ມີເຮືອນ ແຕ່ຍັງບໍ່ມີ ບ່ອນປູກຝັງ

ໄມຊູລີ
2018.05.14
f-nam-ou3 ເຂື່ອນໄຟຟ້າ ນໍ້າອູ 3 ທີ່ແຂວງຫຼວງພຣະບາງ
RFA/LB

ປະຊາຊົນ ບ້ານຫາດຂາມ ຈໍານວນ 71 ຄອບຄົວ ທີ່ຍ້າຍມາຢູ່ບ້ານຈັດສັນ ໂຄງການ ເຂື່ອນນໍ້າອູ 3 ເມືອງງອຍ, ແຂວງຫລວງພຣະບາງ ຍັງບໍ່ມີເນື້ອທີ່ ປູກພຶດກະສິກັມ ເນື່ອງຈາກວ່າ  ທາງຄນະຈັດສັນເຂື່ອນ ຍັງບໍ່ແບ່ງດິນໃຫ້, ດັ່ງປະຊາຊົນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ ວັນທີ 14 ພຶສພາ ນີ້ວ່າ:

“ຜົນກະທົບ ຍົກຕົວຢ່າງ ວ່າ ແມ່ນຢູ່ ເຂົາມາຈັດສັນ  ແຕ່ບາດນີ້ ບ່ອນທີ່ເຂົາ ຢູ່ບ້ານ ທີ່ເຂົາເຄີຍຢູ່ ປົກຕິຫັ້ນ ຍົກຕົວຢ່າງ ເຮັດໄຮ່ຈັ່ງຊິ້ ບາດນີ້ ບໍ່ມີດິນ ມີແຕ່ເຮືອນ ງາມຢູ່ລ້າໆ ແຕ່ບໍ່ມີບ່ອນ ທຳມາຫາກິນ ຫລາຍຄອບຄົວເຕີບ ໄດ້ຫັ້ນຫ​ຍຸ້ງຍາກ.”

ຊາວບ້ານ ທ່ານນີ້ ອະທິບາຍວ່າ ເມື່ອວັນທີ 7 ພຶສພາ ທີ່ຜ່ານມານີ້ ທາງຄນະຈັດສັນເຂື່ອນ ນໍ້າອູ 3 ໄດ້ທໍາພິທີ ເປີດ-ມອບ ບ້ານຈັດສັນ ໃຫ້ແກ່ ຊາວບ້ານ ຫາດຂາມ ຢ່າງເປັນທາງການແລ້ວ. ພາຍໃນບ້ານຈັດສັນ ທາງຄນະຈັດສັນ ໄດ້ສ້າງໂຮງຮຽນ ປະຖົມສົມບຸນ, ສຸຂສາລາ, ຫ້ອງການບ້ານ ແລະ ວັດ ໃຫ້ຢ່າງລະ 1 ຫລັງ ແລະ ສ້າງເສັ້ນທາງພາຍໃນບ້ານ ຣະຍະທາງ 800 ແມັດ ສ່ວນເຮືອນປະຊາຊົນ ມີ 71 ຫລັງ ໂດຍແບ່ງເປັນ 3 ຮູບແບບ ຄື ຂາດນ້ອຍ 17 ຫລັງ, ຂນາດກາງ 43 ຫລັງ ແລະ ຂນາດໃຫຍ່ 11 ຫລັງ.

ເຖິງຢ່າງໃດກໍຕາມ, ຍ້ອນທາງຄນະຈັດສັນ ໂຄງການເຂື່ອນ ນໍ້າອູ 3 ຍັງບໍ່ມີເນື້ອທີ່ ສໍາລັບການປູກພຶດ ໃຫ້ແກ່ຊາວບ້ານເທື່ອ ສນັ້ນ ປັດຈຸບັນ ຊາວບ້ານຫຼາຍຄອບຄົວ ຕ້ອງກັບໄປທໍາມາຫາກິນ ຢູ່ບ້ານເກົ່າ ຂອງເຂົາເຈົ້າ ຊຶ່ງຢູ່ຫ່າງຈາກ ບ້ານຈັດສັນ ປະມານ 6 ຫລັກ ເພື່ອເຮັດໄຮ່, ເຮັດສວນ ອີກຈໍານວນນຶ່ງ ກໍໄປຫາປາ ຢູ່ນໍ້າອູ ຊຶ່ງກໍເກືອບ ບໍ່ມີປາແລ້ວ ຍ້ອນຜົລກະທົບຈາກເຂື່ອນ, ດ່ັງຊາວບ້ານ ອີກທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣິ ເມື່ອວັນທີ 5 ພຶສພາ ຜ່ານມານີ້ວ່າ:

“ບ່ອນທີ່ເຂົາເຈົ້າສ້າງ ຕົວທີ 3 ມັນຈະມີ ພວກວັສດຸ ຕ່າງໆ ຫັ້ນນະ ເວລາມັນປ່ອຍລົງນໍ້າ ແລ້ວຈະເຮັດໃຫ້ ມັນມີຜົລກະທົບ ໂດຍສເພາະ ແມ່ໄຄເດີ ໄຄຫັ້ນ ມັນມີນ້ອຍ ຢູ່ແລ້ວເນາະ ບັງເອີນ ມັນມີເຂື່ອນ ຕົວທີ 3 ນີ້ ເກີດຂຶ້ນມາ ແລ້ວເຮັດໃຫ້ ຜົລກະທົບຫລາຍຂຶ້ນ ຍິ່ງແບບ ເອົາ ບໍ່ໄດ້ເລີຍຫັ້ນນະ.”

ເຂື່ອນນໍ້າອູ 3 ເປັນ 1 ໃນ 7 ໂຄງການເຂື່ອນ ບໍຣິສັດ Sinohydro ຂອງຈີນ ເຂື່ອນແຫ່ງນີ້ ເຣີ່ມກໍ່ສ້າງ ມາແຕ່ ທ້າຍປີ 2015. ປັດຈຸບັນ ກໍາລັງເລັ່ງກໍ່ສ້າງ ໃຫ້ແລ້ວ ພາຍໃນ ປີ 2019 ເພື່ອພ້ອມທີ່ ຈະຜລິດໄຟຟ້າ ໃນປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.