ທາງການ ຈະຍ້າຍ ປຊຊ ຈາກເຂື່ອນນໍ້າເທີນ 1
2020.02.11

ທາງການ ແຂວງບໍລິຄໍາໄຊ ຈະໂຍກຍ້າຍ ປະຊາຊົນ ເມືອງວຽງທອງ ທັງໝົດ 7 ບ້ານ, 335 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 1 ໄປຢູ່ບ້ານຈັດສັນ ບ້ານຫ້ວຍຫອຍ ໃນເດືອນກຸມພານີ້, ພາຍຫລັງທີ່ ການປະຕິບັດ ແຜນການໂຍກຍ້າຍ ປະຊາຊົນນັ້ນ ຫຼ້າຊ້າ ມາໄດ້ເກືອບ 4 ເດືອນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ກຸມພານີ້:
"ເພິ່ນກໍໄດ້ມາກວດອີກ ເທື່ອນຶ່ງແລ້ວ ຕາມແຜນຂອງເຂົາ ເພິ່ນວ່າ ສິຍ້າຍເດືອນນີ້ ວ່າຊັ້ນເດ ທັງໝົດຢູ່ໃນ 300 ກວ່າເບາະ ຍັງບາງວຽກ ກໍຍັງບໍ່ທັນແລ້ວເທື່ອຫັ້ນນະ ແຕ່ວ່າ ໃຫ້ 100 ກໍຍັງບໍ່ທັນ 100 ຫັ້ນນະ ມີບາງໜ້າວຽກ ທີ່ຍັງຄ້າງໆຄາໆ ບໍ່ທັນສໍາເລັດ ເພິ່ນຍັງສິປັບປຸງ ພະຍາຍາມ ເຮັດໃຫ້ໄວເທົ່າທີ່ໄວໄດ້."
ທ່ານເວົ້າຕື່ມອີກວ່າ ຕາມແຜນການເດີມ ການໂຍກຍ້າຍ ປະຊາຊົນ ທັງໝົດ 7 ບ້ານ ໄປຢູ່ບ້ານຈັດສັນ ໃໝ່ນັ້ນ ແມ່ນເດືອນ ພຶສຈິກາ ປີກາຍ. ແຕ່ການສ້າງ ບ້ານຈັດສັນ ບໍ່ແລ້ວ ຕາມກໍານົດເວລາ ຍ້ອນບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ອ້າງວ່າ ເສັ້ນທາງຄັບແຄບ ເປ່ເພ ເປັນອຸປະສັກ ໃຫ້ແກ່ ການຂົນຍ້າຍເຄື່ອງຂອງ.
ແຕ່ມາເຖິງ ປັດຈຸບັນ ການສ້າງ ບ້ານຈັດສັນນັ້ນ ກໍຍັງຫຼາຍວຽກ ທີ່ບໍ່ທັນສ້າງສໍາເຣັດ ເປັນຕົ້ນ ເສັ້ນທາງບາງຈຸດ, ນໍ້າສະອາດ, ໂຮງຮຽນ ອະນຸບານ ແລະອື່ນໆ. ສ່ວນວ່າ ເຮືອນຢູ່ ຂອງປະຊາຊົນນັ້ນ ແມ່ນໄດ້ສ້າງໝົດແລ້ວ ດັ່ງທີ່ທ່ານກ່າວວ່າ:
"ແມ່ນແຫລະ ເຮັດໝົດແລ້ວ ຕີຕົວນີ້ ການຈັດຕັ້ງ ປະຕິບັດໝົດແລ້ວນະ ເຫລືອພຽງແຕ່ ໂຍກຍ້າຍຊື່ໆ ເພາະວ່າ ເຂດຈັດສັນ ເພິ່ນຕຽມໄວ້ ໝົດແລ້ວເດ ປຸກເຮືອນໄວ້ໝົດແລ້ວ.”
ໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 1 ສ້າງຜົລກະທົບ ໃຫ້ປະຊາຊົນຫລາຍ. ປະຊາຊົນ 7 ບ້ານ ຮວມທັງບ້ານທ່າເດືອ, ວັງໝາກ, ພຽງຕົ້ນ ແລະ ບ້ານໜອງມົນ ຈໍາເປັນຕ້ອງໄດ້ ໂຍກຍ້າຍຄອບຄົວ ອອກຈາກບ້ານເດີມ ໄປຢູ່ບ້ານຈັດສັນ.
ກ່ຽວກັບ ເຣື່ອງ ທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຫາ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ແລະ ໄປຫາບໍຣິສັດ ເຂື່ອນໄຟຟ້ານໍ້າເທີນ 1 ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບ ເຣື່ອງຄ່າຊົດເຊີຍ ຄວາມເສັຽຫາຍ ແລະ ແຜນການໂຍກຍ້າຍ ປະຊາຊົນ ໄປຢູ່ບ້ານຈັດສັນ, ແຕ່ຍັງຕິດຕໍ່ ບໍ່ທັນໄດ້.
ໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 1 ຂນາດ 650 MW, ມູນຄ່າ 900 ລ້ານໂດລາຣ໌ສະຫະຣັຖ ເປັນໂຄງການ ຮ່ວມທຶນ ຣະຫວ່າງ ກຸ່ມບໍຣິສັດ ພອນສັກ ຂອງລາວ 60%, ກຸ່ມບໍຣິສັດ ເອັກໂກ ຂອງໄທຍ 25% ແລະ ບໍຣິສັດ ພະລັງງານ ອີດີແອລ 15%. ໂຄງການນີ້ ໄດ້ເຣີ່ມກໍ່ສ້າງ ມາຕັ້ງແຕ່ປີ 2014 ແລະ ສ້າງສໍາເຣັດ ໃນທ້າຍປີກາຍ. ໄຟຟ້າ ທີ່ຜລິດໄດ້ ຈະສົ່ງຂາຍໃຫ້ໄທຍ.