຮັດແນວອື່ນໄດ້ ເພາະໄດ້ສ້າງບໍຣິສັດ ມາຮັບໃຊ້ ນັກທ່ອງທ່ຽວເກົາຫຼີໃຕ້, ຈີນ ແລະ ໄທຍ ເປັນຫຼັກ ແລະ ຢູ່ໃນວົງການນີ້ມາເກືອບ 20 ປີແລ້ວ, ແຕ່ຈະໃຫ້ໄປຊອກເຮັດແນວອື່ນ ກໍຄົງບໍ່ເປັນ. ເວລານີ້, ມີພຽງທາງດຽວ ທີ່ທ່ານສາມາດເຮັດໄດ້ ກໍຄືການພາວະນາ ແລະ ລໍຖ້າໃຫ້ທຸກຢ່າງ ກັບເຂົ້າສູ່ສະພາບປົກກະຕິໂດຍໄວ, ເຊິ່ງກໍບໍ່ຮູ້ວ່າຈະເປັນເມື່ອໃດ.
“ມີນັກທ່ອງທ່ຽວໄທຍບໍ ລະກະເກົາຫຼີ ພວກນີ້. ກະພວກຢູໂຣປກະມີຢູ່, ແຕ່ຫາກກະບໍ່ຫຼາຍປານໃດ. 2-3 ປີມານີ້, ເກົາຫຼີ, ກັບຈີນ, ໄທຍ ເຂົ້າມາຫຼາຍນ່າ. ພວກຝຣັ່ງ, ເວົ້າງ່າຍໆສາ ພວກຝຣັ່ງກະມາຢູ່, ແຕ່ກະບໍ່ຫຼາຍປານໃດ. ເຣື່ອງການທ່ອງທ່ຽວ ແທ້ແມ່ນບໍ່ມີຫຍັງເລີຍ ບໍ່ມີແຂກເຂົ້າມາເລີຍ ສະເພາະແຕ່ເດືອນ 3 ມາ ຈົນເຖິງປັດຈຸບັນນີ້, ວ່າຊັ້ນສາ. ກະຄືກັນຫັ້ນແຫຼະ ອາຊີພບໍຣິການນີ້ ໂດນໜັກເລີຍ ພວກທີ່ວ່າອາຊີພບໍຣິການ, ວ່າຊັ້ນສາ. ກະລໍໆຟັງໄປນຳນີ້ແຫຼະ, ແຕ່ວ່າ ກະບໍ່ຮູ້ວ່າຊິໄປເຮັດຫຍັງ ເພາະວ່າອາຊີພນີ້ ແມ່ນເຮົາເຮັດມາ ຫຼາຍປີແລ້ວ. ຫາກແຕ່ວ່າ ເຮົາຊິໄປເຮັດອັນອື່ນ ເຮົາກະບໍ່ມີຄວາມຮູ້ ທາງດ້ານອື່ນແດ່, ຫັ້ນນ່າ ເພາະວ່າເຮົາກະເຮັດອັນນີ້ມາ ຢາກວ່າເກືອບ 20 ປີເນາະ.”
ເຖິງຢ່າງໃດກໍຕາມ, ທຸຣະກິຈ ໃນຂແນງການທ່ອງທ່ຽວ ທີ່ພໍປັບປ່ຽນໄປຕາມສະພາບ ການດຳຣົງຊີວິຕ ໃນສະພາວະປົກກະຕິແບບໃໝ່ ຫຼື New Normal ນັ້ນ, ກໍຄົງມີພຽງຮ້ານອາຫານ ທີ່ຍັງພໍປັບໂຕໄດ້ ເຮັດໃຫ້ເຈົ້າຂອງຮ້ານອາຫານຫຼາຍແຫ່ງ ຈາກທີ່ເຄີຍມີລູກຄ້າ ເປັນນັກ ທ່ອງທ່ຽວຕ່າງປະເທດເປັນຫຼັກ ກໍເລືອກທີ່ຈະມາໃຫ້ບໍຣິການ ນັກທ່ອງທ່ຽວພາຍໃນ ຫຼືລູກຄ້າ ພາຍໃນ ເພື່ອໃຫ້ທຸຣະກິຈ ຍັງຢູ່ລອດໄດ້ ໃນສະພາບເສຖກິຈ ທີ່ຫຍຸ້ງຍາກແບບນີ້. ດັ່ງເຈົ້າຂອງຮ້ານອາຫານລາວ ແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ສິງຫາ ນີ້ວ່າ:
“70% ລະມັນຈະເປັນທີ່ວ່າແຂກນັກທ່ອງທ່ຽວ, ຫັ້ນນ່າ. ບາດນີ້ ໃນເມື່ອແຂກທີ່ຄ້າງຢູ່ນີ້ ເຂົາກະອອກໄປ, ຫັ້ນນ່າ ລະກະອາສັຍວ່າແຂກ ຄົນລາວ ຈັ່ງຊີ້ ກະຊິໜ້ອຍລົງ ເພາະວ່າ ດ້ວຍຄວາມທີ່ວ່າ ໂຕຢ່າງ ແຂກພາຍໃນທີ່ຢູ່ຫຼວງພຣະບາງ, ຄົນຢູ່ພາຍໃນຫຼວງພຣະບາງ ຈະມີທຸຣະກິຈໃໝ່ຂຶ້ນ ໂຕຢ່າງ Food Panda ເຂົ້າມາເນາະ ໝາຍຄວາມວ່າ ທຸກຄົນທີ່ສາມາດ ເຮັດຮ້ານອາຫານ ຈາກເຮືອນໂຕເອງ ລະໃຊ້ບໍຣິການ ຂອງ Food Panda. ແຕ່ວ່າຈຸເອື້ອຍນີ້ນ່າ ເປັນຮ້ານອາຫານທີ່ມີຕົວຕົນ, ເຊິ່ງມີຣະບົບ ລະກະມີພະນັກງານ ຈະຢູ່ບໍ່ໄດ້ ຄືຈະບໍ່ມີລູກຄ້າພຽງພໍ, ຫັ້ນນ່າ. ລະດຽວນີ້ເອື້ອຍກະເລີຍປິດຮ້ານ, ເອື້ອຍປິດຮ້ານແລ້ວ ເອື້ອຍກັບໄປນີ້ ເອື້ອຍຈະປັບປຸງຮ້ານ ປ່ຽນຈາກ ຮ້ານອາຫານ ທີ່ວ່າທົ່ວໄປ ທີ່ຫຼາກຫຼາຍເມນູ ເອື້ອຍຈະມາເນັ້ນຕັດເມນູລົງ, ເຊິ່ງໃນນັ້ນມັນຈະມີປີ້ງເປັດ, ປີ້ງໄກ່, ມີຕຳໝາກຮຸ່ງ, ລະກະມີ ປີ້ງແບ້, ລະກະເປັນພວກລາບ ທີ່ວ່າເນັ້ນຫຼັກໆ ກະຄືເອົາລູກຄ້າພາຍໃນ, ທີ່ວ່າເປັນຄົນລາວ, ຫັ້ນນ່າ ອັນນີ້ ຄືເຮົາຈະຫັນປ່ຽນໄປຕົງນັ້ນ ເນາະ. ເພາະວ່າ ນະເວລານີ້ກະຄື ເຮົາຈະຫັນປ່ຽນໄປວ່າ ເຖິງແມ່ນວ່າ ລູກຄ້າຄົນອື່ນບໍ່ມາ, ລູກຄ້ານັກທ່ອງທ່ຽວຕ່າງປະເທດບໍ່ມາ ກະຄືເຮົາຈະຫັນປ່ຽນເມນູທີ່ວ່າ ທີ່ຄົນລາວເຮົາຄຸ້ນເຄີຍກັນ ໂຕຢ່າງປີ້ງເປັດ, ຈັ່ງຊີ້.”
ເຈົ້າຂອງຮ້ານອາຫານ ຜູ້ດຽວກັນນີ້ ກ່າວຕື່ມວ່າ ຮ້ານອາຫານຫຼາຍແຫ່ງ ກໍຈຳເປັນຕ້ອງໄດ້ປັບປ່ຽນ ການໃຫ້ບໍຣິການ ທີ່ຄຳນຶງເຖິງການ ປ້ອງກັນ ການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ນຳດ້ວຍ, ໂດຍການເວັ້ນໄລຍະຫ່າງ ແລະ ມີອຸປະກອນລ້າງມື ໄວ້ໃຫ້ລູກຄ້າ, ແຕ່ເນື່ອງຈາກບໍ່ຄ່ອຍມີລູກຄ້າຫຼາຍ ການເວັ້ນໄລຍະຫ່າງ ພາຍໃນຮ້ານ ກໍບໍ່ໄດ້ເປັນອຸປະສັກປານໃດ.
“ດ້ວຍຄວາມທີ່ຮ້ານເອື້ອຍ ຮ້ານໃຫຍ່ອີ່ຫຼີເນາະ ຮ້ານເອື້ອຍນີ້ຈະມີຢູ່ປະມານເກືອບ 40 ໂຕະເນາະ, ເຊິ່ງມັນໃຫຍ່ພໍທີ່ຈະໃຫ້ລູກຄ້າທີ່ຈະຢູ່ ຫ່າງກັນໄດ້, ຫັ້ນນ່າ ອັນນີ້ເຮົາຈະບໍ່ມີບັນຫາ ໃນຈຸດນັ້ນ. ເພາະວ່າມັນກະບໍ່ໄດ້ຈຳເປັນຂນາດນັ້ນ ເພາະວ່າແຂກລູກຄ້າເຂົ້າຮ້ານເອື້ອຍ ເທື່ອ 1 ບໍ່ເຖິງ 20 ຄົນ ບໍ່ໄດ້ໜາແໜ້ນຄືເກົ່າ. ເພາະເມື່ອກ່ອນນີ້ ລູກຄ້າເຂົ້າຮ້ານເອື້ອຍ ເທື່ອລະ 80-90 ເປັນ 100 ຄົນ.”
ກ່ຽວກັບສະພາບການ ຂອງຂແນງທ່ອງທ່ຽວໃນລາວ ໃນປີນີ້, ນັກເສຖສາຕລາວ ທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ສະພາບການ ຂອງຂແນງການທ່ອງທ່ຽວໃນລາວ ຄົງເປັນເຣື່ອງຍາກ ທີ່ຈະບັນລຸຄາດໝາຍໄດ້ ເພາະມາຕການປິດດ່ານ ຊາຍແດນ ແລະ ສນາມບິນ ຍັງມີຢູ່. ຍິ່ງເປັນນັກທ່ອງທ່ຽວຕ່າງປະເທດ ທີ່ຈະເດີນທາງເຂົ້າມາລາວ ກໍຄົງຫຍຸ້ງຍາກໄປຕື່ມ ເພາະມາຕການ ກັກໂຕ 14 ມື້ ໃນຫຼາຍປະເທດ ລວມທັງປະເທດລາວ ຍັງຄົງບັງຄັບໃຊ້ ແລະ ນັກທ່ອງທ່ຽວຫຼາຍຄົນ ຄົງບໍ່ມີເວລາ ຫຼາຍພໍ ທີ່ຈະປະຕິບັດແບບນັ້ນ.
“ການທ່ອງທ່ຽວ, ຜູ້ໃດເຮັດທຸຣະກິຈທ່ອງທ່ຽວໃນປີນີ້ ແມ່ນຕິດລົບໝົດໂລດ, ກະບໍ່ຮູ້ວ່າຊິມີໃຜ ມີຕິດບວກ. ນັກທ່ອງທ່ຽວຕ່າງປະເທດນີ້ບໍ່ໄດ້ ໝົດປີນີ້ແມ່ນບໍ່ໄດ້. ເອົ໋າ, ເຈົ້າລອງຄຶດເບິ່ງແມ້ ຄັນສົມມຸດວ່າ ດຽວນີ້ສາຍການບິນອີ່ຫຍັງກະບໍ່ເປີດ ດ່ານກະບໍ່ເປີດ. ຄັນສົມມຸດວ່າເປີດເນາະ ລະຊິໃຫ້ນັກທ່ອງທ່ຽວເຂົ້າມາ ລະໄປທ່ຽວໂລດ ອັນຕະລາຍທີ່ສຸດເລີຍ. ຢ່າງໜ້ອຍຕ້ອງມີການກັກໂຕ 14 ມື້. ຜູ້ທີ່ເຂົາຈະມາທ່ຽວຫັ້ນນ່າ, ເຂົ້າມາລາວ ກັກໂຕ 14 ມື້ ຈັ່ງໄປທ່ຽວໄດ້, ກັບໄປປະເທດເຂົາອີກ, ເຂົາຕ້ອງກັກໂຕອີກ 14 ມື້ ໃຜຊິມີເວລາເຮັດຈັ່ງຊັ້ນ.”
ທັງໝົດທີ່ທ່ານໄດ້ຮັບຟັງໄປນັ້ນ, ແມ່ນບາງທັສນະ ຂອງຜູ້ປະກອບການ ໃນຂແນງການທ່ອງທ່ຽວ ໃນລາວ ທີ່ຍັງບໍ່ສາມາດປັບປ່ຽນທຸຣະກິຈ ຂອງພວກເຂົາ ໄປໃນທິດທາງອື່ນໄດ້ເທື່ອ ເພາະມີພື້ນຖານ ໃຫ້ບໍຣິການນັກທ່ອງທ່ຽວຕ່າງປະເທດເປັນຫຼັກ, ແຕ່ກໍມີພຽງບາງທຸຣະກິຈ ທີ່ສາມາດປັບປ່ຽນໄປໄດ້ແດ່, ແຕ່ກໍບໍ່ຄ່ອຍເຕັມເມັດເຕັມໜ່ວຍ ເພາະສະພາບການຕ່າງໆ ຍັງບໍ່ເປັນປົກກະຕິ ແລະ ຍັງຫຍຸ້ງຍາກຫຼາຍຢ່າງ. ມີສິ່ງນຶ່ງເທົ່ານັ້ນ, ທີ່ພວກເຂົາມີທັສນະທີ່ພ້ອມພຽງກັນ ນັ້ນກໍຄື ຕ້ອງລໍຖ້າຢ່າງອົດທົນ ເພື່ອໃຫ້ທຸກຢ່າງ ກັບຄືນມາສູ່ສະພາວະປົກກະຕິ ໂດຍໄວ.